ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ລົງກວດກາເລີກຮື້ຜູ້ຫຼິ້ນການພະນັນທີ່ຕ້ອງຫ້າມ (ເກມອອນລາຍ) ຢູ່ສອງບ້ານ, ພ້ອມຜູ້ມົ້ວສຸມຈໍານວນ 12 ຄົນ ແລະ ເຈົ້າໜ້າທີ່ ໄດ້ຢຶດອຸປະກອນການຫຼິ້ນໃນ ທ້າຍເດືອນພະຈິກ ແລະ ມາໃນວັນທີ 10 ທັນວາ, ເຈົ້າໜ້າທີ່ ໄດ້ນໍາເອົາຜູ້ມົ້ວສຸມມາສຶກສາອົບຮົມ.

ພັທ ສວນ ໄຊຍະລິນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ສຶກສາອົບຮົມວ່າ: ການພະນັນເປັນສິ່ງທີ່ບໍ່ດີ ທັງເປັນການເບື່ອເມົາສັງຄົມ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບັນຫາອື່ນໆ. ສະນັ້ນ, ການນໍາມາສຶກສາອົບຮົມຄັ້ງນີ້ ກໍເປັນການເຕືອນສະຕິຂອງພໍ່-ແມ່ປະຊາຊົນບໍ່ໃຫ້ຫຍຸ້ງກ່ຽວກັບການພະນັນ, ເອົາເວລາໄປທໍາມາ ຫາກິນສ້າງເສດຖະກິດຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມຍາກຈົນ ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກ ຄອງບ້ານ ຕະຫຼອດຮອດພໍ່-ແມ່ຜູ້ປົກຄອງເອົາໃຈໃສ່ຕິດຕາມລູກຫຼານຂອງຕົນ ເພື່ອບໍ່ໃຫ້ເຂົາເຈົ້າກັບມາຫຍຸ້ງກ່ຽວກັບການພະນັນ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງ ໄດ້ສ້າງບົດບັນທຶກມອບໃຫ້ອຳນາດການປົກຄອງບ້ານນຳໄປສຶກສາອົບຮົມ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ ເພື່ອປະຕິບັດຕາມກົດໝາຍ, ແຈ້ງການກໍຄືທິດຊີ້ນຳຂອງຂັ້ນເທິງ ເພື່ອແນໃສ່ເຮັດໃຫ້ການພະນັນທຸກປະເພດພາຍໃນເມືອງອຸທຸມພອນ ໃຫ້ຫຼຸດໜ້ອຍຖອຍລົງ. ດັ່ງນັ້ນ, ໃນວັນທີ 29 ພະຈິກ 2019, ທາງຄະນະຮັບຜິດຊອບເລີກຮື້ການຫຼິ້ນການພະນັນທີ່ຕ້ອງຫ້າມ ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມບ້ານ, ອໍານາດການປົກຄອງບ້ານ ລົງກວດກາເລີກຮື້ການຫຼິ້ນການພະນັນທີ່ຕ້ອງຫ້າມ (ເກມພະນັນອອນລາຍ) ພາຍໃນເມືອງອຸທຸມພອນ, ເຊິ່ງມີ 3 ຈຸດ ຄື: ຢູ່ບ້ານອຸດົມມີໄຊ ມີ 2 ຈຸດ ແລະ ຢູ່ບ້ານໄຊອຸດົມ ມີ 1 ຈຸດ. ສາມາດກັກ ຕົວຜູ້ທີ່ເປີດໃຫ້ຫຼິ້ນການພະນັນ, ຜູ້ຫຼິ້ນການພະນັນ ແລະ ຢຶດເອົາອຸປະກອນທີ່ເປັນເຄື່ອງຂອງກາງໄດ້ຫຼາຍລາຍ ການ.

ໂອກາດນີ້, ເຈົ້າໜ້າທີ່ຍັງເອົາກົດໝາຍກົດໝາຍອາຍາ ສະບັບປັບປຸງປີ 2017 ແຫ່ງ ສປປ ລາວ, ແຈ້ງການຂອງ ເຈົ້າແຂວງ ໃຫ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງຫວຍພັດທະນາຂັ້ນເມືອງ ເພື່ອສະກັດກັ້ນການພະນັນ ແລະ ເລກເຖື່ອນທີ່ຜິດກົດໝາຍ, ແຈ້ງການຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ ແຕ່ງຕັ້ງຄະນະກຳ ມະການ ເພື່ອສະກັດກັ້ນກ່ຽວກັບຮ້ານເກມອອນລາຍ ແລະ ການທວຍຜົນເຕະບານ ຕິດພັນກັບການພະນັນທີ່ບໍ່ໄດ້ອະນຸຍາດມາເຜີຍແຜ່ໃຫ້ຮັບຟັງຕື່ມອີກ.