ຊາຍ 3 ຄົນ ຮ່ວມກັນຮັບເອົາຢາບ້າຈໍານວນຫຼາຍ ໄປສົ່ງໃຫ້ຜູ້ສັ່ງຊື້ທີ່ນັດກັນຢູ່ເຮືອນພັກແຫ່ງໜຶ່ງ ພາຍໃນເທດ ສະບານເມືອງໂພນໂຮງ ຖືກເຈົ້າໜ້າທີ່ ປກສ ແຂວງວຽງຈັນ ຈັບຕົວພ້ອມຂອງກາງຢາບ້າ 36 ມັດ ເທົ່າ 72.000 ເມັດ ໄປດຳເນີນຄະດີ.

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ເປີດເຜີຍ ໃນວັນທີ 9 ທັນວາ 2019 ວ່າ: ຄະດີດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະເຂົ້າຈັບກຸ່ມ ໃນວັນທີ 4 ຕຸລາ 2019 ຢູ່ເຮືອນພັກແຫ່ງໜຶ່ງ ໃນເທດສະບານເມືອງໂພນໂຮງ ແຂວງວຽງຈັນ ພ້ອມຢາບ້າ 72.000 ເມັດ ພາຍຫຼັງສືບຮູ້ການເຄື່ອນໄຫວຂອງພວກກ່ຽວ. ຜູ້ຖືກຫາທັງ 3 ຄົນ ຊື່: ທ້າວ ໂພ ອາຍຸ 52 ປີ ຢູ່ບ້ານວຽງຄໍາ ເມືອງປາກກະດິງ, ທ້າວ ຄຳຕາ ອາຍຸ 49 ປີ ຢູ່ບ້ານທົ່ງຈະເລີນ ເມືອງຄຳເກີດ ທັງ 2 ຄົນ ແຂວງບໍ ລິຄຳໄຊ ແລະ ທ້າວ ທອງຈັນ ອາຍຸ 42 ປີ ຢູ່ບ້ານໂນນຄໍ້ໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ພວກກ່ຽວທັງ 3 ຄົນ ເປັນເປົ້າໝາຍຕິດຕາມຕົວຂອງເຈົ້າໜ້າທີ່ມາໄດ້ໄລຍະໜຶ່ງແລ້ວ ເນື່ອງຈາກພວກກ່ຽວມີການພົວພັນກັນຄ້າຂາຍຢາເສບຕິດເປັນປະຈໍາ. ຜ່ານການຕິດຕາມຮອດວັນທີ 4 ຕຸລາ 2019, ໄດ້ສືບຮູ້ວ່າ ພວກກ່ຽວໄດ້ເອົາຢາບ້າຈໍານວນຫຼາຍໄປຂາຍໃຫ້ຜູ້ສັ່ງຊື້ຢູ່ເຮືອນພັກແຫ່ງໜຶ່ງ ເມືອງໂພນໂຮງ ແຕ່ຖືກເຈົ້າໜ້າທີ່ຕິດຕາມເຂົ້າຈັບຕົວ ພ້ອມຂອງກາງຢາບ້າຈໍານວນດັ່ງກ່າວ.

ຜ່ານການສອບສວຈນພວກກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວຈະເອົາໄປຂາຍໃຫ້ຜູ້ສັ່ງຊື້, ເຊິ່ງຈະໄດ້ເງິນ ຄ່າຈ້າງ 54.000.000 ກີບ ແຕ່ຖືກເຈົ້າ ໜ້າທີ່ຈັບຕົວ ພ້ອມທັງກວດຄົ້ນຈຶ່ງພົບຢາບ້າ ຈຳນວນ 36 ມັດ ເທົ່າກັບ 72.000 ເມັດ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ພວມດຳເນີນ ການສອບສວນຂະຫຍາຍຜົນຫາຜູ້ທີ່ພົວພັນກັບຢາເສບຕິດ ເພື່ອຕິດຕາມຈັບຕົວໄປດໍາເນີນຄະດີຕາມກົດໝາຍ.