ອຸບັດຕິເຫດຈຳນວນໜຶ່ງທີ່ເກີດຂຶ້ນໃນໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019-2020 ຢູ່ນະຄອນຫຼວງວຽງຈັນ
ອຸບັດຕິເຫດຈຳນວນໜຶ່ງທີ່ເກີດຂຶ້ນໃນໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019-2020 ຢູ່ນະຄອນຫຼວງວຽງຈັນ

ໃນໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019-2020 ຢູ່ນະຄອນຫຼວງວຽງຈັນ ສະພາບການສັນຈອນຕາມທ້ອງຖະໜົນມີຄວາມເປັນລະບຽບຮຽບຮ້ອຍ, ການສັນຈອນຄ່ອງຕົວ ແລະ ບໍ່ມີການສັນຈອນແອອັດຕາມທ້ອງຖະໜົນ; ຢ່າງໃດກໍຕາມ, ຍັງມີຜູ້ລະເມີດກົດລະບຽບຈະລາຈອນທີ່ວາງອອກ ເຮັດໃຫ້ມີອຸບັດຕິເຫດ ແລະ ຄົນເສຍຊີວິດ ແຕ່ໃນປີນີ້ອຸບັດຕິເຫດຫຼຸດລົງເມື່ອທຽບໃສ່ປີຜ່ານມາ.

ອຸບັດຕິເຫດຈຳນວນໜຶ່ງທີ່ເກີດຂຶ້ນໃນໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019-2020 ຢູ່ນະຄອນຫຼວງວຽງຈັນ
ອຸບັດຕິເຫດຈຳນວນໜຶ່ງທີ່ເກີດຂຶ້ນໃນໄລຍະສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2019-2020 ຢູ່ນະຄອນຫຼວງວຽງຈັນ

ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ພະແນກຕໍາຫຼວດຈະລາຈອນ ໄດ້ນໍາເອົາວຽກງານແຜນການ, ຄໍາສັ່ງ ແລະ ແຈ້ງການຕ່າງໆຈາກຂັ້ນເທິງມາຜັນຂະຫຍາຍ ແລະ ເຜີຍແຜ່ໃຫ້ນາຍຕໍາຫຼວດໄດ້ຈັດຕັ້ງປະຕິບັດຢ່າງທົ່ວເຖິງ; ພ້ອມນັ້ນ, ພະແນກ ແລະ ບັນດາກອງຕໍາຫຼວດຈະລາຈອນ ກໍໄດ້ເຄື່ອນໄຫວໂຄສະນາລະບຽບການ ສັນຈອນໃຫ້ທົ່ວສັງຄົມຮັບຮູ້, ຄຽງຄູ່ກັນນີ້ ກໍໄດ້ສຸມໃສ່ສະກັດກັ້ນບັນຫາອຸບັດຕິເຫດທາງຖະໜົນ, ແຕ່ລະເມືອງ ແມ່ນມີຈຸດກວດກາທາດເຫຼົ້າ ແລະ ກວດກາທົ່ວໄປ; ສໍາລັບພະແນກຕັ້ງຈຸດຄວບຄຸມຄວາມໄວ ແລະ ທາດເຫຼົ້າ ຢູ່ເສັ້ນທາງ 13 ໃຕ້-ເໜືອ, ເສັ້ນທາງໄກສອນພົມວິຫານ, ສ່ວນຕໍາຫຼວດຈະລາຈອນເມືອງ ແມ່ນປະຕິບັດຕາມເສັ້ນທາງຂອບເຂດຂອງເມືອງ.

ຜ່ານການຈັດຕັ້ງປະຕິບັດນັບແຕ່ວັນທີ 30 ທັນວາ 2019 ຫາ 1 ມັງກອນ 2020, ເຈົ້າໜ້າທີ່ກວດພົບຜູ້ລະເມີດກົດລະບຽບຈະລາຈອນ ທັງໝົດ 187 ຄົນ ຍິງ 45 ຄົນ, ສຶກສາຜູ້ລະເມີດ 63 ຄົນ ຍິງ 30 ຄົນ, ຂຽນໃບສັ່ງໃຫ້ຜູ້ລະເມີດ 124 ຄົນ ຍິງ 15 ຄົນ, ກັກເອກະສານ 112 ໃບ, ທະບຽນ 70 ໃບ, ໃບຂັບຂີ່ 39 ໃບ, ບັດປະຊາຊົນ 3 ໃບ, ກັກລົດ 12 ຄັນ, ລົດບໍ່ຖືເອກະສານ 11 ຄັນ, ລົດບໍ່ຕິດປ້າຍທະບຽນ 1 ຄັນ.ໃນນີ້, ກວດກາທາດເຫຼົ້າໄດ້ທັງໝົດ 131 ຄົນ ຍິງ 3 ຄົນ ມີທາດເຫຼົ້າບໍ່ເກີນ 90 ຄົນ ຍິງ 3 ຄົນ, ທາດເຫຼົ້າເກີນ 41 ຄົນ.

ທົ່ວນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 23 ຄັ້ງ, ພາຫະນະເປ່ເພທັງໝົດ 48 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 34 ຄົນ ແລະ ມີຄົນເສຍຊີວິດ 1 ຄົນ, ຄື: ໃນວັນທີ 30 ທັນວາ 2019 ມີອຸບັດຕິເຫດເກີດຂຶ້ນ 3 ຄັ້ງ, ວັນທີ 31 ທັນວາ ມີອຸບັດຕິເຫດເກີດຂຶ້ນ 15 ຄັ້ງ ແລະ ເສຍຊີວິດ 1 ຄົນ ຊື່ ທ້າວ ກໍລະໄກ ອາຍຸ 36 ປີ ຢູ່ບ້ານສະພານທອງ ເມືອງສີສັດຕະນາກ, ເກີດເຫດຢູ່ເສັ້ນທາງໂສກປ່າຫຼວງ ເມືອງສີສັດຕະນາກ ລະຫວ່າງລົດຈັກຕໍາຄົນຍ່າງ ແລະ ຕໍາລົດຍົນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ ແລະ ໃນວັນທີ 1 ມັງກອນ 2020 ອຸບັດຕິເຫດເກີດຂຶ້ນ 5 ຄັ້ງ; ທຽບໃສ່ປີຜ່ານມາ, ອຸບັດຕິເຫດຫຼຸດລົງ 5 ຄັ້ງ ແລະ ຄົນເສຍຊີວິດຫຼຸດລົງ 5 ຄົນ, ເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນເມືອງໄຊທານີ, ສີໂຄດຕະບອງ, ສີສັດຕະນາກ, ເມືອງຈັນທະບູລີ ແລະ ເມືອງຫາດຊາຍຟອງ. ສໍາລັບເມືອງໄຊເສດຖາ, ເມືອງນາຍຊາຍທອງ, ເມືອງປາກງື່ມ ແລະ ເມືອງສັງທອງ ບໍ່ມີອຸບັດຕິເຫດເກີດຂຶ້ນ.

ພົ້ນເດັ່ນ, ໃນວັນທີ 31 ທັນວາ 2019 ເວລາປະມານ 10:30 ໂມງ ເຈົ້າໜ້າທີ່ກອງຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ໄດ້ກວດກາຜູ້ຂັບຂີ່ບໍ່ໃສ່ໝວກກັນກະທົບຢູ່ທີ່ປ້ອມໂທລະພາບ; ໄດ້ກວດກາລົດເວບ 100 ສີແດງ-ດໍາໝາຍ ເລກທະບຽນ ດຈ 8364 ຜູ້ຂັບຂີ່ຊື່ ທ້າວ ປຸ້ຍ ອາຍຸ 31 ກໍາມະກອນບ້ານໜອງທາເໜືອ ເມືອງຈັນທະບູລີ ກວດພົບຢາເສບຕິດປະເພດຢາບ້າ ຈໍານວນ 8 ເມັດ ເຈົ້າໜ້າທີ່ໄດ້ກັກຕົວ ແລະ ມອບໃຫ້ໜ່ວຍງານກ່ຽວຂ້ອງຄະດີດໍາເນີນຕາມລະບຽບກົດໝາຍ.

ພັທ ສັງຄົມ ພົມມະລາດ ໃຫ້ຮູ້ຕື່ມວ່າ: ສາເຫດທີ່ພາໃຫ້ອຸບັດຕິເຫດໃນນະຄອນຫຼວງວຽງຈັນ ຫຼຸດລົງຍ້ອນເຈົ້າໜ້າທີ່ພະແນກ ແລະ ຕໍາຫຼວດຈະລາຈອນ ໄດ້ເຂັ້ມງວດປະຕິບັດໜ້າທີິ່ ໂດຍສະເພາະການຈັດຕັ້ງຈຸດກວດກາຄວາມໄວ ແລະ ທາດເຫຼົ້າ; ພ້ອມກັນນັ້ນ, ຜູ້ຂັບ ຂີ່ທີ່ໃຊ້ລົດ-ໃຊ້ຖະໜົນ ກໍເປັນເຈົ້າການປະຕິບັດກົດລະບຽບການສັນຈອນທີ່ວາງອອກໄດ້ດີເທົ່າທີ່ຄວນບັນຫາດັ່ງກ່າວ ຈຶ່ງເປັນປັດໃຈອຸບັດຕິເຫດ ແລະ ຄົນເສຍຊີວິດຫຼຸດລົງ.