ທ້າວ ເຈຊາ ຖືກເຈົ້າໜ້າທີ່ ປກສ ເມືອງສິງ ກັກຕົວໃນ ທ້າຍປີ 2019 ໃນສະຖານຄ້າຂາຍຢາເສບຕິດ
ທ້າວ ເຈຊາ ຖືກເຈົ້າໜ້າທີ່ ປກສ ເມືອງສິງ ກັກຕົວໃນ ທ້າຍປີ 2019 ໃນສະຖານຄ້າຂາຍຢາເສບຕິດ

ທ້າຍປີ 2019 (ໃນວັນທີ 20 ທັນວາ) , ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ຮັບການລາຍງານຈາກ ປກສ ບ້ານມອມ ວ່າ: ມີກຸ່ມຄົນບໍ່ດີຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ເຂດບ້ານຊາຍ ເມືອງສິງ; ຈຶ່ງໄດ້ຈັດກຳລັງເຄື່ອນໄຫວລາດຕະເວນເຫັນເປົ້າໝາຍ ຈຶ່ງກວດກາຄົ້ນຕົວພົບເຫັນຢາບ້າຊຸກເຊື່ອງໄວ້ຖົງເສື້ອ ຈຳນວນ 10 ຖົງ ເທົ່າກັບ 2.011 ເມັດ.

ຜ່ານການສອບສວນເບື້ອງຕົ້ນ ຜູ້ຖືກຫາຊື່ ທ້າວ ເຈຊາ ອາຍຸ 36 ປີ ຢູ່ບ້ານນານ້ອຍ ເມືອງສິງ ສາລະພາບວ່າ: ຢາບ້າ 10 ຖົງ ເທົ່າກັບ 2 ພັນກວ່າເມັດ ແມ່ນຂອງຕົນເອງແທ້ ເຊິ່ງຊື້ນຳຄູ່ຮ່ວມຂະບວນການຢູ່ບ້ານຊາຍ ເມືອງສິງ ແລະ ຜູ້ກ່ຽວຍັງສາລະພາບຕື່ມອີກວ່າ: ຄູ່ຮ່ວມຂະບວນການຄ້າ-ຂາຍໃນຄັ້ງນີ້, ມີ ທ້າວ ໄມ່ແສງກາງ ອາຍຸ 58 ປີ ຢູ່ບ້ານຊາຍ ເມືອງສິງ; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ໄມ່ແສງກາງ ພ້ອມທັງກວດຄົ້ນເຮືອນ ພົບເຫັນຢາບ້າຈຳນວນ 4 ມັດ ກັບ 90 ເມັດ ທີ່ຊຸກເຊື່ອງໄວ້ຫົວບ່ອນນອນ; ນອກນັ້ນ, ທ້າວ ໄມ່ແສງກາງ ຍັງຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວໄດ້ຊື້່ນຳ ທ້າວ ຂັນ ບ້ານເຈງ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ ປະເທດມຽນມາ ຈໍານວນ 4 ມັດ ກັບ 90 ເມັດ ຊື້ມາເພື່ອມາເສບ ແລະ ຂາຍຍ່ອຍກິນກໍາໄລ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 2 ທັນວາ 2019, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ກັກໄດ້ເປົ້າໝາຍຕື່ມ 3 ຄົນ ຊື່ ທ້າວ ອາແມ໋ (ອານະ) ອາຍຸ 39 ປີ, ນາງ ເຕະ ອາຍຸ ປີ ທັງ 2 ຄົນ ຢູ່ບ້ານຫົວນາ ເມືອງຊຽງລາບ ແຂວງທ່າຂີ້ເຫຼັກ ປະເທດມຽນມາ ແລະ ທ້າວຈັນ ອາຍຸ 30 ປີ ສັນຊາດມຽນມາ ຢູ່ບ້ານຫ້ວຍກຸ້ມ ເມືອງລອງ ແຂວງຫຼວງນ້ຳທາ ພົບຂອງກາງປະເພດຢາບ້າ 11 ມັດ ກັບ 34 ເມັດ ແລະ ຝິ່ນ 8 ກຼາມ; ຈຶ່ງໄດ້ນໍາຕົວພວກກ່ຽວທັງ 3 ໄປສອບສວນຂະຫຍາຍຜົນ.

ປັດຈຸບັນ ເຈົ້າໜ້າທີ່ ປກສ ແຂວງຫຼວງນ້ຳທາ ໄດ້ກັກຕົວພວກກ່ຽວທັງ 5 ຄົນ ໄວ້ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ພ້ອມທັງຢຶດຂອງກາງ ປະເພດຢາເສບຕິດ ຈຳນວນດັ່ງກ່າວໄວ້ເປັນຫຼັກຖານ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.