ພິທີຍ້ອງຍໍ ບັນດາພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນ ແລະ ອຸປະຖໍາງານສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018) ໄດ້ຈັດຂຶ້ນວັນທີ 29 ພະຈິກ 2019 ທີ່ຫໍປະຊຸມແຫ່ງຊາດ, ໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ຫົວໜ້າຄະນະຮັບຜິດຊອບ ການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ-ເຂດທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ, ພ້ອມທັງມີ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າອົງການທຽບເທົ່າ ແລະ ນັກທຸລະກິດ ເຂົ້າຮ່ວມ.

ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຂຶ້ນຜ່ານດໍາລັດຂອງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍ ການມອບໃບຍ້ອງຍໍລັດຖະບານ, ຫຼຽນກາແຮງງານ ແລະ ຫຼຽນກາພັດທະນາ ໃຫ້ພາກສ່ວນຕ່າງໆ ຄື:

+ ມອບໃບຍ້ອງຍໍລັດຖະບານ ໃຫ້ ບໍລິສັດ ເບຍລາວ ຈໍາກັດ, ບໍລິສັດ ບຸນທະວີຊັບ ຈໍາກັດ, ທະນາຄານ ເອັສທີ ຈໍາກັດ, ບໍລິສັດ ແສງທອງ ຈໍາກັດ, ບໍລິສັດ ລາວໂທລະຄົມມະນາຄົມ, ແຂວງສະຫວັນນະເຂດ, ບໍລິສັດ ພອນສັກ ຈໍາກັດ ແລະ ຂະບວນຄາລະວານລົດທ່ອງທ່ຽວ.

+ ປະດັບຫຼຽນກາແຮງງານ ໃຫ້ ບໍລິສັດ ພອນຈະເລີນກໍ່ສ້າງ ແລະ ສົ່ງເສີມກະສິກໍາ ຄົບວົງຈອນ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ, ບໍລິສັດ ພົງຊັບທະວີ ຈໍາກັດ, ທະນາຄານຮ່ວມພັດທະນາ, ບໍລິສັດ ທີ່ປຶກສາການລົງທຶນ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ, ບໍລິສັດ ໂສມາພາອິນພໍ ເຕັກໂນໂລຊີລາວ ຈໍາກັດ ແລະ ບໍລິສັດ ໜໍ່ຄໍາກໍ່ສ້າງຂົວທາງ ຈໍາກັດ.

+ ປະດັບຫຼຽນກາພັດທະນາ ໃຫ້ ບໍລິສັດ ຈະເລີນເຊກອງ ຈໍາກັດ.

ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ກ່າວວ່າ:

ຜົນສໍາເລັດໃນການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ກໍຍ້ອນໄດ້ຮັບການປະກອບສ່ວນຂອງທຸກພາກສ່ວນ ແລະ ທຸກກໍາລັງແຮງ, ໃນນັ້ນສໍາຄັນພິເສດແມ່ນ ຍ້ອນໄດ້ຮັບການປະກອບສ່ວນທາງວັດຖຸປັດໄຈ ຈາກບັນດາພາກສ່ວນຕ່າງໆ ໃນທຸກຂົງເຂດຂອບເຂດທົ່ວປະເທດ.

ເຊິ່ງເຖິງແມ່ນວ່າ ໃນປີ 2018 ປະເທດເຮົາໄດ້ພົບພໍ້ກັບ ບັນຫາຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ເປັນຕົ້ນແມ່ນ ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດຕ່າງໆ ເຊິ່ງໄດ້ສ້າງຜົນເສຍຫາຍສົ່ງຜົນກະທົບຕໍ່ທາງດ້ານເສດຖະກິດ ແລະ ງົບປະມານ ເວົ້າລວມ, ເວົ້າສະເພາະ ງົບປະມານໃນການຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ ທີ່ມີຈໍາກັດນັ້ນ, ແຕ່ບັນດາພາກສ່ວນຕ່າງໆຂອງລັດ ແລະ ພາກສ່ວນທຸລະກິດ ຕະຫຼອດຮອດທຸກຄົນ ກໍຍັງມີຄວາມຕື່ນຕົວສະໝັກໃຈສະໜັບສະໜູນປະກອບສ່ວນ ເປັນຈໍານວນເງິນທັງໝົດ 2,4 ຕື້ກວ່າກີບ ເຮັດໃຫ້ການຈັດງານດັ່ງກ່າວສໍາເລັດຕາມຄາດໝາຍທີ່ວາງໄວ້.

ສະນັ້ນ, ໃນຖານະຕາງໜ້າໃຫ້ ກົມການເມືອງສູນກາງພັກ-ລັດຖະບານ ກໍຄື ໃນນາມ ຄະນະຮັບຜິດຊອບ ການສະເຫຼີມສະຫຼອງງານດັ່ງກ່າວ ຂໍສະແດງຄວາມຂອບໃຈທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນເຮັດໃຫ້ການສະເຫຼີມສະຫຼອງ ສໍາເລັດຢ່າງຈົບງາມ.