ລມຕ ຕ້ອນຮັບການຢ້ຽມຢາມຂອງ ຄະນະຜູ້ແທນ ສສ ຫວຽດນາມ

0
1323

ໃນວັນທີ 12 ທັນວາ 2019, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະຜູ້ແທນ ສສ ຫວຽດນາມ ນໍາໂດຍ ພົຕ ຫງວຽນວັນເຊີນ ຮອງລັດຖະມົນຕີ ກະຊວງຕໍາຫຼວດ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະລັດຖະບານ ແຫ່ງ ສປປ ລາວ.

ໃນໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະລັດຖະບານ ແຫ່ງ ສປປ ລາວ ຂອງ ພົຕ ຫງຽນວັນເຊີນ ແລະ ໄດ້ລາຍງານສະພາບການໂດຍຫຍໍ້ ກ່ຽວກັບ ວຽກງານປ້ອງກັນຄວາມສະຫງົບ ພາຍໃນ ສປປ ລາວ ແລະ ການຮ່ວມມືລະຫວ່າງ ສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄື ສອງກໍາລັງປ້ອງກັນຄວາມສະຫງົບ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງຕໍາຫຼວດ ສສ ຫວຽດນາມ.

ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງຕໍາຫຼວດ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນການເດີນທາງມາໃນຄັ້ງນີ້, ພ້ອມທັງກ່າວວ່າ:

ການເຂົ້າພົບປະຢ້ຽມຢາມຄັ້ງນີ້ ຫວັງວ່າຈະເປັນຂີດໝາຍອັນສໍາຄັນ ໃນການປະກອບສ່ວນເຂົ້າໃນວຽກງານ ດ້ານຕ່າງໆຂອງສອງປະເທດ ເວົ້າສະເພາະ ກໍຄື ສອງກໍາລັງ ໃນການຮ່ວມມືແລກປ່ຽນບົດຮຽນ, ຊ່ວຍເຫຼື່ອເຊິ່ງແລະກັນ ກັນທາງດ້ານວຽກງານປ້ອງກັນຄວາມສະຫງົບ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງຕໍາຫຼວດ ສສ ຫວຽດນາມ ໃຫ້ມີຄວາມແໜ້ນແຟນຂຶ້ນກວ່າເກົ່າ.