ໃນອາທິດທີ່ຜ່ານມາ ບໍລິສັດກຸ່ມ ຄຳໄພຊະນະ ຈຳກັດຜູ້ດຽວ ໄດ້ດຳເນີນການສຶກສາສຳຫຼວດເປັນຄັ້ງສຸດທ້າຍໂຄງການທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ ພາຍຫຼັງໄດ້ສໍາຫຼວດມາແລ້ວ 2 ຄັ້ງ ເພື່ອຈະໄດ້ມີການສະຫຼຸບຜົນໃສ່ບົດວິພາກເສດຖະກິດ ແລະ ເຕັກນິກ ໃນການສະເໜີພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ; ການສໍາຫຼວດຄັ້ງນີ້ ມີ ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດ ຄຳໄພຊະນະ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ, ພະນັກງານວິຊາການ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ເຂົ້າຮ່ວມ.

ການສຳຫຼວດຄັ້ງສຸດທ້າຍ ໂຄງການທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ
ການສຳຫຼວດຄັ້ງສຸດທ້າຍ ໂຄງການທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ

ທ່ານ ເຫວດປານີ ສີວົງໄຊ ຜູ້ຈັດການໂຄງການດັ່ງກ່າວ ເປີດເຜີຍວ່າ: ການລົງສຶກສາສຳຫຼວດໃນຄັ້ງນີ້ ແມ່ນຄັ້ງສຸດທ້າຍຂອງໂຄງການດັ່ງກ່າວ, ດ້ວຍການຍ່າງເດີນປ່າຂຶ້ນພູ ເພື່ອເກັບກຳຂໍ້ມູນໃຫ້ລະອຽດ, ຊັດເຈນແຕ່ລະຈຸດ, ແຕ່ລະບ່ອນໃສ່ບົດວິພາກເສດຖະກິດ ແລະ ເຕັກນິກ ຂອງໂຄງການໃຫ້ສຳເລັດສົມບູນ ກ່ອນກ້າວໄປຂັ້ນຕອນສະເໜີຂໍອະນຸມັດພັດທະນາໂຄງການຈາກລັດຖະບານ; ເປັນຕົ້ນແມ່ນຊີວະນາໆພັນພືດ, ຜືນປ່າໄມ້ໃຫຍ່ດົງດິບ, ຕົ້ນຊາພັນປີ, ຈຸດຊົມວິວຄວາມສວຍງາມຂອງພູທຳມະຊາດ ສຳຄັນແມ່ນຈຸດມະຫັດສະຈັນຜືນປ່າຕົ້ນໄມ້ເປັນຂົນ, ຜາເທີທີ່ເປັນໂງ່ນຫີນສີລາໃຫຍ່ພົ້ນສູງໂກ່ໂລ່ຂຶ້ນຢ່າງໜ້າງຶດງໍ້ຢູ່ຈອມພູເບ້ຍ ແລະ ດອກຈຳປາພັນປີ ເຊິ່ງມີຢູ່ທີ່ນີ້ແຫ່ງດຽວໃນລາວ.

ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ໂຄງການມາຮອດປັດຈຸບັນແມ່ນມີຄວາມຄືບໜ້າຢ່າງໜ້າເພີ່ງພໍໃຈ ຫຼື ປະມານ 90% ທັງໝົດ ນັ້ນແມ່ນໄດ້ຮັບຄວາມຮ່ວມໄມ້ຮ່ວມມືຈາກທຸກພາກສ່ວນຂອງລັດນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ແລະ ຢືນຢັນອີກເທື່ອໜຶ່ງວ່າ ໂຄງການນີ້ເກີດຂຶ້ນຢ່າງແນ່ນອນ ແຕ່ທັງນີ້ແມ່ນຈຳເປັນຈະຕ້ອງໄດ້ຮັບການສືບຕໍ່ເອື້ອ ອຳນວຍຄວາມສະດວກດ້ານຕ່າງໆຈາກພາກສ່ວນລັດ; ໂດຍສະເພາະແມ່ນຂັ້ນຕອນການດຳເນີນດ້ານເອກະສານຂໍອະນຸມັດພັດທະນາຈາກລັດຖະບານ ເພື່ອໃຫ້ໂຄງການໄດ້ດຳເນີນງານໃນຕົ້ນປີ ແລະ ທັນເປີດບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດລະຫວ່າງ ເດືອນທັນວາ ປີ 2020 ພ້ອມກັບການສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນ ລາວ ຄົບຮອບ 100 ປີ ໃຫ້ມີຄວາມ ໝາຍສຳຄັນ ແລະ ບັນຍາກາດຄຶກຄື້ນ ມ່ວນຊື່ນ.

ການສຳຫຼວດຄັ້ງສຸດທ້າຍ ໂຄງການທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ
ການສຳຫຼວດຄັ້ງສຸດທ້າຍ ໂຄງການທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ

ສຳລັບໂຄງການພັດທະນາສະຖານທີ່ທ່ອງທ່ຽວສະຫວັນທະເລໝອກພູເບ້ຍ ແມ່ນພູທີ່ມີຊື່ສຽງ ແລະ ສູງທີ່ສຸດໃນລາວ ປະມານ 2.820 ແມັດ ຢູ່ເມືອງອານຸວົງ ແຂວງໄຊສົມບູນ ບໍລິ ສັດ ຈະລົງທຶນ ທັງໝົດ 300 ລ້ານໂດລາສະຫະລັດ, ກຳນົດເວລາໃນການຄຸ້ມຄອງ ແລະ ບໍລິຫານໂຄງການ 75 ປີ; ເຊິ່ງຈະມີຫຼາຍ 10 ກິດຈະກຳຕ້ອນ ຮັບແຂກເປັນຕົ້ນສັນຍາລັກອະລິຍະທຳ ປະຈຳຊາດຂອງບັນດາປະເທດ, ຂີ່ກະຕ່າລອຍຟ້າ, ເຮືອນຊົງລາວ ສຳພັດວິຖີ ຊີວິດແບບລາວ, ອາຊຽນແບບອະນຸລັກທຳມະຊາດ, ໂຮງແຮມ-ເຮືອນພັກຕາກອາກາດ, ສະຖານບັນເທິງ, ໂຮງລະຄອນ, ຮ້ານຂາຍສິນຄ້າ, ຮ້ານອາຫານ ແລະ ຮ້ານກິນ-ດື່ມ, ຮ້ານຂາຍເຄື່ອງທີ່ລະນຶກ-ຫັດຖະກຳ ແລະ ແກະສະຫຼັກຂອງລາວ, ນວດແຜນບູຮານ, ສະຖານທີ່ສະ ແດງສິລະປະ ແລະ ກາຍະສິນ, ສວນນໍ້າ, ຕະລຸດ, ລອຍກົງເບັງ, ຄື້ນນໍ້າທະເລຈຳລອງ, ສວນດອກໄມ້, ພະພຸດທະຮູບໃຫຍ່ວັດວາອາລາມ, ຈຸດຊົມການສະແດງຄວາມມະຫັດສະຈັນນໍ້າເຕັ້ນລະບຳ ແລະ ສະໂມສອນຈຳລອງຫິມະ.