ອາທິດຜ່ານມານີ້, ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີໂຍກຍ້າຍ, ສັບຊ້ອນ ພະນັກງານ-ນັກຮົບ ແລະ ນັກສຶກສາທີ່ຮຽນຈົບມາໃໝ່, ເປັນປະທານໂດຍ ພັທ ບ່ຽງ ຈວງເທວີ ຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ, ມີບັນດາຄະນະພັກ-ຄະນະຊາ, ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ອົງອາດ ສິມສະໄໝ ຫົວໜັາຫ້ອງການກອງບັນຊາການ ປກສ ເມືອງ ໄດ້ຜ່ານຂໍ້ຕົກລົງ ເລກທີ 75/ປກທ, ລົງວັນທີ 9 ທັນວາ 2019 ວ່າດ້ວຍການໂຍກຍ້າຍສັບຊ້ອນພະນັກງານ-ນັກຮົບ ແລະ ນັກສຶກສາທີ່ຮຽນຈົບມາໃໝ່ ທີ່ຂຶ້ນກັບກອງບັນຊາການ ປກສ ເມືອງແກ່ນ ທ້າວ; ໃນນີ້, ໂຍກຍ້າຍ ຮທ ທອງຜ່າຍ ແສນພັນສິລິ ໄປຮັບໜ້າທີ່ໃໝ່ຢູ່ພະແນກ 504, ຮຕ ບຸນລັນ ແກ້ວປະເສີດ ແລະ ສທ ອານຸລັກ ສຸກເຟື່ອງ ໄປຮັບໜ້າທີ່ໃໝ່ຢູ່ພະແນກຕໍາຫຼວດ, ພັຕ ດວງຕາ ກັນທະວົງ ໄປເຮັດໜ້າທີ່ຢູ່ພະແນກການເມືອງ, ຮອ ວິສິດ ສີລິວົງ ໄປ ຮັບໜ້າທີ່ໃໝ່ຢູ່ ປກສ ກຸ່ມບ້ານດອນເມນ, ຮທ ບໍລະດີ ຊາຍທອງເມືອງ ໄປຮັບໜ້າທີ່ໃໝ່ຢູ່ ປກສ ກຸ່ມບ້ານວັງປາ, ຮຕ ຕ້ອມ ວິໄລສັກ ແລະ ຮຕ ສຸກສະ ໜອນ ດາລາວັນ ໄປຮັບໜ້າທີ່ໃໝ່ຢູ່ກອງຈະລາຈອນ.

ເຊິ່ງການໂຍກຍ້າຍສັບຊ້ອນ ພະນັກງານ-ນັກຮົບ ແລະ ນັກສຶກສາທີ່ຮຽນຈົບມາໃໝ່ ໃນຄັ້ງນີ້ ກໍເພື່ອເປັນການປັບປຸງໂຄງຮ່າງການຈັດຕັ້ງຢູ່ພາຍໃນກົມກອງໃຫ້ມີຄວາມເຂັ້ມແຂງ ແລະ ບັນດາວຽກງານເຫຼົ່າຮົບວິຊາສະເພາະໃຫ້ມີປະສິດທິພາບ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມຶືອງໃນໄລຍະໃໝ່.

ພິທີ ໂຍກຍ້າຍ , ສັບຊ້ອນພະນັກງານ-ນັກຮົບ ແລະ ນັກສຶກສາທີ່ຮຽນຈົບມາໃໝ່ ຢູ່ ປກສ ເມືອງແກ່ນທ້າວ
ພິທີ ໂຍກຍ້າຍ , ສັບຊ້ອນພະນັກງານ-ນັກຮົບ ແລະ ນັກສຶກສາທີ່ຮຽນຈົບມາໃໝ່ ຢູ່ ປກສ ເມືອງແກ່ນທ້າວ

ໃນພິທີຍັງໄດ້ຜ່ານແຈ້ງການເລກທີ 6840/ປຊຍ, ລົງວັນທີ 10 ທັນວາ 2019 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມກໍາແໜ້ນສະພາບການ, ວຽກງານປ້ອງກັນກອງປະຊຸມ, ວັນບຸນສໍາຄັນຂອງພັກ, ຂອງຊາດ ແລະ ງານບຸນປະເພນີຂອງບັນດາເຜົ່າ; ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ການສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ ແລະ ງານບຸນປະເພນີຂອງບັນດາເຜົ່າໃນຂອບເຂດທົ່ວແຂວງ ໃຫ້ມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍ ແລະ ປອດໄພ.

ພັທ ບ່ຽງ ຈວງເທວີ ໄດ້ເນັ້ນໃຫ້ບັນດາຜູ້ທີ່ຖືກໂຍກຍ້າຍສັບຊ້ອນໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ, ຮັບປະກັນບໍ່ໃຫ້ມີກໍລະນີເຫດການຕ່າງໆເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນ, ຕ້ອງໄດ້ປະສານສົມທົບກັບອຳນາດການປົກຄອງທຸກຂັ້ນ, ພໍ່-ແມ່ປະຊາຊົນ, ຊັ້ນຄົນຕ່າງໆ ຈົ່ງພ້ອມກັນສຸມໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ຈົ່ງຊ່ວຍກັນເປັນເຈົ້າການສະກັດກັ້ນພວກກຸ່ມຄົນບໍ່ດີທີ່ສວຍໂອກາດເຄື່ອນໄຫວກໍ່ໃຫ້ເກີດຄວາມບໍ່ສະຫງົບໃຫ້ທ່ວງທັນກັບສະພາບການ ເພື່ອຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງດ້ານສັງຄົມ.