ໃນເດືອນພະຈິກ 2019, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ສາມາດຕິດປ້າຍລົດໃນຂອບເຂດທົ່ວປະເທດ ທັງໝົດ 8.807 ຄັນ; ໃນນີ້, ເປັນລົດຈັກ (ລົດ 2 ລໍ້) 6.000 ກວ່າຄັນ ແລະ ລົດໃຫຍ່ (ລົດ 4 ລໍ້-6 ລໍ້) 2.000 ກວ່າຄັນ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງ ປກສ ລາຍງານວ່າ: ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ເອົາໃຈໃສ່ຄຸ້ມຄອງການຕິດປ້າຍລົດ ດ້ວຍການເພີ່ມທະວີການກວດກາແຜນຜະລິດ ແລະ ບໍລິ ການຕິດປ້າຍລົດໃຫ້ມີຄວາມວ່ອງໄວຮັບປະກັນ ແລະ ຖືກຕ້ອງຕາມຫຼັກການວິຊາສະເພາະ ສະ ແດງອອກໃນ ເດືອນພະຈິກ 2019 ສາມາດຕິດປ້າຍລົດໃນທົ່ວປະເທດໄດ້ທັງໝົດ 8.807 ຄັນ; ໃນນີ້, ລົດ 2 ລໍ້ 6.197 ຄັນ, ລົດ 4 ລໍ້ 2.408 ຄັນ ແລະ ລົດ 6 ລໍ້ 302 ຄັນ; ສະເພາະລົດ 2 ລໍ້ ຢູ່ນະຄອນຫຼວງວຽງ ຈັນ ຕິດປ້າຍໄດ້ 2.745 ຄັນ, ສະຫວັນນະເຂດ 892 ຄັນ, ຈໍາປາສັກ 574 ຄັນ, ອຸດົມໄຊ 262 ຄັນ, ຫຼວງພະບາງ 225 ຄັນ, ຄໍາມ່ວນ 220 ຄັນ, ຊຽງຂວາງ 179 ຄັນ, ອັດຕະປື 174 ຄັນ, ບໍລິຄໍາໄຊ 168 ຄັນ, ຫຼວງນໍ້າທາ 163 ຄັນ, ໄຊຍະບູລີ 143 ຄັນ, ຫົວພັນ 124 ຄັນ, ບໍ່ແກ້ວ 114 ຄັນ, ສາລະວັນ 110 ຄັນ ແລະ ແຂວງອື່ນໆ.

ສ່ວນລົດ ລົດ 4 ລໍ້ ແລະ 6 ລໍ້ ທີ່ສາມາດຕິດໄດ້ຢູ່ນະຄອນຫຼວງ ມີທັງໝົດ 1.573 ຄັນ, ສະຫວັນນະເຂດ 179 ຄັນ, ຈໍາປາສັກ 161 ຄັນ, ຄໍາມ່ວນ 101 ຄັນ, ຫຼວງນໍ້າທາ 98 ຄັນ, ບໍ່ແກ້ວ 86 ຄັນ, ບໍລິຄໍາໄຊ 83 ຄັນ, ຫຼວງພະບາງ 70 ຄັນ, ອຸດົມໄຊ 69 ຄັນ, ຊຽງຂວາງ 53 ຄັນ ແລະ ແຂວງອື່ນໆອີກ.