ກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ກົມບໍລິຫານ ຫ້ອງວ່າການ ກະຊວງ ປກສ ໄດ້ໄຂຂຶ້ນໃນວັນທີ 20 ທັນວາ 2019, ເປັນປະທານໂດຍ ພັອ ສິງມະນີ ແສງຄໍາຢອງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມບໍລິຫານ, ເຂົ້າຮ່ວມມີ ພົຈວ ສົມວັນ ສາຍລ້ອງພາ ຄະນະພັກກະຊວງ ເລຂາຄະນະພັກຫ້ອງວ່າການ ຫົວໜ້າຫ້ອງ ວ່າການ ກະຊວງ ປກສ, ພ້ອມທັງມີ ຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ພັອ ສິງມະນີ ແສງຄໍາຢອງ ຜ່ານບົດລາຍງານການເມືອງ ການເຄື່ອນໄຫວວຽກງານຂອງ ຄະນະໜ່ວຍພັກ ຕະຫຼອດໄລຍະ 3 ປີ ຜ່ານມາ ວ່າ:

ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ສິດ ແຕ່ລະພະແນກ, ສະມາຊິກພັກ, ພະນັກງານ-ນັກຮົບ ປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນ ວຽກງານສັງລວມ, ຕິດຕາມຊຸກຍູ້ ບັນດາບໍລິສັດ ບໍລິການຄວາມປອດໄພ ທົ່ວປະເທດ ແລະ ຮັບໃຊ້ກອງປະຊຸມ ລະດັບ ກະຊວງ.

ພ້ອມກັນນັ້ນ, ຫ້ອງວ່າການກະຊວງ ຍັງສະໜອງພາຫະນະຮັບໃຊ້ ແຂກພາຍໃນ ແລະ ຕ່າງປະເທດ, ຮັບໃຊ້ວຽກງານບໍລິຫານ, ວຽກງານນະໂຍບາຍຕ່າງໆ, ຕອບສະໜອງເຄື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ຫ້ອງການ, ຕິດຕາມວຽກງານກໍ່ສ້າງ-ສ້ອງແປງເຄຫະສະຖານ, ຕິດຕາມເບິ່ງແຍງຄອບຄົວການນໍາ ແລະ ຂຶ້ນແຜນການງົບປະມານໃນແຕ່ລະປີ ເປັນຕົ້ນ:

ເງິນເດືອນ, ເງິນບໍລິຫານປົກກະຕິ, ເງິນບໍລິຫານຮັບໃຊ້ການນໍາ, ເງິນຮັບແຂກພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງອາວຸດກະສູນ, ຄຸ້ມຄອງເງິນ ແລະ ເບີກຈ່າຍຖືກຕາມລະບຽບຫຼັກການ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນໍາ ໃນການຄຸ້ມຄອງລົດ-ນໍ້າມັນ, ຕິດຕາມຊຸກຍູ້ວຽກງານປ້ອງກັນຕຶກກະຊວງ ຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ສ້າງບົດສະຫຼຸບຕ່າງໆ ສະແດງອອກຄື:

3 ປີຜ່ານມາ, ໄດ້ເຮັດບົດສະຫຼຸບຕ່າງໆໄດ້ 1.500 ສະບັບ, ເຮັດແຈ້ງການ ແລະ ຂໍ້ຕົກລົງ 1.700 ສະບັບ, ຂຶ້ນແຜນຮັບຈ່າຍເງິນເດືອນ 39.150.205.219 ກີບ, ຈ່າຍເງິນນະໂຍບາຍຕ່າງໆ 865.970.640 ກີບ, ຮັບ-ຈ່າຍເງິນບໍລິຫານ 10.505.362.351 ກີບ, ຮັບ-ຈ່າຍເງິນດັດສົມ, ເງິນສົ່ງເສີມ ແລະ ເງິນບໍາລຸງ 1.937.622.000 ກີບ.

ໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ປຸກລະດົມສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ-ນັກຮົບ ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ແຜນການວຽກງານຂອງກົມກອງ, ຕັ້ງໜ້າຝືກຝົນຫໍ່ຼຫອມຕົນເອງ ໃຫ້ກາຍເປັນສະມາຊິກພັກ, ພະນັກງານ-ນັກຮົບ ທີ່ດີເດັ່ນ, ເປັນແບບຢ່າງນໍາໜ້າ ໃນທຸກຂົງເຂດວຽກງານ ແລະ ຮັບປະກັນວຽກງານບໍລິຫານຮັບໃຊ້ ໃຫ້ແກ່ຂັ້ນເທິງ ໃນສະພາບການໃໝ່.

ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານ ຊຸດໃໝ່

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານ ຊຸດໃໝ່ ໃນນີ້ມີຜູ້ລົງສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ, ເຊິ່ງກອງປະຊຸມໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັທ ບຸນລ້ຽງ ປັນຍາແກ້ວ ເປັນ ເລຂາ, ສະຫາຍ ພັທ ດວງຕາ ສຸວັນນະລາດ ຮອງເລຂາ, ສະຫາຍ ພັທ ປາວຽນ ມີທອງ ປະທານກວດກາ.