ໄລຍະນີ້, ຕາມເທດສະບານເມືອງ ແລະ ຊານເມືອງ ອ້ອມຂ້າງນະຄອນຫຼວງວຽງຈັນ ຈະພົບເຫັນລົດບັນທຸກ 10 ລໍ້, 12 ລໍ້ ແລ່ນສວນກັນຕາມເສັ້ນທາງສາຍຫຼັກ ໂດຍບໍ່ເລືອກໂມງເວລາ, ເຊິ່ງເປັນໜຶ່ງໃນສາເຫດພາໃຫ້ການສັນຕິດຂັດ. ນອກນັ້ນ, ຍັງມີການບັນທຸກຫີນຊາຍເກີນຂະໜາດ ແລະ ບໍ່ມີຜ້າປົກຫຸ້ມ, ເຊິ່ງໄດ້ສ້າງຄວາມເປີະເປື້ອນຕໍ່ຖະໜົນຫົນທາງ, ເຮັດໃຫ້ເສັ້ນທາງເປ່ເພໄວກ່ອນກໍານົດການໃຊ້ງານ ພ້ອມທັງມີຄວາມສ່ຽງທີ່ກ້ອນຫີນຈະຕົກເຮ່ຍໃສ່ຄົນທີ່ຂີ່ລົດຈັກໄປຕາມຫຼັງ ຫຼື ຕົກໃສ່ລົດໃຫຍ່ທີ່ແລ່ນຕາມຫຼັງ. ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ຈະລາຈອນ ຄວນໃຊ້ມາດຕະການເຂັ້ມງວດກວ່າເກົ່າ ເພື່ອຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ສ່ວນຜູ້ປະກອບການບໍລິການຂົນຫີນ-ຊາຍ ຄວນຕື່ນຕົວຮັບຜິດຊອບຕໍ່ໜ້າສັງຄົມ ກໍຄືປົກປິດດິນ-ຫີນ-ຊາຍ ກ່ອນອອກເດີນທາງ.

ບັນຫາດັ່ງກ່າວນີ້, ບໍ່ໝາຍຄວາຈະໂຄນລົ້ມໂຈມຕີບັນດາຜູ້ປະກອບການບໍລິການແກ່ຫີນ-ຊາຍ ແລະ ບໍ່ໝາຍຄວາມຈະເປັນໝົດທຸກຄັນ ມັນມີພຽງຄົນຈໍານວນໜຶ່ງທີ່ບໍ່ມີສະຕິ, ບໍ່ເຄົາລົບລະບຽບການສັນຈອນ, ສວຍໂອກາດຫາແຕ່ຜົນປະໂຫຍດໃສ່ຕົວເອງ ໂດຍບໍ່ຄໍານຶງເຖິງສ່ວນລວມ ຈົນເຮັດໃຫ້ມີຫາງສຽງຈົມວ່າຈາກສັງ ຄົມ ໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນ. ນອກນີ້; ພວກເຂົາຍັງບໍ່ປົກຜ້າຫຸ່ມເວລາແກ່ຫີນແດງ, ຫີນ ແລະ ຊາຍ ແລ່ນຕາມເສັ້ນທາງສາຍຫຼັກ ເປັນຕົ້ນແມ່ນເສັ້ນທາງ 13 ເໜືອ, ຖະໜົນໄກສອນພົມວິຫານ, ຖະໜົນລ້ານຊ້າງ, ຖະໜົນເຈົ້າພ້າງຸ່ມ, ທາງຄົບທາງຊອຍ, ເສັ້ນທາງໄປຕາດມູນ, ທາງ 450, ທາງດົງຄໍາຊ້າງ, ທາງບ້ານໂຊກນ້ອຍ, ທາງດອນໜູນ ແລະ ເສັ້ນທາງສາຍຫຼັກຕາມ ເທດສະບານເມືອງ ເນື່ອງຈາກໄລຍະນີ້ມີການເປີດບໍ່ດິນແດງ, ຫີນ ແລະ ຊາຍ ມີການຮັບເໜົາຖົມດິນ, ໜອງ ເພື່ອເປັນບ່ອນປຸກສ້າງ, ຫຼື ຮັບແກ່ຫີນ-ຊາຍໃຊ້ໂຄງການຕ່າງໆມີທັງພາກລັດ ແລະ ເອກະຊົນ, ມີທັງຮີບດ່ວນ ແລະ ລັກສະນະສວຍໂອກາດແອບແຝງ, ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃນການແກ້ໄຂຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ.

ສ່ວນການໃຊ້ມາດຕະການຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນໃນໄລຍະຜ່ານມາ ກໍຍັງບໍ່ທັນເຂັ້ມງວດເທົ່າທີ່ ຄວນ, ກໍລະນີເຈົ້າໜ້າທີ່ໃຊ້ມາດຕະການຕັກເຕືອນປັບໃໝ ພັດຈົມວ່າປະຕິບັດໜ້າທີ່ເກີນກວ່າເຫດ ມີການນາບຂູ່ອ້າງເຫດ ແລະ ຜົນ ບາງຄັ້ງເອົາຜູ້ໃຫຍ່ມານາບຂູ່. ບາງຈຸດປ້ອມກວດກາ ຫຼື ດ່ານກວດກາ ກໍຍັງມີລັກສະນະນະໂຍບາຍ, ມີການຍື່ນ-ຮັບໃບຜ່ານປ້ອມ ຫຼື ປ່ອນເງິນໃຫ້ກິນນໍ້າກິນໃນ.

ພັທ ເພັງສະຫວັນ ຈັນທະບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງ ໃຫ້ສໍາຜາດຕໍ່ໜັງສື ພິມຄວາມສະຫງົບ ໃນວັນທີ 11 ທັນວາ 2019 ວ່າ: ຕໍ່ກັບບັນຫາດັ່ງກ່າວໄລຍະຜ່ານມາ, ພະແນກຕຳຫຼວດຈະລາຈອນ ໄດ້ມີການປະສານສົມທົບກັບຜູ້ປະກອບການໃນການເຄື່ອນຍ້າຍຫີນ-ຊາຍແຕ່ລະຄັ້ງ, ເພື່ອແນະນໍາໃຫ້ເຂົາເຈົ້າ ໂດຍໃຫ້ປະຕິບັດຕາມການແຈ້ງການຂອງເຈົ້ານະຄອນຫຼວງວງງຈັນ ກ່ຽວກັບຂໍ້ຫ້າມລົດບັນທຸກແກ່ຫີນຊາຍແລ່ນລົດຕາມເສັ້ນທາງເທດສະບານເມືອງ ເຊັ່ນ: ຕອນເຊົ້າເລີ່ມແຕ່ເວລາ 7-8:30 ໂມງ, ຕອນທ່ຽງເລີ່ມແຕ່ 11:30-13:00 ໂມງ, ຕອນແລງເລີ່ມ ແຕ່ 15:30-17:00 ໂມງ ແມ່ນຫ້າມລົດບັນທຸກແລ່ນເຂົ້າຕາມເສັ້ນສາຍຫຼັກທາງເທດສະບານເມືອງ ເພື່ອຮັບປະກັນບໍ່ໃຫ້ລົດຕິດອັງອໍ່. ພາຍຫຼັງຜ່ານໂມງຮີບດ່ວນແລ້ວ ສາມາດແລ່ນໄດ້ ແຕ່ໃຫ້ປົກປິດຜ້າຢ່າງດີ ເພື່ອຮັບປະກັນບໍໃຫ້ຫີນຕົກເຮ່ຍ ກໍລະນີຜ່າຝືນ ຫຼື ເຈົ້າໜ້າທີ່ພົບເຫັນແມ່ນຈະໄດ້ມີ ການສຶກສາອົບຮົມ ພ້ອມທັງຖືກປັບໃໝ ຕາມດໍາລັດ 188/ນຍ.

ນອກນີ້, ຍັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕັ້ງດ່ານກວດກາຊັງນໍ້າໜັກ ເພື່ອກວດກາລົດບັນທຸກເກີນຂະ ໜາດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ສ່ວນຫຼາຍຜູ້ປະກອບການຕ່າງໆ ແມ່ນຕືນຕົວໃຫ້ການຮ່ວມມືປະຕິບັດຕາມລະບຽບການຢ່າງເຂັ້ມງວດ. ແຕ່ກໍມີຄົນຈໍານວນໜຶ່ງ ຍັງຖືເບົາຕໍ່ລະບຽບການ, ເອົາແຕ່ຜົນປະ ໂຫຍດເປັນຫຼັກ ໂດຍບໍ່ຄໍານຶງຜົນກະທົບທີ່ຈະຕາມມາ. ກໍລະນີເຈົ້າໜ້າທີ່ພົບເຫັນມີການປັບໃໝ ແມ່ນມີການຕໍ່ວ່າໃສ່ເຈົ້າໜ້າທີ່ເຮັດເກີນຄວາມເປັນຈິງ, ບາງຄົນແມ່ນແອບອ້າງຮູ້ຈັກກັບຜູ້ຫຼັກຜູ້ໃຫຍ່ ເພື່ອນາບຂູ່ເຈົ້າໜ້າທີ່ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການບັງຂັບໃຊ້ກົດໝາຍ.

ແນວໃດໃດກໍຕາມ, ຜູ້ປະກອບການ ຄວນຄືນຕົວເປັນເຈົ້າການນໍາກັນຕໍ່ສ່ວນລວມ ເປັນຕົ້ນແມ່ນໃຫ້ປະຕິບັດຕາມການແຈ້ງການຂອງຂັ້ນເທິງ ພ້ອມທັງເວລາແກ່ຫີນ-ຊາຍ ແລະ ສິ່ງຂອງຕ່າງໆຕ້ອງມີການປົກປິດໃຫ້ຄັກແນ່ ເພື່ອຮັບປະກັນບໍ່ໃຫ້ດິນຕົກເຮ່ຍໃສ່ທາງ.