ໃນໄລຍະນີ້, ສະພາບການເກີດອັກຄີໄພ ໄຟໃໝ້ເຮືອນທີ່ຢູ່ອາໄສຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ເຫັນວ່າເກີດຂຶ້ນ ເນື່ອງນິດລຽນຕິດ ສ້າງຄວາມເສຍຫາຍຈໍານວນຫຼວງຫຼາຍ, ສ່ວນສາເຫດມາຈາກໄຟຟ້າລັດວົງຈອນ ກໍຄືຄົນເຮົາຂາດສະຕິ ແລະ ຂາດຄວາມຮັບຜິດຊອບໃນການໃຊ້ໄຟຟ້າ ໂດຍສະເພາະແມ່ນການດັງໄຟແຕ່ງຢູ່ຄົວກິນ; ເຊິ່ງສະແດງອອກ 7 ວັນຜ່ານມາ, ທົ່ວປະເທດມີອັກຄີໄພເກີດຂຶ້ນ 6 ຄັ້ງ ໄດ້ຮັບຄວາມເສຍຫາຍຈຢ່າງຫຼວງຫຼາຍ. ສະນັ້ນ, ທຸກຄັ້ງທີ່ໃຊ້ໄຟ ເຮົາຕ້ອງມີສະຕິ ແລະ ບໍ່ຄວນປະໝາດ ເພື່ອຊ່ວຍປ້ອງກັນອັກຄີໄພ.

ກົມຕຳຫຼວດສະກັດກັ້ນ ແລະ ຕ້ນອັດຄີໄພ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລາຍງານໃຫ້ຮູ້ວ່າ: ສະພາບອັກຄີໄພທີ່ເກີດຂຶ້ນໃນລະຫວ່າງວັນທີ 19-26 ພະຈິກນີ້, ທົ່ວປະເທດ ເກີດຂຶ້ນ ຈຳນວນ 6 ຄັ້ງ  ເພີ່ມຂຶ້ນຈາກອາທິດກ່ອນນີ້ 4 ຄັ້ງ ລວມມູນຄ່າເສຍຫາຍໃນເບື້ອງຕົ້ນ 250.450.000 ກີບ ໂດຍເຫດການຕ່າງໆເກີດຂຶ້ນດັ່ງລຸ່ມນີ້.

  1. ໃນເວລາປະມານ 11:00 ໂມງຂອງວັນທີ 20 ພະຈິກ, ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານປາກກະຍຸງ ເມືອງວຽງຄໍາ ແຂວງວຽງຈັນ, ເຊິ່ງເປັນເຮືອນຂອງ ທ້າວ ສິງຄຳ ອາຍຸ 88 ປີ ມູນຄ່າເສຍຫາຍ 247.450.000 ກີບ ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນ.
  2. ໃນເວລາປະມານ 11:30 ໂມງ ຂອງວັນທີ 20 ພະຈິກ, ເກີດໄຟໄໝ້ທົ່ງນາ ແລ້ວລຸກລາມໄປໃສ່ເຮືອນປະຊາຊົນ ຢູ່ເຂດບ້ານປາກຊັນໃຕ້ ເມືອງປາກຊັນ ແຂວງບໍລິຄໍາໄຊ ຜົນເສຍຫາຍກ້ອງວົງຈອນປິດ 1 ໜ່ວຍ ແລະ ສວນໝາກໄມ້ຈຳນວນໜຶ່ງ ລວມມູນຄ່າ 3.000.000 ກີບ. ສາເຫດເກີດຈາກຂາດຄວາມຮັບຜິດຊອບຈູດຂີ້ເຫຍື້ອແລ້ວໄໝ້ລາມໃສ່ທົ່ງນາ.
  3. ໄຟໄໝ້ສ່ວນໄຜ່ຂອງ ທ້າວ ພັນທະວົງ ອາຍຸ 35 ປີ ຢູ່ບ້ານສອນໄຊ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃນວັນທີ 21 ພະຈິກ ເວລາປະມານ 11:00 ໂມງ ບໍ່ໄດ້ປະເມີນມູນຄ່າ. ສ່ວນສາເຫດຈາກຂາດຄວາມຮັບຜິດຊອບຈູດຂີ້ເຫຍື້ອລາມໃສ່ທົ່ງນາ.  
  4. ຢູ່ແຂວງຈໍາປາສັກ ເກີດຂຶ້ນ 2 ຄັ້ງ ຄື: ວັນທີ 19 ພະຈິກ, ເວລາປະມານ 21:40 ໂມງ ໄຟໄໝ້ເຮືອນ ທ້າວ ໄໝ ອາຍຸ 31 ປີ ຢູ່ບ້ານຕາກິດ ເມືອງບາຈຽງ ຜົນເສຍຫາຍເຮືອນ 1 ຫຼັງ.
  5. ໃນວັນທີ 23 ພະຈິກ ເວລາປະມານ 21:00 ໂມງ ໄຟໄໝ້ເຮືອນ ທ້າວ ບຸນສົມ ອາຍຸ 54 ປີ ຢູ່ບ້ານທົ່ງກະຕ່າຍໃຫຍ່ ເມືອງປາກຊອງ ຜົນເສຍຫາຍເຮືອນ 1 ຫຼັງ, ເຊິ່ງທັງ 2 ເຫດການ ຍັງຢູ່ໃນຂັ້ນຕອນສອບສວນ ແລະ ຍັງບໍ່ປະເມີນມູນຄ່າເສຍ.
  6. ໃນວັນທີ 24 ພະຈິກ ເວລາປະມານ  23:40 ໂມງ ໄຟໄໝ້ເຮືອນ ນາງ ຄຳນ້ອຍ ອາຍຸ 50 ປີ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ  ຜົນເສຍຫາຍຍັງຢູ່ໃນການປະເມີນ ເພາະໄຟໄໝ້ໝົດຫຼັງ ສາເຫດຍັງຢູ່ໃນຂັ້ນຕອນການສອບສວນ.

        ກົມຕໍາຫຼວດສະກັກກັ້ນ ແລະ ຕ້ານອັກຄີໄພ ໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ, ນັບທັງຊາວຕ່າງຊາດທີ່ມາອາໄສໃນ ສປປ ລາວ ທຸກຄົນ ຈົ່ງເພີ່ມສະຕິລະວັງໃນການຊົມໃຊ້ໄຟແຕ່ລະຊະນິດໃຫ້ເຂັ້ມງວດກ່ວາເກົ່າ, ຖືເອົາວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພເປັນສິ່ງສຳຄັນ, ຄວນມີອຸປະກອນມອດໄຟປະຈຳຢູ່ແຕ່ລະເຮືອນ, ເອົາໃຈໃສ່ກວດກາສາຍໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆ ໃຫ້ຢູ່ໃນສະພາບດີໄດ້ມາດຕະຖານ. ຖ້າຫາກພົບເຫັນສາຍໄຟ ຫຼື ເຄື່ອງໃຊ້ໄຟຟ້າເປ່ເພ, ບໍ່ຮັບປະກັນຕ້ອງປ່ຽນໃໝ່. ອີກວິທີໜຶ່ງທຸກຄັ້ງທີ່ໃຊ້ຟືນໄຟ, ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຫຼື ກ່ອນອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າ-ຂາຍ ຕ້ອງກວດກາຖອດປັກສຽບ ແລະ ມອດໄຟຟ້າໃຫ້ລະອຽດ; ການໄຕ້ທູບທຽນບູຊາຕ້ອງຕິດຕາມ ຫຼື ມອດກ່ອນເພື່ອຮັບປະກັນຄວາມປອດໄພ.