ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດ ໃນວັນທີ 13 ທັນວາ ນີ້ວ່າ: ອົງການອາຫານ ແລະ ການກະສິກຳແຫ່ງສະຫະປະຊາຊາດ (FAO), ໂຄງການອາຫານໂລກ (WFP) ແລະ ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (UNICEP) ອອກລາຍງານຮ່ວມກັນໃນທ້າຍອາທິດຜ່ານມາວ່າ ເປັນການປະເມີນສະ ຖານະການຄວາມອຶດຫິວ ແລະ ສະພາບຂາດສະບຽງອາຫານໃນອາຊີ-ປາຊີຟິກ ວ່າ: ປະຊາກອນໃນເຂດພາກພື້ນປະມານ 479 ລ້ານຄົນຍັງຂາດອາຫານ, ລົ້ມປ່ວຍຍ້ອນຂາດສານອາຫານ ແລະ ບໍ່ສາມາດເຂົ້າເຖິງແຫຼງອາ ຫານທີ່ພຽງພໍ ເພື່ອແກ້ໄຂຄວາມອຶດຫິວ ໂດຍຈຳນວນດັ່ງກ່າວຫຼາຍກວ່າເຄິ່ງໜຶ່ງເປັນປະຊາກອນໃນອາຊີໃຕ້ ໂດຍສະເພາະຢ່າງຍິ່ງເກືອບ 21% ຂອງປະຊາກອນເດັກໃນອິນເດຍ ມີອາການຂອງພະຍາດຂາດສານອາຫານ.

ນອກຈາກການລາຍງານຮ່ວມລະຫວ່າງ FAO ກັບ WFP ແລະ UNICEP ລະບຸເຖິງຄວາມຮຸນແຮງຂອງສະພາບໂລກຮ້ອນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງສົ່ງຜົນກະທົບຕໍ່ການຜະລິດທາງການກະສິກຳ ແລະ ເຮັດໃຫ້ປະລິມານອາຫານໂລກບໍ່ພຽງພໍ. ນອກນັ້ນ, ຍັງມີການວິເຄາະໄປເຖິງນະໂຍບາຍການແກ້ໄຂຄວາມອຶດຫິວຂອງລັດຖະບານແຕ່ລະປະເທດໃນອາຊີ-ປາຊີຟິກທີ່ມີຄວາມຫຼ້າຊັກ, ເຊິ່ງລວມເຖິງການແຈກຢາຍລາຍໄດ້ ເພື່ອຫຼຸດຄວາມເທົ່າທຽມທາງສັງຄົມ ເຖິງແມ່ນວ່າເສດຖະກິດຂອງປະເທດກຳລັງພັດທະນາຫຼາຍແຫ່ງໃນເຂດພາກພື້ນມີການຂະຫຍາຍຕົວຢ່າງວ່ອງໄວຂຶ້ນ.

ດ້ວຍເຫດນີ້, ໜ່ວຍງານທັງສາມແຫ່ງ ຈຶ່ງຮ່ວມກັນຮຽກຮ້ອງໃຫ້ລັດຖະບານທຸກປະເທດໃນເຂດພາກພື້ນ ພະຍາຍາແກ້ໄຂຄວາມທຸກຍາກໃນປະເທດຕົນເອງ ພ້ອມຍົກລະດັບນະໂຍບາຍດ້ານສາທາລະນະສຸກທີ່ລວມເຖິງການຈັດການດ້ານໂພຊະນາການ ແລະ ການປະຕິຮູບລະບົບການສຶກສາ, ເຊິ່ງຖ້າຫາກສາມາດດຳເນີນການໄດ້ ຈະຖືວ່າສອດຄ່ອງ ແລະ ເປັນການສະໜັບສະໜູນແຜນຍຸດທະສາດ ເປົ້າໝາຍການພັດທະນາທີ່ຍືນຍົງ ຫຼື SDG (Sustainable Development Goals) ຂອງສະຫະປະຊາຊາດ (UN) ຂໍ້ທີ່ 2, ເຊິ່ງກ່ຽວກັບການຈັດການແກ້ໄຂຄວາມອຶດຫິວໃຫ້ເປັນສູນ ພາຍໃນປີ 2022.