ກົມໃຫຍ່ຕໍາຫຼວດ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ 50 ກວ່າສະຫາຍ

0
2966

ໃນວັນທີ 25 ທັນວາ 2019, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈຳນວນ 56 ສະຫາຍ ທີ່ມີຜົນງານ ແລະ ຄົບມາດຖານເລື່ອນຊັ້ນ, ເຊິ່ງປະດັບຊັ້ນໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມຕໍາຫຼວດ, ໂດຍມີ ບັນດາຄະນະພັກ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ພູຂັນ ໄຊຍະສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ເລກທີ 4293/ກມປສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂ ໃນການເລື່ອນຊັ້ນ ເຊິ່ງມີຈໍານວນ 56 ສະຫາຍ ຍິງ 19 ສະຫາຍ; ໃນນີ້, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ ແລະ ຮ້ອຍຕີ ຂຶ້ນ ຮ້ອຍໂທ 55 ສະຫາຍ.

ໂອກາດນີ້, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໜັກໃຫ້ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມສາມັກຄີພາຍໃນກໍາລັງ, ສືບຕໍ່ເຮັດວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນຕໍ່ໜ້າ.

ໃນພິທີ, ພັທ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ຍັງໄດ້ຂຶ້ນເຜີຍແຜ່ຄໍາສັ່ງແນະນໍາ ເລກທີ 2578/ປກສ ວ່າດ້ວຍ ການນະໂຍບາຍເລື່ອນຊັ້ນ ໃຫ້ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ.

ເຊິ່ງການເຜີຍແຜ່ຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນບາງມາດຕາຂອງ ກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບປຸງ) ເລກທີ 20/ສພຊ ລົງວັນທີ 9 ພຶດສະພາ 2017 ກ່ຽວກັບ ການປະດັບຊັ້ນ, ເລື່ອນຊັ້ນ, ດັດແກ້ຊັ້ນ, ເລື່ອນຂ້າມຊັ້ນ ແລະ ຍົກຂັ້ນເງິນເດືອນຂອງນາຍ ແລະ ພົນຕໍາຫຼວດ ໃຫ້ລະອຽດຮັດກຸມ; ນອກຈາກນີ້, ກໍໃຫ້ເປັນບ່ອນອີງ ໃນການຄຸ້ມຄອງ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ມີຄວາມສະດວກ ແລະ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ.