ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ນໍາກໍາລັງຕໍາຫຼວດວິຊາສະເພາະຕິດຕາມຈັບເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ 120.000 ກວ່າເມັດຢູ່ທາງ ເຂົ້າບ້ານໜອງນົກຂຽນ ເມືອງສອງຄອນ ແຂວງສະຫວັນນະເຂດ ໃນວັນທີ 1 ທັນວາ 2019 ໃນຂະນະທີ່ນັ່ງລໍຖ້ານັດສົ່ງຢາບ້າໃຫ້ຜູ້ສັ່ງຊື້້.

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ອໍາພອນ ຫຼື ຊຽງ ອາຍຸ 24 ປີ ຢູ່ບ້ານໜອງ ແດງ ເມືອງສອງຄອນ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ 60 ມັດ ເທົ່າກັບ 120.000 ເມັດ, ລົດຈັກຮອນດ້າເວບ ສີຂາວ-ດໍາ ບໍ່ມີປ້າຍທະບຽນ ພ້ອມໂທລະສັບ 1 ເຄື່ອງ.

ກ່ອນມ້າງຄະດີລາຍນີ້ໄດ້ ເບື້ອງຕົ້ນໃນເວລາປະມານ 7:00 ໂມງ ຂອງວັນທີ 1 ທັນວາ ໄດ້ຮັບແຫຼ່ງຂ່າວວ່າ ຈະມີການຊື້-ຂາຍຢາເສບຕິດປະເພດຢາບ້າຈໍານວນຫຼາຍ ໂດຍນັດສົ່ງໃຫ້ກັນຢູ່ຂອບເຂດບ້ານໜອງນົກຂຽນ ເມືອງສອງຄອນ ຈຶ່ງໄດ້ແຕ່ງຕັ້ງກໍາລັງຕໍາຫຼວດວິຊາສະເພາະລົງຕິດຕາມເປົ້າໝາຍຢູ່ຈຸດນັດສົ່ງ. ຜ່ານການຕິດຕາມຮອດ ເວລາ 12:00 ໂມງ ຂອງວັນດຽວກັນ, ພົບເຫັນເປົ້າໝາຍຂັບຂີ່ລົດຈັກຮອນດ້າເວບສີຂາວ ບໍ່ຕິດປ້າຍທະບຽນ ໄປຈອດຢູ່ທາງເຂົ້າບ້ານໜອງນົກຂຽນ ຈຶ່ງໄດ້ເຂົ້າຈັບກຸມ ພ້ອມກວດຄົ້ນພົບຂອງກາງຢາບ້າຈໍານວນດັ່ງກ່າວ.

ຄະດີດັ່ງກ່າວ, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ພວມດໍາເນີນການສືບສວນ-ສອບສວນຂະຫຍາຍຜົນ ຕິດຕາມຈັບຕົວຜູ້ຮ່ວມຂະບວນການດຽວກັນທີ່ພົວພັນກັບຢາເສບຕິດໄປດໍາເນີນຄະດີຕາມກົດໝາຍ.