ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຝຶກອົບຮົມວຽກງານການເມືອງ ໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາຈາກ ສສ ຫວຽດນາມ ຊຸດທີ II ປະຈໍາປີ 2019 ໃນລະຫວ່າງວັນທີ 10-13 ທັນວາ 2019, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ຄະນະພັກ-ຄະນະກົມ, ພະນັກງານຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ມິ່ງແກ້ວ ວົງຄໍາພາ ຮອງຫົວໜ້າກົມກໍ່ສ້າງກໍາລັງ ກ່າວວ່າ:

ພັທ ມິ່ງແກ້ວ ວົງຄໍາພາ ຮອງຫົວໜ້າກົມກໍ່ສ້າງກໍາລັງ

ການຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ບັນດານັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈບັນດາຫຼັກການ, ຂັ້ນຕອນການດໍາເນີນວຽກງານ, ເຂົ້າໃຈຈະແຈ້ງຕໍ່ກັບສິດໜ້າທີ່ຄວາມຮັບຜິດຊອບຂອງຕົນ ທັງຮັບປະກັນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ລະບຽບກົດໝາຍຂອງລັ.

ພ້ອມກັນນັ້ນ, ກໍເພື່ອໃຫ້ຮູ້ໝູນໃຊ້ບັນດາຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ ທີ່ໄດ້ສຶກສາຮໍ່າຮຽນມາ ໃຫ້ຖືກຕ້ອງ-ສອດຄ່ອງກັບ ລະບຽບກົດໝາຍ, ໃຫ້ນັກສຶກສາແຕ່ລະສະຫາຍ ຮູ້ຈັກຫັນປ່ຽນບັນດາທັດສະນະແນວຄິດທີ່ບໍ່ຖືກຕ້ອງ, ມີສະຕິລະວັງຕົວ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ພັກ-ລັດມອບໝາຍໃຫ້ ແລະ ຮູ້ຈັກແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ເພື່ອສ້າງແບບແຜນການເຮັດວຽກ ໃຫ້ທັນສະໄໝ ແລະ ກ້າວໜ້າຂຶ້ນກວ່າເກົ່າ.

ການຝຶກອົບຮົມຄັ້ງນີ້ ມີນັກສຶກສາທີ່ຮຽນຈົບມາຈາກ ສສ ຫວຽດນາມ ຈໍານວນ 67 ສະຫາຍ ຍິງ 12 ສະຫາຍ; ເຊິ່ງຈະໄດ້ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຄື:

ຜົນສໍາເລັດຂອງ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ຄາດໝາຍໃຫຍ່ ສໍາລັບໄລຍະຮອດປີ 2030, 2025 ແລະ 2020, ທິດທາງວຽກງານຈຸດສຸມ ສໍາລັບໄລຍະແຕ່ປີ 2016-2020 ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກ ສະຖານະຄວາມດ້ອຍພັດທະນາ, ຮຽນຮູ້ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ (ປັບປຸງສະບັບ), ຂໍ້ຫ້າມຂອງສະມາຊິກພັກ, 3 ທາດແທ້ 7 ມູນເຊື້ອຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ລະບຽບວິໄນຂອງກໍາລັງ ປກສ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ໃຫ້ທິດຊີ້ນໍາຕໍ່ນັກສຶກສາ ທີ່ຝຶກອົບຮົມຄັ້ງນີ້ວ່າ: ຕ້ອງຖືເອົາການຝຶກອົບຮົມຄັ້ງນີ້ ເປັນການຕີລະຄາຕົນເອງ, ພ້ອມກັນເປັນເຈົ້າການເອົາໃຈໃສ່ ປະຕິບັດໂມງເວລາເຂົ້າຫ້ອງຕາມຕາຕະລາງ ຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງການເຜີຍແຜ່ຂອງ ນັກວິທະຍາກອນ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ ເປັນການຍົກລະດັບຄວາມຮູ້-ຄວາມ ສາມາດຂອງບັນດາສະຫາຍໃຫ້ສູງ ຂຶ້ນ.