ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ສົມທົບກັບອໍານາດການປົກຄອງບ້ານ ເຂົ້າກວດຄົ້ນຫ້ອງນອນເປົ້າໝາຍຄ້າຂາຍຢາເສບຕິດ ພາຍໃນເຮືອນຂອງຜູ້ ກ່ຽວ ພົບຢາບ້າ 212 ເມັດ ໃນວັນທີ 29 ຕຸລາ 2019.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ທ້າວ ມິດ ອາຍຸ 37 ປີ ຢູ່ບ້ານນໍ້າຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ. ທ້າວ ມິດ ເລີ່ມພົວພັນເສບຢາເສບຕິດມາແຕ່ປີ 2015, ບາງວັນໄດ້ເສບຈຳນວນ 10 ເມັດ. ຮອດເດືອນກັນຍາ 2019, ຜູ້ກ່ຽວໄດ້ຖືກໝູ່ຊັກຊວນຂາຍຢາບ້ານຳ. ຈາກນັ້ນ, ຜູ້ກ່ຽວກໍໄດ້ຕົກລົງທັນທີ, ສ່ວນຫຼາຍຜູ້ກ່ຽວໄປຊື້ຢາບ້າຢູ່ບ້ານຄົກງິ້ວ ເມືອງຊະນະຄາມ ແຂວງວຽງຈັນ, ຄັ້ງລະ 200 – 400 ເມັດ, ພາຍຫຼັງທີ່ໄດ້ຢາບ້າມາແລ້ວ ກໍໄດ້ແບ່ງເສບ-ຂາຍຍ່ອຍ ໃຫ້ໄວ້ລຸ້ນກຸ່ມມົ້ວສຸມເສບນໍາກັນຢູ່ພາຍໃນບ້ານ.

ຄັ້ງສຸດທ້າຍ, ຜູ້ກ່ຽວໄດ້ໄປຊື້ຢາບ້ານຳຜູ້ເກົ່າ ຢູ່ບ້ານຄົກງິ້ວ ຈຳນວນ 400 ເມັດ. ຈາກນັ້ນ, ໄດ້ມາແບ່ງຂາຍ ແລະ ເສບຈຳນວນ 188 ເມັດ, ສ່ວນຢາບ້າທີ່ຍັງເຫຼືອ 212 ເມັດ ແມ່ນໄດ້ເກັບຮັກສາໄວ້ໃນເຮືອນ. ຮອດວັນທີ 29 ຕຸລາ 2019, ຖືກເຈົ້າໜ້າທີ່ກວດຄົ້ນເຮືອນພົບເຫັນຂອງກາງຢາບ້າທີ່ຊຸກເຊື່ອງໄວ້ໃນຫ້ອງນອນຈຳນວນດັ່ງກ່າວ ແລະ ນຳຕົວໄປດຳເນີນຄະດີ.