ສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈກັບ ບໍລິສັດ CAT telecom ແລະ ບໍລິສັດ Pakgon ຈໍາກັດ (ປະເທດໄທ) ໃນວັນທີ 28 ພະຈິກ ປີ 2019 ເພື່ອຮ່ວມມືກັນຄົ້ນຄວ້າ ແລະ ສ້າງຫຼັກສູດການຮຽນ ບໍລິຫານວິສະວະກຳຄອມພິວເຕີ, ເຂົ້າຮ່ວມໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.

ເຊິ່ງລົງນາມໂດຍ ທ່ານ ສາຍຝົນ ບຸດຈັນທະລາດ ອໍານວຍການສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ປອ ພາກພຸມ ສິຣິມາກຸນ ຫົວໜ້າເຈົ້າໜ້າທີ່ບໍລິຫານ ຕາງໜ້າ 2 ບໍລິສັດ, ພ້ອມນັ້ນກໍມີຕາງໜ້າຈາກບັນດາກົມອ້ອມຂ້າງ ກະຊວງ ປທສ, ລັດວິສາຫະກິດ ໃນຂະແໜງການໂທລະຄົມ ແລະ ບໍລິສັດເອກະຊົນ ໃນຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອຮ່ວມມືກັນຄົ້ນຄວ້າ ແລະ ສ້າງຫຼັກສູດ ບໍລິຫານວິສະວະກຳຄອມພິວເຕີ ຫຼື Computer Engineering Management ເຊິ່ງເປັນຫຼັກສູດປະລິນຍາຕີຕໍ່ເນື່ອງ 2 ປີ ໂດຍຈະຮັບເອົາຄົນທີ່ຈົບຊັ້ນສູງຂຶ້ນໄປ ຈາກທຸກຂະແໜງການ ໃຫ້ສາມາດເຂົ້າຮຽນຕໍ່ໄດ້.

ຫຼັກສູດດັ່ງກ່າວ ຈະລວມເນື້ອໃນທາງດ້ານເຕັກໂນໂລຊີທີ່ທັນສະໄໝ, ເນັ້ນການສ້າງ ແລະ ປະຕິບັດຕົວຈິງ ລວມເຖິງການຮຽນຮູ້ກ່ຽວກັບ ການບໍລິຫານຈັດການ. ທົງໝົດນີ້ ຈະເປັນການພັດທະນາຫຼັກສູດ ເພື່ອສ້າງບຸກຄະລາກອນ ທີ່ມີຄວາມຮູ້ທາງດ້ານເຕັກໂນໂລຊີ, ເປັນວິສະວະກອນທີ່ສາມາດສ້າງຜະລິດຕະພັນຕົວຈິງ ແລະ ມີຄວາມ ຮູ້ຄວາມສາມາດໃນການບໍລິຫານຈັດການ, ຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງສັງຄົມ ຈົນສາມາດຫັນຕົນເອງເປັນເຈົ້າຂອງກິດຈະການໄດ້ອີກດ້ວຍ.

ຫຼັກສູດດັ່ງກ່າວ ແມ່ນເນັ້ນໃສ່ການສ້າງບຸກຄະລາກອນ ໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດເຮັດວຽກຕົວຈິງໄດ້ ແນໃສ່ການສົມທົບປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຮອບດ້ານ ແລະ ທັນການ. ຈາກນັ້ນ, ຈະມີການຄົ້ນຄວ້າເນື້ອໃນລາຍລະອຽດຂອງຫຼັກສູດ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ.

ນອກຈາກການຮ່ວມມືທາງດ້ານການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດແລ້ວ, ທັງສອງຝ່າຍຍັງຈະມີແຜນການຮ່ວມມືໃນຂອບອື່ນອີກ ເຊັ່ນ: ການຄົ້ນຄວ້າ ແລະ ພັດທະນາ Smart Campus ຫຼື ການສ້າງສະຖາບັນ ໃຫ້ກາຍເປັນສະຖາບັນທີ່ທັນສະໄໝ, ການຊຸກຍູ້ ແລະ ສົ່ງເສີມໃຫ້ນັກສຶກສາ ມີຄວາມສາມາດໃນການສ້າງທຸລະກິດລິເລີ່ມ ຫຼື Startup ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.