3 ພາກສ່ວນ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

0
2011
ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ

ຫ້ອງວ່າການ ກະຊວງ ປກສ, ກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການເລື່ອນຊັ້ນນາຍຕໍາຫຼວດ ແລະ ພົນຕຳຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານຂອງການເລື່ອນຊັ້ນ ເພື່ອປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ.

+ ຫ້ອງວ່າການ ກະຊວງ ປກສ:

ໄດ້ຈັດພິທີດັ່ງກ່າວຂຶ້ນໃນວັນທີ 3 ມັງກອນ 2020 ປະດັບຊັ້ນໂດຍ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີບັນດາຄະນະຫ້ອງວ່າການ ກະຊວງ, ຫົວໜ້າ ແລະ ບັນດາກົມ-ຫ້ອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສັກດາ ໄຊຍະສົງຄາມ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 2844/ປກສ ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຫ້ອງວ່າການ ກະຊວງ ປກສ ຈໍານວນ 12 ສະຫາຍ ຍິງ 3 ສະຫາຍ ດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ

ໂອກາດນີ້, ພົຈວ ສົມວັນ ສາຍລ້ອງພາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ສາມາດຍາດໄດ້ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ແລະ ມີຜົນງານດີເດັ່ນ ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ຄື:

ເອົາໃຈໃສ່ຄົ້ນຄວ້າ ດ້ານທິດສະດີ ແລະ ພຶດຕິກໍາວິຊາສະເພາະທີ່ຕົນຮັບຜິດຊອບ, ໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢ່າງມີຫົວຄິດປະດິດສ້າງ, ມີຄວາມຊໍານິຊໍານານງານ ແລະ ຮັບປະກັນຜົນສໍາເລັດຂອງ ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຍົກສູງຄວາມຮັບຮູ້ທາງດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ພາສາຕ່າງປະເທດ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ໃນການນໍາພາ-ບັນຊາ ໃຫ້ມີປະສິດທິຜົນດີຂຶ້ນຢ່າງບໍ່ຢຸດຢັ້ງ, ເປັນແບບຢ່າງນໍາໜ້າທີ່ດີ ໃນຂົງເຂດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້ ຢ່າງສະເໝີຕົ້ນສະເໝີປາຍ.

+ ກົມໃຫຍ່ພະລາທິການ ກະຊວງ ປກສ:

ໄດ້ຈັດພິທີປະກາດການເລື່ອນຊັ້ນ ໃນວັນທີ 3 ມັງກອນ 2020 ປະດັບຊັ້ນໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາສະຫາຍຄະນະກົມ, ຫ້ອງ, ກອງ, ໂຮງໝໍ 5 ເມສາ, ພະນັກງານຫຼັກແຫຼ່ງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ ເຊິ່ງມີດັ່ງຕໍ່ໄປນີ້:

ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ
  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 5 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 19 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 11 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 2 ສະຫາຍ
  • ສິບເອກ ຂຶ້ນ ວາທີ 3 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ

ຄຽງຄູ່ກັນນີ້, ທ່ານຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ຍັງໄດ້ຜ່ານແຈ້ງການຂອງ ຫ້ອງວ່າການ ກະຊວງ ສະບັບເລກທີ 4894/ຫວ ລົງວັນທີ 10 ທັນວາ 2019 ເຖິງ ຫ້ອງວ່າການ ກະຊວງ, ກົມໃຫຍ່, ກົມ, ກອງບັນຊາການ, ວິທະຍາຄານ ອ້ອມຂ້າງກະຊວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ຂັ້ນແຂວງ ທົ່ວປະເທດ, ເລື່ອງຈັດຕັ້ງປະຕິບັດຄຳແນະນຳ, ກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ (ສະບັບປັບປຸງ) ກ່ຽວກັບ ການປະດັບຊັ້ນ, ເລື່ອນຊັ້ນ, ດັດຊັ້ນ, ເລື່ອນຂ້າມຊັ້ນ ແລະ ຍົກຂັ້ນເງິນເດືອນ ໃຫ້ນາຍ ແລະ ພົນຕຳຫຼວດ ໃນກຳລັງປ້ອງກັນຄວາມສະຫງົບ, ໃຫ້ນາຍ ແລະ ພົນຕໍາຫຼວດ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ທົ່ວກົມໃຫຍ່ພະລາທິການ ໃຫ້ຮັບຮູ້, ເຊື່ອມຊຶມ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

+ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ:

ໄດ້ຈັດພິທີປະກາດເລື່ອນຊັ້ນ ໃນວັນທີ 6 ມັງກອນ 2020 ປະດັບຊັ້ນໂດຍ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ, ມີຄະນະພັກ-ຄະນະບັນຊາ, ກອງບັນຊາການ ປກສ 9 ຕົວເມືອງ, 7 ຫ້ອງ, 1 ກອງ, 1 ຄ້າຍ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັທ ນາງ ບົວພັນ ທີລະສັກ ຫົວໜ້າຫ້ອງການເມືອງ ປກສ ນວ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ນວ ເຊິ່ງໄດ້ປະກາດດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 60 ສະຫາຍ ຍິງ 7 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 94 ສະຫາຍ ຍິງ 18 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 63 ສະຫາຍ ຍິງ 21 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ ຍິງ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 15 ສະຫາຍ ຍິງ 1 ສະຫາຍ

ນອກນັ້ນ, ພົຈວ ບຸບຜາ ສີພົມມາ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ນວ ແລະ ກອງບັນຊາການ ປກສ 9 ຕົວເມືອງ ກໍຄື ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ຕໍ່ກຳລັງ ປກສ.

ພ້ອມນັ້ນ, ກໍຈົງສືບຕໍ່ເຮັດວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ເປັນຕົ້ນແມ່ນ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ໃຫ້ໝົດໄປ, ຈັດຕັ້ງລະບອບປະຈຳການໃຫ້ເຂັ້ມງວດ, ຫັນພະນັກງານລົງກໍ່ສ້າງຮາກຖານ ປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສະກັດກັ້ນແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບ ທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ທາງສັງຄົມ ແລະ ສືບຕໍ່ພັດທະນາທຸກດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນ ທີ່ດີ ແລະ ມີຄຸນນະພາບ.