ທ້າວ ເມັງ ອາຍຸ 37 ປີ ຢູ່ບ້ານນໍ້າຄະ ເມືອງຮຸນ ແຂວງອຸດົມໄຊ ຖືກຄະດີຂໍ້ຫາຄ້າມະນຸດ ຖືກສານປະຊາຊົນ ຂັ້ນຕົ້ນແຂວງອຸດົມໄຊ ຕັດສິນໃຫ້ຈໍາເລີຍ ຈໍາຄຸກ 15 ປີ ປັບໃໝ 100 ລ້ານກີບ ພ້ອມທັງຮິບຊັບ ແລະ ໃຫ້ໃຊ້ແທນຄ່າສິ້ນເປືອງແກ່ໂຈດ.

ໄອຍະການປະຊາຊົນແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນເດືອນກັນຍາ 2017, ຈໍາເລີຍ ໄດ້ໄປເຮັດວຽກຢູ່ບໍ່ຫ່ານ ສປ ຈີນ ແລະ ໄດ້ຮູ້ຈັກກັບ ທ້າວ ຊໍ່ ຫຼື ຈໍ່; ທ້າຍເດືອນຕຸລາ ທ້າວ ເມັງ, ທ້າວ ຊໍ່ ແລະ ທ້າວ ຈົວຈົງ (ໝູ່ຂອງ ທ້າວ ຊໍ່) ໄດ້ປຶກສາຫາລືວາງແຜນຊອກເອົາຍິງສາວລາວໄປຂາຍໃຫ້ຄົນຈີນ ຊື້ເປັນເມຍ ໂດຍຕົກລົງເອົາຮູບຖ່າຍຂອງ ທ້າວ ຊໍ່ ໄປໃຫ້ຜູ້ສາວລາວເບິ່ງ ເນື່ອງຈາກວ່າ ຜູ້ກ່ຽວເປັນຄົນໜ້າຕາດີ. ຈາກນັ້ນ, ໄດ້ໃຫ້ ທ້າວ ເມັງຊົ່ງ ເປັນຜູ້ ຕິດຕໍ່ຊອກຫາຍິງສາວ. ເມື່ອໄດ້ແລ້ວ ກໍໃຫ້ນໍາໄປສົ່ງຮອດປະເທດຈີນ ໂດຍ ທ້າວ ຊໍ່ ໄດ້ເອົາເງິນໃຫ້ ທ້າວ ເມັງ ຈໍານວນ 300 ຢວນ ເພື່ອເປັນຄ່າຈ້າງໃນການຊອກຫາ. ພາຍຫຼັງໄດ້ເງິນແລ້ວ ທ້າວ ເມັງ ໄດ້ກັບມາ ລາວ ໂດຍຂຶ້ນລົດເມໂດຍສານບໍ່ເຕ່ນ-ອຸດົມໄຊ. ພໍຮອດບ້ານກົກຟາດ ເມືອງນາໝໍ້ ໄດ້ລົງລົດແລ້ວຍ່າງໄປບ້ານຫ້ວຍຊາງ ຈຶ່ງໄດ້ລົມກັບ ນາງ ຕີ ຫຼື ຕີຣາ ອາຍຸ 20 ປີ ພ້ອມທັງເອົາຮູບຂອງ ທ້າວ ຊໍ່ ໃຫ້ຜູ້ກ່ຽວເບິ່ງ ແລະ ເວົ້າວ່າຊາຍຄົນນີ້ ຕ້ອງການເອົາຍິງສາວລາວເປັນເມຍ. ຖ້າມັກຈະພາໄປເບິ່ງຢູ່ບໍ່ຫ່ານ ແລະ ເວົ້ານໍາ ນາງ ເຢ ຜູ້ເປັນແມ່ຂອງ ນາງ ຕີ ວ່າ: ຖ້າບໍ່ເຊື່ອກໍໃຫ້ແມ່ໄປນໍາກັນ, ຖ້າໄປຮອດບໍ່ຫ່ານຫາກບໍ່ແມ່ນຜູ້ຢູ່ຄືຮູບພາບນີ້ ແລະ ລູກສາວບໍ່ມັກ ກໍໃຫ້ພາລູກສາວກັບຄືນບ້ານ; ສ່ວນຄ່າໃຊ້ຈ່າຍຕ່າງໆ ທ້າວ ເມັງ (ຈໍາເລີຍ) ຈະເປັນຜູ້ຮັບຜິດຊອບທັງໝົດ, ແຕ່ຖ້າ ເຂົາທັງ 2 ຄົນຫາກມັກຮັກກັນແລ້ວ ຈຶ່ງກັບມາແຕ່ງດອງຕາມຮີດຄອງປະເພນີ ແລະ ກົດໝາຍຂອງບ້ານເມືອງ.

ໃນ່ວລາ 10:00 ໂມງຂອງມື້ຕໍ່ມາ, ທ້າວ ເມັງ ໄດ້ເໝົາລົດຕູ້ຂອງ ທ້າວ ຈົ່ງເຢຍ ລາຄາ 150.000 ກີບ ເພື່ອໄປສົ່ງ ຢູ່ບໍ່ເຕ່ນ ເມື່ອໄປຮອດໄດ້ໄປເຮັດໜັງສືຜ່ານແດນໃຫ້ ນາງ ຕີ ແລະ ນາງ ເຢ ແລ້ວບອກໃຫ້ໄປຖ້າຢູ່ບໍ່ຫ່ານ, ສ່ວນຜູ້ກ່ຽວແມ່ນຍ່າງເວັ້ນດ່ານໄປທາງປ່າ ເມື່ອຮອດບໍ່ຫ່ານໄດ້ເຫັນ ທ້າວ ຊໍ່, ທ້າວ ຈົວຈົງ ແລະ ຄົນຈີນ ຈໍານວນ 4 ຄົນ (ບໍ່ຮູ້ຊື່) ລໍຖ້າຢູ່. ຈາກນັ້ນ, ພວກກ່ຽວໄດ້ໄປຂຶ້ນລົດເກງສີຂາວ ບໍ່ຈື່ໝາຍເລກທະບຽນຂອງ ທ້າວ ຊໍ່ ແລະ ຄົນ ຈີນອີກ 4 ຄົນ ແມ່ນໄປຂຶ້ນລົດຕູ້ສີຂາວຄັນໜຶ່ງຕ່າງຫາກ ເພື່ອເດີນທາງຈາກບໍ່ຫ່ານ ໃຊ້ເວລາປະມານ 4-5 ຊົ່ວໂມງຈຶ່ງຮອດເຮືອນ (ຢູ່ສວນກ້ວຍ) ພວກກ່ຽວ ຈຶ່ງໄດ້ລົມກັນເລື່ອງຈະໃຫ້ນາງ ຕີ ໄປເປັນເມຍຂອງ ທ້າວ ປໍຢາງ ອາຍຸປະມານ 20 ປີ ເປັນຄົນມົ້ງຈີນ ບໍ່ຮູ້ບ້ານຢູ່ທີ່ມາເຝົ້າສວນກ້ວຍຢູ່ໃກ້ກັບບ້ານຂອງ ທ້າວ ຊໍ່ຊົງ. ແຕ່ ນາງ ຕີ ແລະ ນາງ ເຢ ປະຕິເສດ. ແຕ່ພວກຄົນຈີນ ພັດໃຫ້ເຮັດຮີດຄອງແຕ່ງງານຢູ່ສວນກ້ວຍເລີຍ; ເມື່ອຕົກລົງກັນບໍ່ໄດ້, ພວກກ່ຽວຈຶ່ງພາກັນນອນພັກເຊົາຢູ່ເຮືອນໃນສວນກ້ວຍ. ມື້ຕໍ່ມາ, ນາງ ຕີ ກັບ ນາງ ເຢ ຈຶ່ງພາກັນລັກໜີ.

ທ້າວ ເມັງ, ທ້າວ ຊໍ່ ແລະ ທ້າວ ຈົວຈົງ ໄດ້ຂີ່ລົດຊອກຫາຈົນຮອດເວລາປະມານ 8:00 ໂມງ ພົບເຫັນທັງ 2 ຄົນ ຢູ່ແຄມທາງໃຫຍ່ ຈຶ່ງບອກໃຫ້ກັບເຮືອນຂອງ ທ້າວ ປໍ. ແຕ່ 2 ແມ່-ລູກ ບໍ່ກັບ ພວກກ່ຽວຈຶ່ງບັງຄັບ ແລະ ນາບຂູ່ວ່າ: ຖ້າບໍ່ກັບແມ່ນຈະຖືກຕີ ເມື່ອກັບໄປຮອດເຮືອນກໍເຮັດມັດແຂນໃຫ້ ທ້າວ ປໍ ແລະ ນາງ ຕີ ໃຫ້ເປັນຜົວ-ເມຍກັນ. ພາຍຫຼັງສໍາເລັດພິທີແລ້ວ, ພວກກ່ຽວກໍໄປສົ່ງນາງ ເຢ ຢູ່ບໍ່ຫ່ານ ແລ້ວ ທ້າວ ຈົວຈົງ ໄດ້ເອົາເງິນຈໍານວນ 10.000 ຢວນ ແລະ ເງິນຈໍານວນ 2.000.000 ກີບໃຫ້ ນາງ ເຢ, ສ່ວນເງິນທີ່ເຫຼືອແມ່ນພາກັນເອົາມາແບ່ງປັນກັນໄດ້ຜູ້ລະ 10.000 ຢວນ ແລະ ກໍແຍກກັນໄປທາງໃຜທາງລາວ.

ເດືອນພະຈິກ 2017, ຈໍາເລີຍ ໄດ້ອອກຈາກບໍ່ຫ່ານໄປແຂວງຫຼວງນໍ້າທາ ໄປພັກເຊົາຢູ່ເຮືອນຂອງ ທ້າວ ຢີ ອາ ຍຸ 38 ປີ ບ້ານນໍ້າແດງ ເມືອງຫຼວງນໍ້າທາ ພ້ອມກັນໄປດາວລົດຈັກຢູ່ຮ້ານຂາຍລົດຂອງ ນາງ ເມີຍ ບ້ານວຽງຄໍາ, ເຊິ່ງໃຊ້ປຶ້ມສໍາມະໂນຄົວຂອງ ທ້າວ ຢີ ຄໍ້າປະກັນໄດ້ລົດ ຈໍານວນ 2 ຄັນຄື: ລົດຈັກຍີ່ຫໍ້ຈົງເຊິນ ສີແດງດໍາ ລາຄາ 6.700.000 ກີບ ຈ່າຍແລ້ວ ຈໍານວນ 2.300.000 ກີບ, ຍັງຄ້າງ 4.400.000 ກີບ ອອກຊື່ ທ້າວ ຢີ. ແຕ່ ທ້າວ ເມັງ (ຈໍາເລີຍ) ເປັນຜູ້ນໍາໃຊ້ ແລະ ລົດຈັກຍີ່ຫໍ້ LEADER ລາຄາ 6.300.000 ກີບ ຈ່າຍແລ້ວຈໍານວນ 3.000.000 ກີບ ຍັງຄ້າງ 3.300.000 ກີບ. ເມື່ອຈໍາເລີຍໄດ້ລົດ ກໍກັບໄປບ້ານນໍ້າຄະ. ຮອດວັນທີ 29 ມັງ ກອນ 2018 ຈໍາເລີຍກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມກັບຊັບສິນຈໍານວນໜຶ່ງໄປດໍາເນີນຄະດີ.

ຜ່ານການເກັບກໍາຂໍ້ມູນ ແລະ ຫຼັກຖານຢ່າງລະອຽດຖີ່ຖ້ວນແລ້ວ ເຫັນວ່າເປັນການກະທໍາຂອງຈໍາເລີຍ ທີ່ຜິດຕາມຂໍ້ກ່າວຫາແທ້, ເຊິ່ງມັນສະແດງອອກຕາມບົດບັນທຶກຄໍາໃຫ້ການສະບັບລົງວັນທີ 30 ມັງກອນ 2018, ວັນ ທີ 1 ກຸມພາ, ວັນທີ 18 ມິຖຸນາ ແລະ ວັນທີ 25 ທັນວາ ທີ່ໄດ້ກ່າວມາຂ້າງເທິງນັ້ນ; ເຫັນວ່າ: ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າມະນຸດຕາມກົດໝາຍອາຍາໃນໝວດທີ 6 ວ່າດ້ວຍການກະທໍາຜິດຕໍ່ສາຍຜົວ-ເມຍ, ຄອບຄົວ ແລະ ຮີດຄອງປະເພນີ ມາດຕາ 134 ວັກ 4 ໄດ້ກໍານົດໄວ້ວ່າ: ໃນກໍລະນີທີ່ການກະທໍາຜິດຫາກເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ, ຜູ້ຖືກເຄາະຮ້າຍເປັນເດັກ, ຜູ້ຖືກເຄາະຮ້າຍມີຈໍານວນ 2 ຄົນຂຶ້ນໄປ, ເປັນຍາດໃກ້ຊິດຂອງຜູ້ກະທໍາຜິດ, ຜູ້ຖືກເຄາະຮ້າຍໄດ້ຮັບບາດເຈັບສາຫັດ, ເສຍອົງຄະ ຫຼື ເສຍຈິດ ຜູ້ກະທໍາຜິດໃນສະຖານຄ້າມະນຸດຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ສິບຫ້າປີ ຫາຊາວປີ ແລະ ຈະຖືກປັບໃໝແຕ່ 100.000.000 ກີບ ຫາ 500.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ກໍານົດໄວ້ໃນ ມາດຕາ 34 ຂອງກົດໝາຍສະບັບນີ້ ແລະ ຜິດຕໍ່ກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ສະບັບປີ 2004 ມາດຕາ 49.

ນອກນີ້, ເຫັນວ່າ: ຈໍາເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ ສາ ມາດຮູ້ໄດ້ເຖິງຜົນສະທ້ອນຂອງການກະທໍາຂອງຕົນວ່າ ເປັນສິ່ງທີ່ຜິດຕໍ່ກົດໝາຍ, ຮີດຄອງປະເພອັນດີງາມຂອງ ຊາດ. ແຕ່ຈໍາເລີຍ ກໍຍັງມີເຈດຕະນາຮ່ວມກັນກະທໍາຜິດ ໂດຍມີແຜນການລ່ວງໜ້າ ແລະ ເປັນຜູ້ຊອກຍິງສາວລາວ ໃຫ້ນໍາໄປສົ່ງຮອດບໍ່ຫ່ານ ເພື່ອຫວັງຜົນປະໂຫຍດອັນບໍ່ຖືກຕ້ອງຕາມກົດໝາຍ ຫຼັງຈາກໄດ້ເງິນມາແລ້ວ ກໍໄດ້ແບ່ງປັນກັນໃຊ້ຈ່າຍ. ສ່ວນ ທ້າວ ໄຊຕົວຫາ ອາຍຸ 51 ປີ (ໂຈດທາງແພ່ງ), ເຊິ່ງເປັນພໍ່ຂອງ ນາງ ຕີ ແລະ ຜົວ ນາງ ເຢ ໄດ້ຮ້ອງຟ້ອງຂໍຄ່າປົວແປງຈິດໃຈ ຈໍານວນ 50.000.000 ກີບ, ທົດແທນຄ່າລ້ຽງລູກຈໍານວນ 50.000.000 ກີບ ແລະ ຄ່າສິ້ນເປືອງຕ່າງໆ ຈໍານວນ 5.000.000 ກີບ ລວມເປັນເງິນຈໍານວນ 105.000. 000 ກີບ. ສໍາລັບພວກຮ່ວມຂະບວນການທີ່ຈໍາເລີຍໄດ້ຊັດທອດຫານັ້ນແມ່ນບໍ່ສາມາດນໍາຕົວມາດໍາເນີນຄະດີໄດ້ ເນື່ອງຈາກວ່າ ບໍ່ຮູ້ທີ່ຢູ່ອັນແນ່ນອນ ແລະ ບໍ່ມີຂໍ້ມູນຫຼັກຖານພຽງພໍ ເພື່ອຈະປະສານສົມທົບກັບເຈົ້າໜ້າທີ່ ສປ ຈີນ ໄດ້.

ສະນັ້ນ, ຄະນະສານປະຊາຊົນຂັ້ນຕົ້ນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາຕັດ ອິດສະຫຼະພາບຈໍາເລີຍ ໃຫ້ຈໍາຄຸກ 15 ປີ ປັບໃໝ 100.000.000 ກີບ ພ້ອມທັງຮິບຊັບ ແລະ ໃຫ້ໃຊ້ແທນຄ່າເສຍຫາຍທີ່ໂຈດໄດ້ຮ້ອງຟ້ອງນໍາອີກ.