ທ້າວ ສົມພັນ ອາຍຸ 18 ປີ ຢູ່ບ້ານກອນລາງ ເມືອງປາກແບງ ແຂວງອຸດົມໄຊ ລັກລອບເອົາຢາບ້າໄວ້ຄ້າຂາຍ ແລະ ໃນການຄອບຄອງ ຈໍານວນ 404 ເມັດ ຖືກຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຕັດອິດສະລະພາບ ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ໃນວັນທີ 27 ພະຈິກ 2019.

ທ້າວ ສົມພັນ ຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກແບງ ແຂວງອຸດົມໄຊ ກັກຕົວໃນວັນທີ 7 ເມສາ 2019, ຢູ່ຈຸດກວດກາຢູ່ເສັ້ນທາງເຂດບ້ານດອນສະອາດ ເມືອງປາກແບງ ຫາ ເມືອງຮຸນ ພ້ອມລົດຈັກຍີ່ຫໍ້ KOLAO ສີແດງ ບໍ່ມີໝາຍເລກທະບຽນ ພ້ອມຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 2 ຖົງ ເທົ່າກັບ 404 ເມັດ ຊຸກເຊື່ອງໄວ້ໃນຖົງເສື້ອເບື້ອງຂວາ, ເງິນຈໍານວນ 200.000 ກີບ ແລະ ໂທລະສັບ 1 ເຄື່ອງ.

ຜ່ານການສອບສວນ ທ້າວ ສົມພັນ ໃຫ້ການວ່າ: ໃນວັນທີ 7 ເມສາ 2019, ຜູ້ກ່ຽວໄດ້ຂັບຂີ່ລົດຈັກຍີ່ຫໍ້ KOLAO ສີແດງ ບໍ່ມີໝາຍ ເລກທະບຽນອອກຈາກບ້ານກອນລາງ ເພື່ອໄປຫາ ນາງ ປານີ ຢູ່ບ້ານນາໂຈ້ງ ເມືອງຮຸນ. ແຕ່ຜູ້ກ່ຽວບໍ່ຢູ່ເຮືອນ. ຈາກນັ້ນ, ເວລາປະມານ 13:00 ໂມງຂອງວັນດຽວກັນນັ້ນ, ໄດ້ໄປຊື້ຢາບ້ານໍາຜູ້ຍິງຄົນໜຶ່ງ ຢູ່ບ້ານຈັນໄຕ ເມືອງຮຸນ ຈໍານວນ 2 ຖົງ 402 ເມັດ ເພື່ອເອົາໄປເສບ ແລະ ຂາຍຕໍ່ໃຫ້ກັບໝູ່ຄູ່ທີ່ຕ້ອງທີ່ພົວພັນຢາບ້ານໍາກັນ. ເມື່ອໄດ້ຢາບ້າແລ້ວ ກໍຊຸກເຊື່ອງໄວ້ໃນຖົງເສື້ອເບື້ອງຂວາ ແລ້ວຂັບຂີ່ລົດກັບບ້ານ. ພໍໄປຮອດເຂດບ້ານດອນສະອາດ ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມກັບຢາບ້າຈໍານວນດັ່ງກ່າວ. ເຊິ່ງໄລຍະຜ່ານມາ, ຜູ້ກ່ຽວເຄີຍເສບຢາບ້າຢາບ້າມື້ລະ 2-3 ເມັດ.

ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງຄົບຖ້ວນຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ: ຈໍາເລີຍ ເປັນຜູ້ກະທໍາຜິດຕາມຂໍ້ກ່າວຫາແທ້ ສະແດງອອກຕາມບົດ ບັນທຶກການກັກຕົວ, ຄໍາໃຫ້ການສະບັບລົງ ວັນທີ 7 ເມສາ 2019 ແລະ ຄໍາໃຫ້ການ ສະບັບລົງວັນທີ 18 ກໍລະ ກົດ 2019 ຢ່າງແທ້ຈິງ; ເຫັນວ່າ: ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນ ແລະ ເຖິງກະສຽນອາຍຸທາງອາຍາຄົບຖ້ວນ ຈໍາເລີຍສາມາດຮູ້ໄດ້ວ່າ: ການຄ້າ-ຂາຍຢາບ້າ ແລະ ການມີຢາບ້າໄວ້ໃນຄອບຄອງ ເພື່ອຂາຍ ຫຼື ເສບ ເປັນສິ່ງທີ່ຜິດຕໍ່ປະມວນກົດໝາຍອາຍາ ໄດ້ກໍານົດໂທດທາງອາຍາ.

ຢາບ້າຈໍານວນດັ່ງກ່າວ ກໍໄດ້ຜ່ານການພິສູດ-ວິໄຈຢາເສບຕິດແລ້ວ ເຫັນວ່າບັນຈຸສານເສບຕິດໃນໝວດ (Methamphetamine +) ຕາມໃບຢັ້ງຢືນຜົນການພິສູດວິໄຈຢາເສບຕິດ ສະບັບເລກທີ 2030/ປອຊ, ລົງວັນທີ 10 ມິຖຸນາ 2019. ແຕ່ຈໍາເລີຍຍັງກະທໍາຜິດ ໂດຍເຈດຕະນາຄ້າ-ຂາຍຢາບ້າ ແລະ ມີຢາບ້າໄວ້ໃນ ຄອບ ຄອງ ເພື່ອຫວັງຜົນປະໂຫຍດໂດຍບໍ່ຖືກຕ້ອງຕາມກົດໝາຍ. ຕໍ່ກັບການກະທໍາຜິດຂອງຈໍາເລີຍໃນຄັ້ງນີ້ ເປັນການກະທໍາຜິດທາງອາຍາໃນຂໍ້ຫາຄ້າ-ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງຕາມປະມວນກົດໝາຍອາຍາ ມາດຕາ 315 ວັກ 1 ລະບຸວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ, ຄ້າ-ຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບ ຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ (Ice) ຫຼື ວັດຖຸ ອອກລິດຕໍ່ຈິດປະສາດ ຜ່ານສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ່ໍາກວ່າ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ ແລະ ຈະຖືກຮິບຊັບ.

ດັ່ງນັ້ນ, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນຂອງສານປະຊາຊົນ ແຂວງອຸດົມໄຊ ຈຶ່ງພິຈາລະນາຕັດສິນລົງໂທດຈໍາເລີຍ ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ແລະ ຮີບຢາບ້າຈໍານວນ 404 ເມັດ ນໍ້າໜັກ 39,7 ກຼາມໄວ້ໄປທໍາລາຍຖິ້ມຕາມກົດໝາຍ.