ລັດຖະມົນຕີ ປກສ ຕ້ອນຮັບການຢ້ຽມຂໍ່ານັບຂອງ ຜູ້ແທນຕໍາຫຼວດ ສສ ຫວຽດນາມ

0
1748

ວັນທີ 30 ທັນວາ 2019, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົຕ ເຈືອງ ວັນທົງ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງຕໍາຫຼວດ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນຄວາມສະຫງົບ ໃນລະຫວ່າງວັນທີ 30-31 ທັນວາ.

ພົຕ ເຈືອງ ວັນທົງ ໄດ້ລາຍງານຜົນຂອງ ການພົບປະສອງຝ່າຍ ກໍຄື ກົມພົວພັນຕ່າງປະເທດ ລະຫວ່າງສອງກະຊວງ ເປັນຕົ້ນແມ່ນ:

ການຕີລາຄາຜົນຂອງ ການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈໍາປີ 2019 ເຫັນວ່າ ຄະນະນໍາຂອງສອງກະຊວງ ໄດ້ມີການພົບປະກັນຢ່າງເປັນປົກກະຕິ, ສອງຝ່າຍໄດ້ສໍາເລັດການກະກຽມເນື້ອໃນ ສົນທິສັນຍາ ວ່າດ້ວຍ ການໂອນຕົວຜູ້ຖືກຕັດສິນລົງໂທດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ການຮ່ວມມືໃນຂົງເຂດ ວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແມ່ນໄດ້ປະສານສົມທົບກັນລະຫວ່າງ ບັນດາກົມກອງວິຊາສະເພາະ ເປັນຕົ້ນແມ່ນ ວຽກງານສັນຕິບານ, ວຽກງານຕໍາຫຼວດ, ວຽກງານກໍ່ສ້າງກໍາລັງ, ວຽກງານພະລາທິການ ທັງສູນກາງ ແລະ ທ້ອງຖິ່ນ ແມ່ນໄດ້ມີການພົບປະແລກປ່ຽນບົດຮຽນ.

ນອກຈາກນີ້, ຍັງມີການຮ່ວມມືກໍ່ສ້າງກໍາລັງລະດັບຕ່າງໆ ຄື: ສາມັນສຶກສາ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ສົກປີ 2019 ແມ່ນໄດ້ຈັດຕັ້ງສໍາເລັດຕາມແຜນການ, ການຮ່ວມມືຊ່ວຍເຫຼືອອຸປະກອນເຕັກນິກວິຊາສະເພາະ, ການແລກປ່ຽນຂອງ ຄະນະຜູ້ແທນ, ຢ້ຽມຢາມ-ພັກຜ່ອນ ແລະ ກວດກາສຸຂະພາບ-ປິ່ນປົວ ແມ່ນຈັດຕັ້ງປະຕິບັດສໍາເລັດ.

ຄຽງຄູ່ກັນນີ້, ຄະນະຜູ້ແທນທັງສອງ ຝ່າຍ ຍັງໄດ້ປຶກສາຫາລືແຜນການຮ່ວມມື ປະຈໍາປີ 2020 ລະຫວ່າງສອງກະຊວງ ເປັນຕົ້ນແມ່ນ ການຮ່ວມມືຂົງເຂດ ວຽກງານປ້ອງກັນຄວາມສະຫງົບ, ຮ່ວມມືຂົງເຂດ ເຕັກນິກວິຊາສະເພາະ ແລະ ການບໍາລຸງ-ກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມຮູ້-ຄວາມສາມາດໃນດ້ານຕ່າງໆ.

ໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນຄັ້ງນີ້ຂອງສອງຝ່າຍ ເຊິ່ງມັນເປັນຂີດໝາຍອັນສໍາຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງກະຊວງ ກໍຄື ກົມພົວພັນຕ່າງປະເທດ ກະຊວງ ປກສ ແລະ ກົມພົວພັນຕ່າງປະເທດ ກະຊວງຕໍາຫຼວດ ໃຫ້ມີຄວາມແໜ້ນແຟ້ນຂຶ້ນໄປເລື້ອຍໆ ແລະ ພ້ອມກັນປັບປຸງກໍາລັງວິຊາສະເພາະ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ພົວພັນປະສານສົມທົບກັນ ໃນການປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມຮັບປະກັນ.