ປ່ອຍປູມເປົ້າ ເປີດສູນຄຸ້ມຄອງ ພາຫະນະ ແລະ ການຂັບຂີ່ ສາຂາ 2 ຢ່າງເປັນທາງການ
ປ່ອຍປູມເປົ້າ ເປີດສູນຄຸ້ມຄອງ ພາຫະນະ ແລະ ການຂັບຂີ່ ສາຂາ 2 ຢ່າງເປັນທາງການ

ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ ເປີດສູນຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແລະ ສູນຝຶກອົບຮົມຂັບຂີ່ລົດ ລາກ ສາຂາເມືອງນາຊາຍທອງ ໃນວັນທີ 20 ທັນວາ 2019; ໂດຍການເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາກອງຄຸ້ມຄອງການຂັບຂີ່ໃນທົ່ວປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ບຸນປອນ ບຸນສົມຫວັັງ ຫົວໜ້າກອງຄຸ້ມຄອງພາຫະນະການຂັບຂີ່ ໃຫ້ຮູ້ວ່າ: ເພື່ອປະຕິ ບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ ໃນການຈໍາກັດປະກົດການຫຍໍ້ທໍ້ທີ່ຕິດພັນກັບພາຫະນະ ແລະ ການຂັບຂີ່ໃຫ້ຫຼຸດລົງ ຕ້ອງໄດ້ມີການປັບປຸງໃຫ້ທັນສະໄໝ, ວ່ອງໄວ, ໂປ່ງໃສ, ອໍານວຍຄວາມສະດວກໃຫ້ແກ່ປະຊາຊົນໃນການຂຶ້ນທະບຽນຍານພາຫະນະ-ສອບເສັງການຂັບຂີ່ຢ່າງທົ່ວເຖິງ ເຊິ່ງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ໄດ້ວາງຄາດໝາຍລວມ ນັບແຕ່ນີ້ຮອດປີ 2025 ດັ່ງນີ້:

  • ຮັບປະກັນໃຫ້ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ປອດໄພ 100% ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ.
  • ຫັນເອົາວຽກຄຸ້ມຄອງພາຫະນະ ແລະ ການຂັບຂີ່ໄປຕາມທິດທັນສະໄໝ ແລະ ລົງສູ່ຮາກຖານເທື່ອລະກ້າວ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນຢ່າງທົ່ວເຖິງ.
  • ຈໍາກັດ ແລະ ຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນທີ່ຕິດພັນກັບສະພາບເຕັກນິກຍານພາຫະນະໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
  • ຍົກລະດັບຄຸນນະພາບການສອບເສັງໃບຂັບຂີ່ໃຫ້ທັນສະໄໝ, ເພີ່ມການບໍລິການສອບເສັງປະເພດລົດລາກ ໃຫ້ສາມາດເຊື່ອມໂຍງກັບສາກົນ, ໃຊ້ລະບົບໄອຊີທີ ເພື່ອຄຸ້ມຄອງຖານຂໍ້ມູນຍານພາຫະນະ ແລະ ການຂັບຂີ່ໃຫ້ເຊື່ອມຈອດກັນໃນທົ່ວປະເທດ.

ຈາກຄາດໝາຍດັ່ງກ່າວ ທາງກອງຈຶ່ງເລີ່ມຕົ້ນຈັດຕັ້ງປະຕິບັດກໍ່ສ້າງ, ສ້ອມແປງ ແລະ ປັບປຸງເອົາໂຮງຮຽນສອນຂັບຂີ່ລົດນໍ້າຊວງ ທີ່ພະແນກ ຍທຂ ມອບໃຫ້ກອງ ມາສ້າງເປັນບ່ອນຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແລະ ສູນຝຶກອົບຮົມຫົວລົດລາກ ເປັນສາຂາເມືອງ ນາຊາຍທອງ ເປັນແຫ່ງທີ 2 ຂອງນະຄອນຫຼວງວຽງຈັນ.

ສະຖານທີ່ຝຶກອົບຮົມມີເນື້ອທີ່ທັງໝົດ 4,7 ເຮັກຕາ ປະກອບມີຫ້ອງຝືກອົບຮົມສອນຂັບຂີ່ລົດລາກ ມູນຄ່າ 948 ລ້ານກີບ, ສະໜາມຝຶກອົບຮົມຫົວລົດລາກ ມູນຄ່າ 1.375 ລ້ານກີບ, ຫ້ອງສະຖານທີ່ຂຶ້ນທະບຽນ-ກວດກາເຕັກນິກພາຫະນະ ແລະ ອອກໃບຂັບຂີ່ມູນຄ່າ 2.418 ລ້ານກີບ, ພາຫະນະລົດເບົາ 6 ຄັນ, ລົດຕູ້ 2 ຄັນ, ລົດບັນທຸກ 7 ໂຕນ 2 ຄັນ, ຫົວລົດລາກ 2 ຄັນ ມູນຄ່າ 3.434 ລ້ານກີບ; ນອກນັ້ນ, ມີເຄື່ອງກວດກາເຕັກນິກ 1 ເລນ ມູນຄ່າ 1.985 ລ້ານກີບ, ສໍາລັບເຄື່ອງດັ່ງກ່າວ ແມ່ນສາມາດບໍລິການໄດ້ລົດເບົາ, ລົດບັນທຸກ ແລະ ລົດໂດຍສານສາມາດເຊັກບໍລິການລົດໄດ້ທຸກປະເພດ. ໃນນັ້ນ, ປະກອບມີເຄື່ອງກວດສຽງ, ຄວັນ, ລະບົບໄຟ, ຊ່ວງລ່າງ, ຄັນສົ່ງ, ລູກໝາກ, ສູນລໍ້, ນໍ້າໜັກ ແລະ ລະບົບເບຼກ, ອຸປະກອນຮັບໃຊ້ສູນແຫ່ງນີ້ ລ້ວນແລ້ວແຕ່ເປັນລະບົບທັນສະໄໝ ແລະ ໄດ້ມາດຕະຖານສາກົນ.

ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໃຫ້ຮູ້ຕື່ມວ່າ: ສໍາລັບສາຂາເມືອງ ນາຊາຍທອງ ເປັນການຫຼຸດຜ່ອນຄວາມແອອັດຂອງຜູ້ຂັບຂີ່ທີ່ນໍາເອົາຍານພາຫະນະມກວດສະພາບ ແລະ ຂຶ້ນທະບຽນຢູ່ສາຂາທົ່ງປົ່ງ ເພາະວ່າແຕ່ລະມື້ ຢູ່ສູນທົ່ງປົ່ງມີລົດເປັນຈໍານວນ ຫຼວງຫຼາຍ ເຮັດໃຫ້ຂອດການບໍລິການພົບຄວາມສັບສົນພໍສົມຄວນ, ແຕ່ສຳລັບສາຂາເມືອງນາຊາຍທອງ ນອກຈາກອໍານວຍຄວາມສະດວກໃຫ້ຜູ້ທີ່ມາໃຊ້ບໍລິການຢູ່ນະຄອນຫຼວງວຽງຈັນ ທັງເປັນການອໍານວຍຄວາມສະດວກໃຫ້ບັນດາແຂວງພາກເໜືອມາໃຊ້ບໍລິການຕື່ມອີກ, ເພາະວ່າລະບົບດັ່ງກ່າວສາມາດເຊື່ອມຕໍ່ເຂົ້າລະບົບໃນທົ່ວປະເທດ; ຢູ່ສາຂາດັ່ງກ່າວມີ ລົດສູນຝຶກອົບຮົມຫົວລົດລາກ (ສໍາລັບລົດເບົາບໍ່ມີ ).

ຜູ້ທີ່ມາຝຶກອົບຮົມຫົວລົດລາກຢູ່ສູນດັ່ງກ່າວສາມາດສອບເສັງເອົາໃບຂັບຂີ່ສາກົນໄດ້; ເຊິ່ງໃນຕໍ່ໜ້າ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ມີແຜນຂະຫຍາຍສາຂາ ໃຫ້ຄອບຄຸມຢູ່ 4 ເມືອງໃນຂອງນະຄອນຫຼວງວຽງຈັນ ແລະ ມີແຜນຂະຫຍາຍໃຫ້ມີທົ່ວທຸກເມືອງໃນນະຄອນຫຼວງວຽງຈັນ.