ກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ກົມກົດລັບ

0
1945

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ໜ່ວຍພັກຮາກຖານ ກົມກົດລັບ ຫ້ອງວ່າການ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 25 ທັນວາ 2019 ໂດຍມີ ສະຫາຍ ພັອ ຄານໄຊ ໄຊຍະຫານ ຄະນະພັກ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ພ້ອມດ້ວຍແຂກທີ່ຮັບເຊີນ ແລະ ພະນັກງານ-ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັອ ສົມດີ ແກ້ວວົງເພັດ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມກົດລັບ ປະທານກອງປະຊຸມ

ສະຫາຍ ພັອ ສົມດີ ແກ້ວວົງເພັດ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມກົດລັບ ປະທານກອງປະຊຸມ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍຍົກໃຫ້ເຫັນ ຜົນງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ວ່າ:

  • ຜ່ານມາ ແມ່ນຮັບປະກັນການເປັນເສນາທິການ ດ້ານວຽກງານວິຊາສະເພາະກົດລັບ ໃຫ້ແກ່ການນໍາຂັ້ນຕ່າງໆ;
  • ການຮັບ-ສົ່ງຂໍ້ມູນຂ່າວສານລັບ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ແຕ່ທ້ອງຖິ່ນຂຶ້ນຫາສູນກາງ ແມ່ນຮັບປະກັນໄດ້ຄວາມລັບຊັດເຈນ, ວ່ອງໄວ, ປອດໄພ, ທັນເວລາ;
  • ຕິດຕາມສະພາບການນໍາໃຊ້ເຄື່ອງຈັກລະຫັດກົດລັບ ໃນຂອບເຂດທົ່ວປະເທດ ພົ້ນເດັ່ນກວ່າໝູ່ແມ່ນ ການປະຕິບັດໜ້າທີ່ ປະຈໍາການຕະຫຼອດ 24 ຊົ່ວໂມງ ສະແດງອອກໃນໄລຍະ 2 ປີຜ່ານມາ ຄື: ສາມາດເຂົ້າລະຫັດໂທລະເລກລັບໄປໄດ້ 2.684 ສະບັບ, ແກ້ລະຫັດໂທລະເລກລັບມາໄດ້ 2.815 ສະບັບ, ສົ່ງໂທລະເລກລັບດ້ວຍແຟັກໄດ້ 3.448 ສະບັບ, ຮັບໂທລະເລກລັບດ້ວຍແຟັກມາໄດ້ 5.404 ສະບັບ;
  • ເອົາໃຈໃສ່ຄຸ້ມຄອງ ເຄືອຄ່າຍຈັກລະຫັດກົດລັບ ໃນກຳລັງປ້ອງກັນຄວາມສະຫງົບ ທົ່ວປະເທດ;
  • ໄດ້ປະກອບຕິດຕັ້ງ ຈັກລະຫັດກົດລັບ ຢູ່ກະຊວງ, ກົມ 504, ກົດລັບ ປກສ ແຂວງ, ປກສ ເມືອງ, ປກສ ດ່ານສາກົນ, ເຊິ່ງປັດຈຸບັນມີທັງໝົດຈໍານວນ 184 ຊຸດ;
  • ໄດ້ຄຸ້ມຄອງເບີກຈ່າຍບັນດາເອກະສານ, ກົດ, ແຜນກຸນແຈລະຫັດ ແລະ ອຸປະກອນເຕັກນິກຕ່າງໆ ຖືກຕ້ອງຕາມຫຼັກການວິຊາສະເພາະ.

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານ ຊຸດໃໝ່ ເຊິ່ງເລືອກໄດ້ດັ່ງນີ້:

  • ສະຫາຍ ພັທ ສົມພອນ ຈັນທະພົງ ເປັນເລຂາ
  • ສະຫາຍ ພັທ ສົມຊາຍ ພັນລະຈິດ ເປັນຮອງ
  • ສະຫາຍ ພັທ ກອງສິນ ຈັນທະວົງ ເປັນຜູ້ກວດກາ
ກົມກົດລັບ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານ ຊຸດໃໝ່

ທັ້ງນີ້, ກໍເພື່ອສືບຕໍ່ຊີ້ນໍາ-ນໍາພາ ພະນັກງານ-ສະມາຊິກພັກ ປະຕິບັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດ, ເສີມຂະຫຍາຍຜົນງານ ແລະ ຜົນສໍາເລັດຂອງວຽກງານ, ໃຊ້ຫົວຄິດປະດິດສ້າງໃນການຄຸ້ມຄອງນໍາໃຊ້ວຽກງານວິຊາສະເພາະກົດລັບ ໃນກຳລັງ ປກສ ໃຫ້ຮັບປະກັນ ແລະ ສົມກັບເປັນ ເຄື່ອງມືທີ່ແຫຼມຄົມຂອງພັກ-ຂອງຊາດ ກໍຄືຂອງ ກຳລັງປ້ອງກັນຄວາມສະຫງົບ.