ພິທີ ເຊັນສັນຍາກໍ່ສ້າງສະຖານີລົດເມ ທີ່ສູນການຄ້າລາວ-ໄອເຕັກ ຢ່າງເປັນທາງການ
ພິທີ ເຊັນສັນຍາກໍ່ສ້າງສະຖານີລົດເມ ທີ່ສູນການຄ້າລາວ-ໄອເຕັກ ຢ່າງເປັນທາງການ

ໃນວັນທີ 19 ທັນວາ 2019 ບໍລິສັດ ລາວເວີນ ມະຫາຊົນ ກັບ ລັດວິສະຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ ເຊັນສັນຍາກໍ່ສ້າງສະຖານີລົດເມ ທີ່ສູນການຄ້າລາວ-ໄອເຕັກ, ໂດຍທ່ານ ສີບຸນທໍາ ສີບຸນມີ ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ແລະ ທ່ານ ແກ້ວ ວັນພອນ ວອນທິວົງສີ ອໍານວຍການ ລັດວິສະຫະກິດລົດເມ ນະຄອນຫຼວງວຽງຈັນ; ເຂົ້າຮ່ວມມີ ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພາບຈຳລອງສະຖານີລົດເມແຫ່ງໃໝ່ທີ່ສູນການຄ້າ ລາວ-ໄອເຕັກ
ພາບຈຳລອງສະຖານີລົດເມແຫ່ງໃໝ່ທີ່ສູນການຄ້າ ລາວ-ໄອເຕັກ

ໂຄງການກໍ່ສ້າງດັ່ງກ່າວ ກໍເນື່ອງຈາກການເພີ່ມຂຶ້ນຂອງປະຊາກອນ ແລະ ຍານພາຫະນະໃນນະຄອນຫຼວງວຽງຈັນ ອັນເປັນສາເຫດ ເຮັດໃຫ້ຄວາມແອອັດຂອງການສັນຈອນບົນທ້ອງຖະໜົນເພີ່ມຂຶ້ນ; ລົດເມທີໃຊ້ບໍລິການເປັນລົດເມທີ່ນະຄອນກຽວໂຕ ປະເທດຍີ່ປຸນ ໄດ້ໃຫ້ການຊ່ວຍເຫຼືອລ້າລົດເມ ຈຳນວນ 25 ຄັນ ໃຫ້ແກ່ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ,ໃນຂະນະດຽວ ກັນບໍລິສັດລາວເວີນ ມະຫາຊົນ ກໍໄດ້ມີ ແຜນຢາກໃຫ້ລົດເມແລ່ນເຂົ້າຜ່ານສູນ ການຄ້າລາວ-ໄອເຕັກ; ສະນັ້ນ, ຈຶ່ງໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານໃນ ການນຳເຂົ້າລົດເມຈຳນວນດັ່ງກ່າວ ແລະ ຕໍ່ມາກໍໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານໃນການປັບປ່ຽນປະຕູລົດເມຈາກ ດ້ານຊ້າຍມາເປັນດ້ານຂວາເປັນລະບົບ ໄຮໂດຣລິກ.

ພາບຈຳລອງສະຖານີລົດເມແຫ່ງໃໝ່ທີ່ສູນການຄ້າ ລາວ-ໄອເຕັກ
ພາບຈຳລອງສະຖານີລົດເມແຫ່ງໃໝ່ທີ່ສູນການຄ້າ ລາວ-ໄອເຕັກ

ຈາກນັ້ນ, ບໍລິສັດ ລາວເວີນ ມະຫາຊົນ ເຫັນດີໃຫ້ຄວາມຊ່ວຍເຫຼືອດ້ານສະຖານທີ່ ເພື່ອເປັນສະຖານີລົດເມຊົ່ວຄາວ ບາງສາຍທາງທີ່ມີຈຸດເລີ່ມຕົ້ນຈາກສູນ ການຄ້າລາວ-ໄອເຕັກ ເຊັ່ນ: ສາຍທາງໄອ ເຕັກ-ຕະຫຼາດເຊົ້າ-ສະໜາມບິນວັດໄຕ; ສາຍທາງໄອເຕັກ-ຕະຫຼາດໄຮ່ຄຳ; ສາຍທາງໄອເຕັກ-ດົງໂດກ ແລະ ສາຍທາງອື່ນ ອີກຈຳນວນໜຶ່ງ; ເມື່ອເຫັນໄດ້ວ່າມີປະສິດທິຜົນ ແລະ ມີຄວາມພ້ອມໃນການໃຫ້ບໍລິການແບບເຕັມໂຕ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ສະເໜີຂໍສ້າງສະຖານີລົດເມ ນະຄອນຫຼວງວຽງຈັນ ທີ່ສູນການຄ້າລາວ-ໄອເຕັກ ເພື່ອຊ່ວຍຫຼຸດຜ່ອນຄວາມແອອັດຂອງການສັນຈອນ ຍານພະຫະນະບົນທ້ອງຖະໜົນ, ຮອງຮັບສາຍທາງລົດເມທີ່ຈະເພີ່ມຂຶ້ນໃນຕໍ່ໜ້າ ແລະ ດຶງດູດເອົາມ່ວນຊົນເຂົ້າມາ ສູນການຄ້າລາວ-ໄອເຕັກ;ຫຼັງຈາກການຕົກລົງເຫັນດີຈາກຂັ້ນເທິງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງແລ້ວ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວເວີນ ມະຫາຊົນ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ວຽກງານຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ການກະກຽມ ແລະ ການຈັດຕັ້ງປະຕິບັດການສ້າງສະຖານີລົດເມ ນະຄອນ ຫຼວງວຽງຈັນ ທີ່ສູນການຄ້າລາວ-ໄອເຕັກ ໃຫ້ເປັນໄປຕາມແຜນທີ່ກຳນົດນົດໄວ້; ເຊິ່ງໂຄງການດັ່ງກ່າວຄາດວ່າຈະສຳເລັດການກໍ່ສ້າງ ແລະ ສາມາດເປີດນຳ ໃຊ້ໄດ້ພາຍໃນເວລາ 18 ເດືອນ.

ພາບຈຳລອງສະຖານີລົດເມແຫ່ງໃໝ່ທີ່ສູນການຄ້າ ລາວ-ໄອເຕັກ
ພາບຈຳລອງສະຖານີລົດເມແຫ່ງໃໝ່ທີ່ສູນການຄ້າ ລາວ-ໄອເຕັກ