ໄລຍະຜ່ານມາ, ສະພາບສຽງຈົມວ່າຈາກສັງຄົມກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາຂອງເຈົ້າ ໜ້າທີ່ແຕ່ລະຂັ້ນ ເຫັນວ່າຂ້ອນຂ້າງໜາຫູພໍສົມຄວນ, ເຊິ່ງໜຶ່ງໃນນັ້ນ ກໍຄືຂັ້ນຂອງສານ ເນື່ອງຈາກມີພະນັກງານຈໍານວນໜຶ່ງຍັງຂາດຄວາມຮັບຜິດຊອບສູງ “ເອີ້ນວ່າ ປາໂຕດຽວເນົ່າໝົດຂ້ອງ” ເຮັດໃຫ້ບາງຄະດີບໍ່ມີຄວາມໂປ່ງໃສ ຈົນເກີດມີຄຳຖາມຕາມມາຫຼວງຫຼາຍ. ຕ່າງໜ້າໃຫ້ປະຊາຊົນ ກໍຄື ບັນດາສະມາຊິກສະພາແຫ່ງ ຊາດ ໄດ້ມີຂໍ້ຊັກຖາມ ເປັນຕົ້ນຄວາມບໍ່ເຊື່ອໝັ້ນຂອງປະຊາຊົນຕໍ່ການຕັດສິນຄະດີຂອງສານ, ຄະດີວົກໄປ-ວົນ ມາບໍ່ສິ້ນສຸດ ແລະ ການລ້ຳລວຍຜິດປົກກະຕິຂອງຜູ້ພິພາກສາບາງຄົນ.

ຕໍ່ບັນດາຄຳຊັກຖາມດັ່ງກ່າວ, ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ ນີ້ວ່າ: ໃນໜຶ່ງປີຜ່ານມາ, ສານປະຊາຊົນແຕ່ລະຂັ້ນໃນທົ່ວປະເທດ ໄດ້ພິຈາລະນາຄະດີອາຍາ ຢູ່ສານຂັ້ນຕົ້ນ ທັງໝົດ 5.291 ເລື່ອງ. ໃນນີ້, ມີຄະດີເຂົ້າໃໝ່ 4.660 ເລື່ອງ, ຄ້າງມາ 631 ເລື່ອງ, ແກ້ໄຂແລ້ວ 4.576 ເລື່ອງ ເທົ່າກັບ 86,48%, ກໍາລັງຄົ້ນຄວ້າພິຈາລະນາ 715 ເລື່ອງ,ໃນນີ້, ຄູ່ຄວາມຂໍອຸທອນ 251 ເລື່ອງ ເທົ່າກັບ 5,48%, ຄູ່ຄວາມບໍ່ຂໍອຸທອນ 4.325 ເລື່ອງ ເທົ່າກັບ 94,51%.

ສານຂັ້ນອຸທອນມີຄະດີອາຍາທັງໝົດ 335 ເລື່ອງ; ໃນນີ້, ເຂົ້າໃໝ່ 251 ເລື່ອງ, ຄ້າງ ມາ 84 ເລື່ອງ, ແກ້ໄຂ 249 ເລື່ອງ ເທົ່າກັບ 74,32%, ກໍາລັງພິຈາລະນາ 86 ເລື່ອງ, ພາຍ ຫຼັງພິພາກສາແລ້ວ ຄູ່ຄວາມຂໍລົບລ້າງ 79 ເລື່ອງ ເທົ່າກັບ 32,64%, ບໍ່ຂໍລົບລ້າງ 163 ເລື່ອງ ເທົ່າກັບ 67,35%. ສານຂັ້ນລົບລ້າງ ລວມມີ 90 ເລື່ອງ; ໃນນີ້, ມີຄະດີເຂົ້າໃໝ່ 79 ເລື່ອງ, ຄ້າງມາ 11 ເລື່ອງ, ແກ້ໄຂແລ້ວ 77 ເລື່ອງ ເທົ່າກັບ 85,55% ແລະ ກໍາລັງພິຈາລະ ນາ 13 ເລື່ອງ.

ປະເພດຄະດີແພ່ງຢູ່ສານຂັ້ນຕົ້ນ ລວມມີ 4.168 ເລື່ອງ; ໃນນີ້, ຄະດີເຂົ້າໃໝ່ 2.798 ເລື່ອງ, ຄ້າງມາ 1.370 ເລື່ອງ, ແກ້ໄຂແລ້ວ 2.462 ເລື່ອງ ເທົ່າກັບ 59,06% ແລະ ກໍາ ລັງພິຈາລະນາ 1.706 ເລື່ອງ. ສານຂັ້ນອຸທອນ ລວມມີ 859 ເລື່ອງ, ໃນນີ້ຄະດີເຂົ້າໃໝ່ 565 ເລື່ອງ, ຄ້າງມາ 294 ເລື່ອງ, ແກ້ໄຂແລ້ວ 497 ເລື່ອງ ເທົ່າກັບ 57,85% ແລະ ກໍາລັງຄົ້ນ ຄວ້າພິຈາລະນາ 362 ເລື່ອງ. ສານຂັ້ນລົບລ້າງ ລວມມີ 215 ເລື່ອງ, ເຂົ້າໃໝ່ 148 ເລື່ອງ, ຄ້າງມາ 67 ເລື່ອງ, ແກ້ໄຂແລ້ວ 146 ເລື່ອງ ເທົ່າກັບ 67,90% ແລະ ກໍລັງພິຈາລະນາ 69 ເລື່ອງ, ສະເພາະຄະດີຂັ້ນຮື້ຟື້ນທີ່ອົງການໄອຍະການປະຊາຊົນສູງສຸດ ສະເໜີຮື້ຟື້ນຕໍ່ສານປະຊາຊົນສູງສຸດ ໃນປີ 2019 ລວມມີ 50 ເລື່ອງ, ເຂົ້າໃໝ່ 39 ເລື່ອງ, ຄ້າງມາ 11 ເລື່ອງ, ແກ້ໄຂແລ້ວ 40 ເລື່ອງ, ຍັງຄົ້ນຄວ້າ 10 ເລື່ອງ. ຜົນຂອງການພິຈາລະນາແກ້ໄຂ ຕົກລົງຮື້ຟື້ນ 27 ເລື່ອງ, ບໍ່ຮື້ຟື້ນ 13 ເລື່ອງ ແລະ ໄດ້ຄົ້ນຄວ້າອອກຄໍາຊີ້ຂາດໂທດປະຫານຊີວິດ 9 ເລື່ອງ.

ປະເພດຄະດີພົ້ນເດັ່ນ ແລະ ເກີດຂຶ້ນຫຼາຍກວ່າໝູ່ຄະດີອາຍາຢູ່ສານຂັ້ນຕົ້ນເຂດ ແມ່ນລັກຊັບພົນລະເມືອງມີ 404 ເລື່ອງ, ຢູ່ສານຂັ້ນຕົ້ນແຂວງ-ນະຄອນຫຼວງ ແມ່ນຄ້າຂາຍຢາເສບຕິດມີ 2.426 ເລື່ອງ. ສ່ວນຄະດີແພ່ງຢູ່ສານຂັ້ນຕົ້ນແມ່ນສັນຍາກູ້ຢືມມີ 366 ເລື່ອງ, ຢູ່ສານຂັ້ນຕົ້ນແຂວງ-ນະຄອນຫຼວງ ມີ 107 ເລື່ອງ, ຄະດີການຄ້າ ແມ່ນສັນຍາກູ້ຢືມມີ 421 ເລື່ອງ, ຄະດີຄອບຄົວແມ່ນສາຍຜົວ-ເມຍຂໍຢ່າຮ້າງຢູ່ສານຂັ້ນຕົ້ນເຂດມີ 353 ເລື່ອງ, ຢູ່ສານແຂວງ-ນະຄອນຫຼວງ ມີ 85 ເລື່ອງ, ຄະດີເດັກແມ່ນບັນຫາຢາເສບຕິດ ມີ 110 ເລື່ອງ ແລະ ຄະດີແຮງງານ ແມ່ນບັນຫາທວງເອົາຄ່າແຮງງານມີ 20 ເລື່ອງ.

ຄຽງຄູ່ກັນນີ້, ການພິຈາລະນາແກ້ໄຂຄະດີບາງເລື່ອງຍັງບໍ່ທັນມີຂໍ້ມູນຫຼັກຖານຄົບຖ້ວນມາພິຈາລະນາຢ່າງຄົບ ຖ້ວນ, ຮອບດ້ານ ແລະ ພາວະວິໄສ, ມີບາງເລື່ອງບໍ່ທັນໄດ້ປະຕິບັດຫຼັກ ການໂຕ້ແຍ້ງຢ່າງເລິກເຊິ່ງ, ບາງຄະດີຊັກຊ້າ-ແກ່ຍາວ, ມີການສົ່ງໄປຫຼາຍຄັ້ງ. ເມື່ອທຽບໃສ່ ຄາດໝາຍການດໍາເນີນຄະດີທົ່ວປະເທດໃນປີ 2019 ໄດ້ພຽງ 73,09% ຫຼຸດຄາດໝາຍ 11,91%,ການຂໍອຸທອນໄດ້ 11,59% ໄດ້ ລື່ນຄາດໝາຍ 3,41%, ການຂໍລົບລ້າງໄດ້ 45,84% ແລະ ການຂໍຮື້ຟື້ນ 0,56%.

ປະທານສານປະຊາຊົນສູງສຸດ ກ່າວວ່າ: ຈາກຜົນສໍາເລັດການຕັດສິນຄະດີຂອງສານທີ່ກ່າວມາຂ້າງເທິງນັ້ນ ມີຫຼາຍຄະດີຍັງບໍ່ມີຄວາມໂປງໄສ ຂາດຄວາມເປັນທໍາ, ຕໍ່ກັບບັນຫາດັ່ງກ່າວ ຄະນະຮັບຜິດຊອບ ກໍຄືສານປະຊາ ຊົນສູງສຸດ ໄດ້ຍົກເອົາປະເດັນນີ້ຂຶ້ນມາຄົ້ນຄວ້າຊອກຫາສາເຫດບັນຫາກ່ຽວກັນການຕັດສິນທີ່ບໍ່ຖືກຕ້ອງ ແລະ ບໍ່ເປັນທຳ. ຜ່ານການຄົ້ນຄວ້າແລ້ວສາມາດຕີລາຄາແລ້ວ ມີ 7 ບັນຫາໃຫຍ່ດັ່ງນີ້:

  1. ຜູ້ພິພາກສາ, ຜູ້ຊ່ວຍພິພາກສາຈາກສານ ຫຼື ພະນັກງານວິຊາການທີ່ຮັບຜິດຊອບຄະດີນັ້ນ ຍັງມີຄວາມຮູ້, ຄວາມສາມາດຄວາມຊຳນານອາວຸໂສບໍ່ພຽງພໍ.
  2. ຄວາມຮັບຜິດຊອບຂອງຄະນະຜູ້ພິພາກສາຍັງບໍ່ທັນສູງພໍ, ການຄົ້ນຄວ້າຮັບຜິດຊອບຄະດີບໍ່ໄດ້ລົງໄປເບິ່ງຕົວຈິງໃນຂອດການເກັບກຳຂໍ້ມູນຫຼັກຖານ ເພື່ອຄວາມຊັດເຈນ ເວົ້າລວມຍັງຂາດນ້ຳໃຈຮັບຜິດ ຊອບ.
  3. ໃນຂະບວນການດຳເນີນຄະດີ, ການໂຕ້ແຍ້ງຄະດີ ແລະ ໂຕ້ຖຽງໃນການເປີດປະຊຸມສານບໍ່ເລິກເຊິ່ງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຜ່ານມາມີຫຼາຍຄະດີທີ່ສານໄດ້ວິນິດໄສຕັດສິນໄປແລ້ວແຕ່ຄູ່ຄວາມປະຕິເສດ
  4. ມີບາງຄະດີມີຄວາມບໍ່ໂປ່ງໃສຈາກການສັງເກດ ຖ້າຄະດີໃດມີຜົນປະໂຫຍດເຂົ້າມາກ່ຽວຂ້ອງ ຈະຫາຄວາມຖືກຕ້ອງເປັນທຳໄດ້ຍາກ.
  5. ຄູ່ຄວາມ ບໍ່ໃຫ້ຄວາມຮ່ວມມືຕໍ່ຜູ້ພິພາກສາ ຖ້າຄູ່ຄວາມໃດຕັ້ງບັນຫາຂຶ້ນມາວ່າຕົນເອງຕ້ອງຊະນະເຖິງສານຕັດສິນຄູ່ຄວາມກໍບໍ່ຍອມຮັບ. ນອກຈາກນີ້, ຜູ້ພິພາກສາກໍຖືກຄ້ານຕົວ.
  6. ການປະສານສົມທົບລະຫວ່າງເຈົ້າໜ້າທີ່ຕຳຫຼວດ, ໄອຍະການບໍ່ທັນລົງຕົວ.
  7. ຂອບຂອງກົດໝາຍເຮັດໃຫ້ການຕັດສິນມີຄວາມຫຍຸ້ງຍາກ, ສປປ ລາວ ເຮົາຍັງບໍ່ທັນມີຈຸດສິ້ນສຸດຂອງຄະດີ, ຫຼາຍຄະດີຮອດສານຂັ້ນລົບລ້າງແລ້ວຍັງໄປຕໍ່ໄດ້ອີກ ຈຸດນີ້ຕ້ອງປັບປຸງນິຕິກຳຕໍ່.