ປັດຈຸບັນ, ການຕິດຕັ້ງປ້າຍໂຄສະນາ ແລະ ການປຸກສ້າງເທີບ-ເງີບ ຂອງພໍ່-ແມ່ປະຊາຊົນ ແລະ ຜູ້ປະກອບການ ຢູ່ນະຄອນຫຼວງວຽງຈັນ ເຫັນວ່າ: ຢູ່ຫຼາຍເສັ້ນທາງຍັງກວມເອົາເຂດສະຫງວນທາງ ແລະ ບໍ່ຖືກຕ້ອງຕາມລະ ບຽບການທີ່ວາງໄວ້, ເຊິ່ງເປັນສາເຫດໜຶ່ງເຮັດໃຫ້ການສັນຈອນຢູ່ຕາມເສັ້ນທາງແອອັດ ແລະ ເຮັດໃຫ້ນັກຂັບຂີ່ທີ່ສັນຈອນໄປມາຢູ່ຕາມສາຍທາງບໍ່ສາມາດແນມເຫັນໄກ ບາງຄັ້ງອາດເປັນສາເຫດພາໃຫ້ເກີດອຸບັດຕິເຫດຕາມມາ; ຕໍ່ກັບບັນຫາດັ່ງກ່າວນີ້, ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ ແລະ ໝົດໄປ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງນະຄອນ ຫຼວງວຽງຈັນ; ແຕ່ມາເຖິງປັດຈຸບັນ ເຫັນວ່າ ເສັ້ນທາງບາງເສັ້ນກໍໄດ້ຮັບການແກ້ໄຂ ແຕ່ບາງເສັ້ນທາງແກ້ໄຂແລ້ວບໍ່ພໍເທົ່າໃດອາທິດ ຍັງເຫັນນຳປ້າຍມາຕິດໃສ່ຄືນ ແລະ ບາງເສັ້ນທາງຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ.

ທ່ານ ສຸລິວັນ ພົມມະຫາໄຊ ຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ກ່າວວ່າ: ພາຍ ຫຼັງອົງການປົກ ຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ ຍທຂ ນະຄອນຫຼວງວຽງຈັນ ລົງແກ້ໄຂ ແລະ ມ້າງສິ່ງຕໍ່ເຕີມທີ່ບໍ່ອະນຸ ຍາດ ແລະ ອະນຸຍາດຖືກຕ້ອງ. ແຕ່ກະທົບເຖິງຄວາມປອດໄພຕາມທ້ອງຖະໜົນ, ມ້າງເທິບ-ເງົບ ກັ້ງແດດ-ຝົນ ລົ້ນອອກຂອບເຂດອາຄານທີ່ຢູ່ຕາມແຄມທາງ, ມ້າງເຮືອນ, ຕູບ, ຮົ້ວ, ກໍາແພງທີ່ຊຸດໂຊມ ໃຊ້ການບໍ່ໄດ້, ຮື້ຖອນປ້າຍ ແລະ ແຜນກະດາດໂຄສະນາທີ່ຕິດຕັ້ງບໍ່ຖືກລະບຽບການ, ຮື້ຖອນປ້າຍຕາມຖະໜົນ, ເສັ້ນທາງ, ຈຸດທາງໂຄ້ງ, ທາງແຍກທີ່ມີຄວາມແອອັດ ທີ່ກະທົບເຖິງຄວາມປອດໄພທາງຖະໜົນ, ຮື້ຖອນປ້າຍທີ່ຕິດຕັ້ງຊະຊາຍ (ຕິດປ້າຍທີ່ບໍ່ອະນຸຍາດ) ເຊັ່ນ: ຕາມຝາ, ກໍາແພງ, ຕົ້ນໄມ້ ແລະ ເສົາໄຟຟ້າຕາມແຄມທາງ, ເສົາປ້າຍສັນຍານຈາ ລະຈອນ, ຮື້ຖອນປ້າຍທີ່ຂາດມາດຖານເຕັກນິກບໍ່ດຸນດ່ຽງລະຫວ່າງນໍ້າໜັກກັບຂະໜາດ ແລະ ບໍ່ຮັບປະກັນເຖິງຄວາມປອດໄພ.

ດັ່ງນັ້ນ, ພະແນກ ຍທຂ ນວ ຈຶ່ງໄດ້ກໍານົດເລັ່ງໃສ່ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມສາຍທາງ ໃນນະຄອນຫຼວງວຽງຈັນ ລວມທັງໝົດ 21 ເສັ້ນທາງທີ່ຂຶ້ນກັບ 6 ເມືອງ ເພື່ອເຮັດໃຫ້ສອງຝາກຂ້າງຂອງເສັ້ນທາງສະອາດຈົບງາມ ແລະ ປະຕິບັດຕາມ 6 ສໍທີ່ນະຄອນຫຼວງວຽງຈັນວາງອອກ ໂດຍສົມທົບກັບບັນດາ ຍທຂ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງລົງເກັບກໍາກວດກາ ເປັນຕົ້ນແມ່ນກວດກາການປຸກສ້າງຕາມແຄມທາງ, ກອງຫີນ-ຊາຍ, ເທີບ-ເງີບ.

ການຖົມດິນ ແລະ ການຕິດຕັ້ງປ້າຍໂຄສະນາຕ່າງໆ ທີ່ບໍ່ຖືກລະບຽບ ຫຼື ກວມເອົາເຂດສະຫງວນທາງ; ຜ່ານການລົງກວດກາໃນແຕ່ລະເສັ້ນທາງ ເຫັນວ່າເສັ້ນທາງຫຼາຍເສັ້ນຍັງບໍ່ເປັນລະບຽບຮຽບຮ້ອຍ, ບໍ່ມີຄວາມຈົບງາມ, ເທີບ-ເງີບ, ປ້າຍໂຄສະນາຍັງກວມເອົາເຂດສະຫງວນທາງ ເຮັດໃຫ້ການຂັບຂີ່ໄປ-ມາບໍ່ສາມາດແນມເຫັນໄກໄດ້; ດັ່ງນັ້ນ, ພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ເຮັດໃບແຈ້ງການຫາງບັນດາເຈົ້າຂອງເທີບ-ເງີບ, ປ້າຍໂຄສະນາ ໃຫ້ມ້າງອອກພາຍໃນ 10 ວັນ; ຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຈະລົງກວດກາອີກຄັ້ງຖ້າວ່າຍັງບໍ່ມີການມ້າງອອກທາງຄະນະກຳມະການ ຈະລົງມາມ້າງອອກ ແລະ ມີການປັບໃໝ ເພື່ອໃຫ້ຜູ້ປະກອບການເຂັດຫຼາບ.

ຖ້າວ່າຄະນະກຳມະການຕັດປ້າຍ ຫຼື ເທີບ-ເງີບ ອອກແລ້ວຖ້າເຈົ້າຂອງຢາກໄດ້ຄືນຈະຖືກປັບຕາມຂະໜາດຂອງປ້າຍເຊັ່ນ: ຂະໜາດ 5×10 ແມັດ ແມ່ນ 800.000 ກີບ, ຂະໜາດ 4×8 ແມັດ 500.000 ກີບ, ຂະໜາດ 4×8 ແມັດລົງມາ 300.000 ກີບ, ສ່ວນປ້າຍຂະໜາດນ້ອຍແມ່ນ 50.000 ກີບຕໍ່ປ້າຍ; ຕໍ່ກັບຜູ້ທີ່ບໍ່ເຂັດຫຼາບກະທຳຜິດແບບຊໍ້າ ຈະໃຊ້ມາດຕະການເດັດຂາດຕາມລະບຽບການທີ່ຂັ້ນເທິງວາງອອກ; ສຳລັບປ້າຍ, ເທີບ-ເງີບ ທີ່ກຳມະການຕັດອອກ ແລະ ເກັບໄວ້ ຫຼັງຈາກທີ່ແຈ້ງການໃຫ້ເຈົ້າຂອງມາພົວພັນເອົາພາຍໃນ 15 ວັນ ຖ້າກາຍກຳນົດບໍ່ມາເອົາປ້າຍ ແລະ ເທີບ ຈະຖືກຢຶດເປັນຂອງລັດ.

ນອກຈາກນີ້, ຄະນະຮັບຜິດຊອບ ຍັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂສິ່ງກີດຂວາງຕາມທາງຄົນຍ່າງ ແລະ ຕາມພື້ນທີ່ສາທາລະນະສະຖານ,  ການຈອດລົດຊະຊາຍ, ຈອດລົດຕາມທາງຄົນຍ່າງ, ຕາມແຄມທາງທີ່ທາງການບໍ່ອະນຸຍາດ, ການວາງວັດສະດຸກໍ່ສ້າງ, ຕັ້ງລໍ້, ກາງເຕັ້ນຈັດງານ, ວາງເຄື່ອງຂອງ ຫຼື ວາງສິນຄ້າທຸກປະ ເພດ ຂາຍຢູ່ຕາມທາງຄົນຍ່າງ, ຕາມເສັ້ນທາງສາຍຫຼັກ 21 ເສັ້ນ ແລະ ເຂດສະຫງວນສາທາລະນະແຄມຖະໜົນ ແລະ ຖະໜົນ ເຂດເທດສະບານ ແລະ ນອກເຂດເທດສະບານ ເມືອງໄຊທານີ, ເມືອງນາຊາຍທອງ, ເມືອງຫາດ ຊາຍຟອງ, ເມືອງສັງທອງ ແລະ ເມືອງປາກງື່ມ ເພື່ອຮັບປະກັນໃຫ້ແກ່ການສັນຈອນໄປ-ມາມີຄວາມສະດວກສະບາຍດີຂຶ້ນກວ່າເກົ່າ ຮັບປະກັນບໍ່ໃຫ້ເກີດບັນຫາລົດຕິດຢູ່ຕາມສາຍທາງ.

ແນວໃດກໍຕາມ, ບັນຫາການຕິດຕັ້ງປ້າຍໂຄສະນາ ແລະ ການປຸກສ້າງເທີບ-ເງີບ ຢູ່ຫຼາຍເສັ້ນທາງຍັທີ່ກວມເອົາເຂດສະຫງວນທາງ ແລະ ບໍ່ຖືກຕ້ອງຕາມລະບຽບການທີ່ວາງໄວ້ແມ່ນບັນຫາຂອງໝົດທຸກຄົນທີ່ຈະຕ້ອງຮ່ວມມືກັນແກ້ໄຂ ໂດຍສະເພາະແມ່ນຜູ້ປະກອບການເອງ ຄວນມີສະຕິ ເມື່ອຮູ້ວ່າເທີບ-ເງີບ ຫຼື ປ້າຍໂຄສະນາຂອງທ່ານປຸກສ້າງ ແລະ ຕິດຕັ້ງກວມເອົາເຂດສະຫງວນທາງ ຄວນມ້າງອອກ ເພື່ອເຮັດໃຫ້ສອງຝາກທາງຢູ່ຕາມເສັ້ນທາງຫຼັກຂອງນະຄອນຫຼວງວຽງຈັນ ມີຄວາມສະອາດງາມຕາພ້ອມທັງເປັນການແກ້ໄຂບັນຫາຈະລາຈອນຕິດຂັດໄປໃນຕົວ ແລະ ເປັນການສະກັດກັ້ນບັນຫາອຸບັດຕິເຫດບົນທ້ອງຖະໜົນທີ່ຈະເກີດຂຶ້ນຕາມມາ.