ກົມ 509 ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ 8 ສະຫາຍ

0
1815

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ໄດ້ຈັດພິທີປະກາດການເລື່ອນຊັ້ນ ໃຫ້ພະນັກງານ-ນັກຮົບ ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານ-ນັກຮົບ ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ແລະ ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ, ເຊິ່ງປະດັບຊັ້ນໂດຍ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມ 509, ໂດຍມີ ຄະນະພັກ-ຄະນະກົມ, ຄະນະພະແນກ ພ້ອມດ້ວຍ ພະນັກງານ-ນັກຮົບພາຍໃນກົມ ເຂົ້າຮ່ວມ, ໃນວັນທີ 6 ມັງກອນ 2020.

ໃນພິທີ ພັຕ ພູຂຽນ ສີຄຸນນະລາດ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 2843/ປກສ ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງໄດ້ໂດຍຕົກລົງເລື່ອນຊັ້ນດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ 6 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 8 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ ຍິງ 1 ສະຫາຍ

ໃນຕອນທ້າຍ, ພົຈວ ຄໍາສາຍ ຈັນທະວົງ ໄດ້ເນັ້ນໃຫ້ທຸກສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ເປັນພະນັກງານທີ່ສາມາດນຳພາບັນຊາທີ່ເຂັ້ມແຂງ, ມີແບບແຜນສາມາດແກ້ໄຂວຽກງານສະເພາະໜ້າ ແລະ ຍາວນານ, ມີປະສິດທິພາບ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ຕາມການຈັດຕັ້ງມອບໝາຍໃຫ້.