ປິດລ້ອມເຮືອນເປົ້າໝາຍ ຈັບ 2 ພ້ອມຢາບ້າ 162 ເມັດ

0
1147

ກອງບັນຊາການ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ປິດລ້ອມເຮືອນເປົ້າໝາຍ ຄ້າຂາຍຢາເສບຕິດ ຢູ່ບ້ານໂພນໂຮມ ເມືອງບຸນເໜືອ ສາມາດກັກຕົວຜູ້ຕ້ອງຫາໄດ້ 2 ຄົນ ຄື: ທ້າວ ໄຊຍະວົງ ຫຼື ນ້ອຍ ອາຍຸ 33 ປີ ຢູ່ບ້ານໂພນໂຮມ; ແລະ ທ້າວ ສີທົນ ອາຍຸ 19 ປີ ຢູ່ບ້ານຖົງເຮືອບິນ ເມືອງບຸນເໜືອ ພ້ອມຂອງກາງຢາບ້າ ຈໍານວນ 162 ເມັດ ໄປສອບສວນ.

ເຈົ້າໜ້າທີ່ທໍາການສອບສວນຜຸ້ຖືກຫາ

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ປກສ ເມືອງບຸນເໜືອ ໃຫ້ຮູ້ວ່າ: ຕົ້ນເດືອນທັນ ວານີ້ ໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານ ກ່ຽວກັບສະພາບຄວາມບໍ່ສະຫງົບ ແລະ ການເຄື່ອນໄຫວທີ່ເປັນປະກົດການຫຍໍ້ທໍ້ພາຍໃນບ້ານບຸນເໜືອ. ໃນບົດລາຍງານໃຫ້ຮູ້ວ່າ: ມີຄົນບໍ່ດີຈຳນວນໜຶ່ງ ລັກລອບຄ້າຂາຍຢາເສບຕິດ. ເມື່ອຮູ້ແນວນັ້ນ, ຈຶ່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະລົງ
ຕິດຕາມເປົ້າໝາຍ; ຈົນສາມາດຮູ້ໄດ້ການເຄື່ອນໄຫວຂອງກຸ່ມຄົນລັກລອບຊື້-ຂາຍຢາເສບຕິດ.

ເຈົ້າໜ້າທີ່ທໍາການສອບສວນຜູ້ຖືກຫາ

ມາວັນທີ 13 ທັນວາ 2019, ກໍໄດ້ນຳກຳລັງລົງປິດລ້ອມເຮືອນເປົ້າໝາຍ ຜ່ານການປະຕິບັດໜ້າທີ່ ສາ ມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ພ້ອມຂອງກາງຢາບ້າ 162 ເມັດ ໂທລະສັບ 3 ເຄື່ອງ, ມີດຍາວ 2 ດວງ, ມີດນ້ອຍ 5 ດວງ, ອຸປະກອນເສບຢາເສບຕິດ 2 ຊຸດ ແລະ ເງິນກີບຈໍານວນໜຶ່ງ ມາດຳເນີນຄະດີ.

ຂອງກາງຄະດີ

ປັດຈຸບັນ ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນ ຕອນການສອບສວນຂະຫຍາຍຜົນຫາກຸ່ມແກ້ງ ເພື່ອຕິດຕາມນຳຕົວມາດຳເນີນຄະດີ.