5 ປີຜ່ານມາ, ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ສະມາຊິກພັກ ແລະ ພະນັກງານ-ນັກຮົບ ປະຕິບັດທຸກວຽກງານດ້ວຍຄວາມຫ້າວຫັນ ແລະ ຜົນສໍາເລັດຫຼາຍດ້ານ, ເປັນຕົ້ນແມ່ນ ດ້ານວຽກງານວິຊາສະເພາະ ກໍຄື ວຽກງານຮັກສາຄວາມສະຫງົບ ທາງດ້ານສັງຄົມ.

ພັທ ວັນເພັດ ສຸລິຍະວົງ ປະທານກວດກາ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ຈັດຂຶ້ນໃນວັນທີ 19 ທັນວາ 2019 ໂດຍມີ ສະຫາຍ ນາງ ພູວຽງ ແກ້ວວົງວິຈິດ ກໍາມະການພັກ ນວ, ເລຂາພັກເມືອງ, ເຈົ້າເມືອງໆສີໂຄດຕະບອງ, ສະຫາຍ ພັອ ພິມມະສອນ ທໍາມະວົງ ຮອງກອງບັນຊາການ ປກສ ນວ, ພ້ອມທັງມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ ວ່າ:

5 ປີຜ່ານມາ, ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ແມ່ນໄດ້ເອົາໃຈໃສ່ນໍາພາ ສະມາຊິກພັກ, ພະນັກງານ-ນັກຮົບ ເອົາໃຈໃສ່ບໍລິການປະຊາຊົນຢ່າງໂປ່ງໃສ, ວ່ອງໄວ, ມີລະບຽບວິໄນ, ຈິງໃຈຮັບໃຊ້ປະຊາຊົນ, ມີຄວາມທ່ຽງທໍາ, ຕ້ອງເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ, ເຊິ່ງໃນໄລຍະຜ່ານມາ ໄດ້ປະຕິບັດໜ້າທີ່ຂອງຕົນສໍາເລັດ ສະແດງອອກຄື:

ກວດກາ, ກໍານົດເປົ້າໝາຍ, ແບ່ງປະເພດເປົ້າໝາຍທົ່ວເມືອງສໍາເລັດ ມີເປົ້າໝາຍທັງໝົດ 2.492 ຄົນ ຍິງ 211 ຄົນ, ແກ້ໄຂກັກຕົວດໍາເນີນຄະດີແລ້ວ 941 ຄົນ ຍິງ 140 ຄົນ, ຍັງຢູ່ໃນການຄຸ້ມຄອງ 1.551 ຄົນ ຍິງ 71 ຄົນ ແລະ ແຍກປະເພດໄດ້ດັ່ງນີ້:

  • ເປົ້າໝາຍປະເພດ 1 ມີ 940 ຄົນ ຍິງ 33 ຄົນ, ປະເພດ 2 ມີ 532 ຄົນ ຍິງ 38 ຄົນ, ປະເພດ 3 ມີ 49 ຄົນ
  • ສະພາບປະກົດການຫຍໍ້ທໍ້ ເກີດຂຶ້ນທັງໝົດ 2.571 ເລື່ອງ, ແຈ້ງຄວາມ 353 ເລື່ອງ, ມ້າງໄດ້ 2.218 ລາຍ, ກັກຕົວຜູ້ຖືກຫາທັງໝົດ 3.178 ຄົນ ຍິງ 355 ຄົນ
  • ສະຫຼຸບສໍານວນ ສົ່ງໄອຍະການໄດ້ 868 ເລື່ອງ, ມີຜູ້ຖືກຫາທັງໝົດ 1.349 ຄົນ ຍິງ 231 ຄົນ
  • ສົ່ງສູນບໍາບັດຜູ້ຕິດຢາເສບຕິດ (ສົມສະຫງ່າ) ມີ 540 ເລື່ອງ, ມີຜູ້ຖືກເຄາະຮ້າຍ 846 ຄົນ ຍິງ 40 ຄົນ
  • ສົມທົບກັບ ປກສ ກຸ່ມ ສຶກສາອົບຮົມປະກັນປ່ອຍຕົວ ມີ 695 ເລື່ອງ, ມີຜູ້ຕ້ອງຫາ 830 ຄົນ ຍິງ 158 ຄົນ, ສືບຕໍ່ດໍາເນີນ 115 ເລື່ອງ, ມີຜູ້ຕ້ອງຫາ 152 ຄົນ ຍິງ 14 ຄົນ
  • ຮິບໂຮມ (ເກັບກູ້) ວັດຖຸເຄື່ອງຂອງກາງຄະດີ ສົ່ງເຈົ້າຂອງເດີມ ແລະ ຢຶດເປັນຂອງລັດ ມີ: ຢຶດຢາບ້າໄດ້ 33.206 ເມັດ, ຢາໄອສ໌ 21 ຖົງນ້ອຍ, ກັນຊາ 188,9 ກິໂລກຼາມ, ລົດໃຫຍ່ ຈໍານວນ 18 ຄັນ ແລະ ລົດຈັກ 139 ຄັນ

ສຳລັບທິດທາງແຜນການ 5 ປີຕໍ່ໜ້າ, ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ຍັງຈະສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາ ສະມາຊິກພັກ, ພະນັກງານ-ນັກຮົບ ໃນກໍາລັງ ປະຕິບັດວຽກງານວິຊາສະເພາະ ໂດຍການເຄື່ອນໄຫວຢ່າງແຂງແຮງ ໃນການແກ້ໄຂປະກົດການຫຍໍ້ທໍ້ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ເປັນຕົ້ນແມ່ນ: ບັນຫາປຸ້ນຊັບ, ຊີງຊັບ, ລັກຊັບ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດລົງຢູ່ໃນເກນທີ່ສາມາດຮັບຮອງໄດ້ ແລະ ການດໍາເນີນຄະດີ ຕ້ອງໃຫ້ຄວາມຍຸຕິທໍາກັບທຸກຝ່າຍ.

ໃນກອງປະຊຸມ, ຍັງໄດ້ປ່ອນບັດເລືອກເອົາ ຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ ຈໍານວນ 9 ສະຫາຍ ເລືອກເອົາ 7 ສະຫາຍ ແລະ ຜົນການປ່ອນບັດ ເປັນເອກະສັນເລືອກໄດ້ ດັ່ງຕໍ່ໄປນີ້:

  • ສະຫາຍ ພັທ ຄໍາຫຼ້າ ພົມມະສານ ເປັນ ເລຂາ
  • ສະຫາຍ ພັທ ສອນເພັດ ພິຈິດ ເປັນ ຮອງເລຂາ
  • ສະຫາຍ ພັທ ໂຈມມະນີ ແປງບຸນດີ ເປັນ ປະທານກວດກາ
  • ສະຫາຍ ພັທ ສຸລິໂຍ ສຸທໍາມະວົງ ເປັນ ຮອງປະທານກວດກາ
  • ສ່ວນອີກ 3 ສະຫາຍ ເປັນ ຄະນະ.