ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ຝຶກອົບຮົມວຽກງານອັກຄີໄພໃຫ້ພະນັກງານບໍລິສັດ DKSH ຈໍາກັດ ໃນວັນທີ 6 ພະຈິກ 2019 ເພື່ອໃຫ້ພະນັກງານຮັບຮູ້ ແລະ ເຂົ້າ ໃນວຽກງານດັ່ງກ່າວ.

ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານບໍລິສັດຮູ້ການນໍາໃຊ້ບັ້ງດັບເພີງຂັ້ນພື້ນຖານ ໂດຍເນັ້ນໃສ່ຄຸນລັກສະນະຂອງບັ້ງດັບເພີງຊະນິດຕ່າງໆ, ທັກສະ ແລະ ຫຼັກການນໍາໃຊ້ບັ້ງດັບເພີງທີ່ຖືກຕ້ອງ ຕະຫຼອດຮອດການຮັກສາບັ້ງດັບເພີງໃຫ້ມີອາຍຸນໍາໃຊ້ທີ່ຍາວນານ. ນອກນັ້ນ, ພະນັກງານ ກໍຍັງຮຽນຮູ້ການປະຖົມພະຍາບານຂັ້ນຕົ້ນ ຈາກໜ່ວຍກູ້ໄພ 1623 ໃນກໍລະນີມີຄົນເຈັບ ໂດຍສະເພາະຜູ້ທີ່ຊ່ວຍເຫຼືອຄົນເຈັບຕ້ອງເບິ່ງອາການຂອງຄົນເຈັບ, ການຊ່ວຍເຫຼືອໃຫ້ຖືກວິທີ ຕະຫຼອດຮອດການປໍ້າຫົວໃຈ ແລະອື່ນໆ. ຖ້າຫາກຊ່ວຍເຫຼືອບໍ່ຖືກຕ້ອງອາດຈະເຮັດໃຫ້ຄົນເຈັບ ໄດ້ຮັບຜົນກະທົບຫຼາຍກວ່າເກົ່າ.

ໂອກາດນີ້, ພະນັກງານບໍລິສັດດັ່ງກ່າວ ກໍໄດ້ສາທິດການມອດໄຟຕົວຈິງ ໂດຍສະເພາະໄຟໄໝ້, ນໍ້າມັນ, ໄໝ້ຖັງແກັດ, ວິທີເຂົ້າໄປດັບມອດໃຫ້ມີຄວາມປອດໄພ ແລະ ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ມອບໃບຢັ້ງຢືນໃຫ້ບໍລິສັດດັ່ງກ່າວ ທີ່ຈົບຫຼັກສູດການຝຶກອົບຮົມໄລຍະສັ້ນ.