ຊາຍ ອາຍຸ 36 ປີ ນໍາໃຊ້ລະເບີດເປັນອາວຸດເຂົ້າໄປປຸ້ນເອົາລົດຕູ້ສະຕາແລັກ ສີປອນເງິນ ໝາຍເລກທະບຽນ ກທ 0850 ກໍາແພງນະຄອນ ນໍາປະຊາຊົນຢູ່ບ້ານນາດີ ເມືອງແປກ ແຂວງຊຽງຂວາງ. ແຕ່ໜີໄປບໍ່ລອດ ຖືກເຈົ້າໜ້າ ທີ່ສະກັດລັດຍິງຕີນລົດກ່ອນຖິ້ມລົດ ແລ້ວໜີເຂົ້າປ່າແລ້ວໄປປຸ້ນລົດອີກຄັນໜຶ່ງຫຼົບໜີ ແລະ ຖືກເຈົ້າໜ້າທີ່ລັດຍິງ ຄັ້ງທີ 2 ໃນວັນດຽວກັນ ຈຶ່ງສາມາດຈັບຕົວໄດ້.

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງແປກ ແຂວງຊຽງຂວາງ ໄດ້ເປີດເຜີຍຄະດີ ໃນວັນທີ 10 ທັນວາ 2019 ວ່າ: ຜູ້ຖືກຫາຊື່ທ້າວ ວ່າປາວ ອາຍຸ 36 ປີ ຢູ່ບ້ານໂພນສະຫວັນເໜືອ ເມືອງແປກ ແຂວງຊຽງຂວາງ. ຄະດີດັ່ງກ່າວເບື້້ອງຕົ້ນແມ່ນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຢູ່ບ້ານນາດີ ເມືອງແປກ ແຂວງຊຽງຂວາງວ່າ: ເວລາ 9:00 ໂມງ ຂອງວັນທີ 28 ພະຈິກ 2019 ໄດ້ມີຄົນຮ້າຍ 1 ຄົນ ນໍາໃຊ້ວັດຖຸລະເບີດມານາບຂູ່ເອົາລົດຕູ້ສະຕາແລັກຄັນດັ່ງກ່າວ ແລ້ວຂັບຂີ່ໄປຕາມເສັ້ນທາງເລກ 7A ມຸ່ງໜ້າໄປທາງເມືອງຄໍາ, ຈາກນັ້ນ: ຈຶ່ງໄດ້ປະສານສົມກັບເຈົ້າໜ້າທີ່ ປກສ ກຸ່ມຍອດງື່ມ ເພື່ອສະກັດລົດຄັນດັ່ງກ່າວ. ພໍເຈົ້າໜ້າທີ່ຕັ້ງດ່ານກວດກາໄດ້ໄລຍະໜຶ່ງ ກໍພົບເຫັນລົດເປົ້າໝາຍກໍາລັງແລ່ນດ້ວຍຄວາມໄວ ເຈົ້າໜ້າທີ່ຈຶ່ງສະກັດລັດລົດ. ແຕ່ຜູ້ກ່ຽວບໍ່ຍອມຈອດ ຈຶ່ງນໍາໃຊ້ປືນຍິງໃສ່ຕີນລົດເຮັດໃຫ້ຕີນລົດແຕກບໍ່ສາມາດໄປຕໍ່, ແລ້ວທ້າວ ວ່າປາວ ໄດ້ແລ່ນໜີເຂົ້າປ່າເຂດ ບ້ານຍອດງື່ມ ພ້ອມລະເບີດທີ່ໃຊ້ໃນການກໍ່ເຫດໃນຄັ້ງນີ້.

ຈາກນັ້ນ, ຈຶ່ງອອກໄປຈາກປ່າ ແລ້ວເຂົ້າໄປໃນບ້ານຍອດງື່ມ ເພື່ອໄປປຸ້ນເອົາລົດກະບະຮຸນໄດ ສີຂາວ ບໍ່ມີປ້າຍທະບຽນຂອງປະຊາຊົນ ແລ້ ຂັບຂີ່ໜີໄປທາງເມືອງຄໍາ, ພໍໄປຮອດເມືອງຄໍາ ເຈົ້າໜ້າທີ່ໄດ້ສະກັດລັດລົດ ແຕ່ຜູ້ກ່ຽວບໍ່ຍອມຈອດ ແລະ ໄດ້ແລ່ນຫຼົບໜີໄປຕໍ່, ເຊິ່ງມຸ່ງໜ້າໄປເມືອງໜອງແຮດ, ພໍໄປຮອດບ້ານຜັກແຄະໃຕ້ ເຈົ້າໜ້າທີ່ ປກສ ເມືອງໜອງແຮດ ໄດ້ລັດລົດແຕ່ຜູ້ກ່ຽວກໍບໍ່ຍອມຈອດ ຄັ້ງນີ້ເຈົ້າໜ້າທີ່ໄດ້ໃຊ້ອາວຸດປືນຍິງໃສ່ລົດ ເຮັດໃຫ້ລົດໄປຕໍ່ບໍ່ໄດ້ ຈຶ່ງເຂົ້າຈັບຕົວໄດ້ພ້ອມລະເບີດທີ່ຕິດຕົວໄປນໍາ.

ຜ່ານການສອບສວນ, ຜູ້ກ່ຽວຮັບສາລະພາບວ່າ: ໃນເວລາ 8:30 ໂມງ ຂອງວັນທີ 28 ພະຈິກ 2019 ໄດ້ອອກຈາກເຮືອນພີ່ນ້ອງຢູ່ບ້ານນາດີ ພ້ອມຈັບລະເບີດ 1 ໜ່ວຍ ໃສ່ຖົງໂສ້ງ ແລ້ວຍ່າງໄປເຮືອນຂອງທ້າວ ເມຢ່າ ເພື່ອໄປປຸ້ນເອົາລົດຕູ້ສະຕາແລັກຄັນດັ່ງກ່າວ. ພໍໄປຮອດເຮືອນ ທ້າວ ເມຢ່າ ຕິດຈັກລົດຕູ້ສະຕາແລັກຄັນດັ່ງກ່າວຢູ່ ຈຶ່ງໄດ້ຈົກເອົາລະເບີດອອກຈາກຖົງໂສ້ງ ຍ່າງເຂົ້າໄປນາບຂູ່ເຈົ້າຂອງລົດ ເຮັດໃຫ້ເຈົ້າຂອງລົດແລ່ນໜີ, ແລ້ວຕົນ ເອງໄດ້ຂັບເອົາລົດຄັນດັ່ງກ່າວອອກໄປ ເພື່ອຈະໄປຂາຍຢູ່ເມືອງໜອງແຮດ ແຂວງຊຽງຂວາງ. ພໍໄປຮອດບ້ານຍອດງື່ມ ໄດ້ເຫັນເຈົ້າໜ້າທີ່ຕໍາຫຼວດລັດກວດກາ. ແຕ່ບໍ່ຈອດ, ເຈົ້າໜ້າທີ່ຈຶ່ງໄດ້ຍິງສະກັດເຮັດໃຫ້ຢາງລົດແຕກຈົນໄປບໍ່ໄດ້ ແລ້ວໄດ້ລົງຈາກລົດຫຼົບໜີເຂົ້າປ່າເຂດບ້ານຍອດງື່ມ.

ຕໍ່ມາ, ໄດ້ອອກມາບ້ານຍອດງື່ມ ແລະ ເຫັນລົດ ຮຸນໄດສີຂາວ ບໍ່ມີໝາຍເລກທະບຽນ ຈອດຢູ່ເຮືອນຂອງປະຊາ ຊົນ ມີກະເເຈຄາໄວ້. ຕົນໄດ້ເຂົ້າໄປຂໍຢືມ, ແຕ່ເຈົ້າຂອງລົດບໍ່ໃຫ້ຢືມ ຈຶ່ງໄດ້ຈົກລະເບີດອອກມານາບຂູ່ ເຮັດໃຫ້ເຈົ້າຂອງລົດແລ່ນໜີ ແລ້ວຂັບລົດຄັນດັ່ງກ່າວອອກໄປທາງເມືອງຄໍາ. ແຕ່ຖືກເຈົ້າໜ້າທີ່ ປກສ ເມືອງຄໍາ ລັດສົ່ງຈອດລົດ. ແຕ່ບໍ່ຍອມຈອດ, ພໍໄປຮອດບ້ານຜັກແຄະໃຕ້ ເມືອງໜອງແຮດ ຖືກເຈົ້າໜ້າທີ່ ປກສ ເມືອງໜອງແຮດ ລັດກວດອີກ. ແຕ່ບໍ່ຍອມຈອດ ເຈົ້າ ໜ້າທີ່ ຈຶ່ງຍິງສະກັດເຮັດໃຫ້ລົດເປ່ເພໄປບໍ່ໄດ້ ແລ້ວຖືກຈັບຕົວພ້ອມຂອງກາງລົດຕູ້ສະຕາແລັກສີປອນເງິນ ໝາຍເລກທະບຽນ ກທ 0850 ກໍາແພງນະຄອນ ແລະ ລົດຮຸນໄດສີຂາວ ບໍ່ມີໝາຍເລກທະບຽນ ພ້ອມວັດຖຸ ລະເບີດທີ່ໃຊ້ໃນການກໍ່ເຫດ ເພື່ອມາດໍາເນີນຄະດີຕາມລະບຽບກົດໝາຍ.