ໃນ 7 ວັນຜ່ານມາ ( 3-10 ທັນວາ 2019 ) ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 4 ຄັ້ງ; ທຽບໃສ່ທິດກ່ອນ ນີ້ ຫຼຸດລົງ 2 ຄັ້ງ. ໃນນີ້, ເກີດຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ, ແຂວງໄຊຍະບູລີ, ຊຽງຂວາງ ແລະ ຈາປາສັກ ເກີດຂຶ້ນ ແຂວງລະ 1 ຄັ້ງ; ສ່ວນມູນຄ່າເສຍຫາຍບາງແຂວງ ຍັງຢູ່ໃນຂັ້ນຕອນການປະເມີນ.

ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານວ່າ: ເວລາ 11:30 ໂມງ ຂອງວັນທີ 3 ທັນວາ 2019 ເກີດເຫດໄຟໄໝ້ຮ້ານອາຫານຕາມສັ່ງ ແລະ ຕູບນ້ອຍແຄມຂອງຢູ່ບ້ານສໍາພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ອອກມອດໄຟ ໃຊ້ລົດມອດໄຟ 3 ຄັນ, ໃຊ້ເວລາດັບມອດ 40 ນາທີ, ຜົນເສຍຫາຍຮ້ານອາຫານ 8 ຮ້ານ ແລະ ຕູບນ້ອຍ 56 ຕູບ, ສາເຫດແມ່ນຍ້ອນຊ່າງຈອດເຫຼັກຂຶ້ນຈອດຫຼັງຄາ ເພື່ອປັບປຸງຕູບໃໝ່ ເຮັດໃຫ້ຂີ້ເຫຼັກທີ່ກຳລັງເຊື່ອມຈອດຕົກລົງໃສຫຼັງຄາຫຍ້າຂອງຕູບດັ່ງ ກ່າວເກີດກະແສໄຟລຸກໃໝ່ຂຶ້ນຢ່າງໄວແລ້ວລາມໃໝ້ໃສ່ຕູບໃກ້ຄຽງຈົນເກືອບໝົດ, ສ່ວນຜົນເສຍຫາຍແມ່ນຍັງຢູ່ໃນຂັ້ນຕອນຂອງການປະເມີນ.

ເວລາ 13:40 ໂມງຂອງວັນທີ 4 ທັນວາ 2019, ເກີດເຫດໄຟໄໝ້ເຮືອນ ຂອງ ທ້າວ ເຈີຢາ ອາຍຸ 28 ປີ ພະນັກ ງານ ຢູ່ບ້ານໂພນສະຫວັນໄຊ ເມືອງແປກ ແຂວງຊຽງຂວາງ ເຈົ້າໜ້າທີ່ໃຊ້ລົດມອດໄຟ 4 ຄັນ ໃຊ້ເວລາມອດ 30 ນາທີ ຜົນເສຍຫາຍເຮືອນ 1 ຫຼັງ ລົດຈັກ 1 ຄັນ ລວມມູນຄ່າເສຍຫາຍ 45.800.000 ກີບ, ສາເຫດເກີດຈາກໄຟຟ້າລັດວົງຈອນ.

ເວລາ 19:30 ໂມງ ວັນທີ 4 ທັນວາ 2019, ເກີດເຫດໄຟໄໝ້ເຮືອນຂອງ ທ້າວ ພູຂັນ ອາຍຸ 33 ປີ ປະຊາຊົນ ຢູ່ ບ້ານຊູ ເມືອງໂພນທອງ ແຂວງຈໍາປາສັກ ເຈົ້າໜ້າທີ່ໄດ້ໃຊ້ລົດມອດໄຟ 2 ຄັນ ໃຊ້ເວລາດັບມອດ 30 ນາທີ ຜົນ ເສຍຫາຍເຮືອນ 1 ຫຼັງ, ສ່ວນມູນຄ່າເສຍຫາຍຍັງຢູ່ໃນການປະເມີນສາເຫດ ແມ່ນຍັງຢູ່ໃນການສືບສວນ-ສອບສວນ.

ວັນທີ 6 ທັນວາ 2019 ເວລາ 16:00 ໂມງ, ເກີດເຫດໄຟໃໝ້ຮ້ານອາຫານຂອງ ທ້າວ ບຸນຕຽນ 32 ປີ ອາຊີບ ພະນັກງານ ຢູ່ບ້ານສີສະອາດຊົມພູ ເມືອງປາກລາຍ ແຂວງໄຊຍະບູລີ ເຈົ້າໜ້າທີ່ໄດ້ນຳໃຊ້ລົດເຂົ້າດັບມອດ 2 ຄັນ ໃຊ້ເວລາ 40 ນາທີ ຜົນເສຍຫາຍຮ້ານອາຫານ 1 ຮ້ານ ລວມມູນຄ່າເສຍຫາຍ 370.000.000 ລ້ານ, ສາເຫດແມ່ນເກີດຈາກຖັງແກ໊ດຮົ່ວ.

ໃນຕໍ່ໜ້າ, ເຈົ້ໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຈະສືບຕໍ່ຝຶກແອບ, ຝຶກຊ້ອມ, ບົວລະບັດຮັກ ສາພາຫະນະ-ອຸປະກອນ ໃຫ້ມີຄວາມພ້ອມໃຊ້ງານ; ສືບຕໍ່ຂຶ້ນແຜນກວດກາ ແລະ ລົງກວດກາຄວາມປອດໄພທາງ ດ້ານອັກຄີໄພບັນດາກິດຈະການກໍ່ສ້າງໃໝ່, ສໍານັກງານ, ໂຮງແຮມ, ບໍລິສັດຕ່າງໆຢູ່ຕາມພື້ນຖານ; ສືບຕໍ່ຂຶ້ນແຜນໂຄສະນາ ແລະ ຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ, ຕ້ານອັກຄີໄພ ແລະ ກູ້ໄພໃຫ້ບັນດາໂຮງແຮມ, ໂຮງງານ, ສໍານັກງານ, ບໍລິສັດຕ່າງໆຕາມແຜນການ ເພື່ອເຮັດໃຫ້ກຸ່ມຄົນເຫຼົ່ານັ້ນຮູ້ຮັບມືກັບເຫດການໄຟໃໝ້.