ກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທໍາ ໃນຂອບກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 9 ແລະ ມອບໂອນປະທານຮ່ວມ ຈັດຂຶ້ນໃນວັນທີ 4 ທັນວາ 2019 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ສປປ ລາວ, ໂດຍມີ ພົຕ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ພັອ ເຊິເອກ ອະບຣາມ໋ອບ ຫົວໜ້າກຸ່ມກອງບັນຊາການທະຫານ ກອງທັບລັດເຊຍ, ມີບັນດາຄະນະຜູ້ແທນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທໍາ

ພັອ ເຊິເອກ ອະບຣາມ໋ອບ ກ່າວວ່າ:

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເປັນການສະຫຼຸບວຽກງານທີ່ໄດ້ຈັດຕັ້ງປະຕິບັດຂອງ ການເປັນປະທານຮ່ວມ ໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທໍາ ໃນໄລຍະ 3 ປີຜ່ານມາ ລະຫວ່າງ ກອງທັບປະ ຊາຊົນລາວ ແລະ ກອງທັບລັດເຊຍ.

ພ້ອມທັງເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການດ້ານວຽກງານເກັບກູ້ລະເບີດ ເພື່ອມະນຸດສະທໍາ ແລະ ເປັນສັກຂີພິຍານ ໃນການມອບຮັບປະທານຮ່ວມ ໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທໍາ ໃຫ້ແກ່ ປະເທດກໍາປູເຈຍ ແລະ ສປ ຈີນ ໃນຮອບວຽນຕໍ່ໄປ ແຕ່ປີ 2020-2030.

ພົຕ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ

ພົຕ ອ່ອນສີ ແສນສຸກ ກ່າວວ່າ:

ຄືດັ່ງຮັບຮູ້ນໍາກັນແລ້ວວ່າ ສປປ ລາວ ເປັນປະເທດທີ່ມີລະເບີດບໍ່ທັນແຕກຕົງຄ້າງ ຈາກສະໄໝສົງຄາມ ຫຼາຍທີ່ສຸດໃນໂລກ ແລະ ເປັນການກົດໜ່ວງທ່ວງດຶງ ບໍ່ສະເພາະຕໍ່ກັບ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຕ່ຍັງເປັນໄພຂົ່ມຂູ່ທີ່ຮ້າຍແຮງ ໃນການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ.

ສະເພາະປີ 2018 ມີອຸປະຕິເຫດຈາກລະເບີດບໍ່ທັນແຕກ ທັງໝົດ 17 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 21 ຄົນ, ເສຍຊີວິດ 3 ຄົນ. ດ້ວຍເຫດນີ້, ວຽກງານກ່ຽວກັບ ເກັບກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ຈຶ່ງເປັນວຽກບຸລິມະສິດຂອງລັດຖະບານ.

ກອງທັບປະຊາຊົນລາວ ມີຄວາມຍິນດີ ແລະ ຮູ້ສຶກເປັນກຽດທີ່ໄດ້ເປັນປະທານ ຮ່ວມກັບ ກອງທັບລັດເຊຍ ໃນ   ໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດສະທໍາ ໃນຮອບວຽນປີ 2017-2020 ແລະ ການເປັນປະທານຮ່ວມນີ້ ແມ່ນມີຄວາມໝາຍ ແລະ ຄວາມສໍາຄັນສໍາລັບພວກເຮົາ ເນື່ອງຈາກວ່າ ມັນໄດ້ເຮັດໃຫ້ພວກເຮົາເຫັນໄດ້ເຖິງຜົນກະທົບ ແລະ ໄພອັນຕະລາຍຂອງລະເບີດທີ່ບໍ່ທັນແຕກ.

ຂອບກອງປະຊຸມລັດຖະມົນຕີ ປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 9

ພ້ອມດຽວກັນນັ້ນ, ກໍຍັງເປັນໂອກາດໃຫ້ບັນດາປະເທດ ອາຊຽນ-ບວກ ໄດ້ປຶກສາຫາລື ເພື່ອຫາຊ່ອງທາງໃນການເສີມຂະຫຍາຍການຮ່ວມມື ແລະ ໄດ້ແລກປ່ຽນບົດຮຽນ, ປະສົບການກ່ຽວກັບ ການແກ້ໄຂບັນຫາລະເບີດບໍ່ທັນແຕກ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຂີດຄວາມສາມາດຂອງບຸກຄະລາກອນພວກເຮົາ. ດັ່ງນັ້ນ, ກອງປະຊຸມຄັ້ງນີ້ ຈຶ່ງເປັນການໄດ້ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມໃນການຮ່ວມກັນແກ້ໄຂບັນຫາລະເບີດບໍ່ທັນແຕກ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປ ໃນອະນາຄົນຂ້າງໜ້າ.