ມີພາຫະນະ 3 ແສນກວ່າຄັນ ເຂົ້າກວດກາສະພາບເຕັກນິກ ໃນ 5 ປີທີ່ຜ່ານມາ
ມີພາຫະນະ 3 ແສນກວ່າຄັນ ເຂົ້າກວດກາສະພາບເຕັກນິກ ໃນ 5 ປີທີ່ຜ່ານມາ

ຜ່ານມາ, ຂະແໜງຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ຕິດຕາມກວດກາບັນດາສູນກວດກາເຕັກນິກລົດຍົນໃນນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຄຸນນະພາບຕາມລະບຽບການທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ວາງໄວ້ຢູ່ນະຄອນຫຼວງວຽງຈັນ; ເຊິ່ງໃນ 5 ປີຜ່ານມາ (2014-2019), ມີພາຫະນະ ເຂົ້າມາບໍລິການກວດກາເຕັກນິກລົດ 300.000 ກວ່າຄັນ.

ທ່ານ ສົມສະນິດ ຮວດທອງຄໍາ ຮອງເລຂາໜ່ວຍພັກຂະແໜງຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກ່າວວ່າ: ໃນ 5 ປີຜ່ານມາ, ຄະນະພັກຂະແໜງຄຸ້ມຄອງຂົນສົ່ງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາໜ່ວຍງານຄຸ້ມຄອງພາຫະນະ ແລະ ກົນຈັກ ຂົນສົ່ງ ດ້ວຍການຕິດຕາມກວດກາການຂຶ້ນທະບຽນລົດ, ກວດກາເອກະສານລົດຍົກຍ້າຍມາແຕ່ຕ່າງແຂວງ, ອອກອະນຸຍາດ ແລະ ຄຸ້ມຄອງກວດກາສູນກວດກາເຕັກນິກລົດຍົນ, ສືບຕໍ່ຕິດຕາມກວດກາຮ້ານສ້ອມແປງລົດໃນນະຄອນຫຼວງວຽງຈັນ; ລົງກວດກາສະພາບເຕັກນິກ ລົດຂົນສົ່ງໂດຍສານກ່ອນປ່ອຍລົດອອກຈາກສະຖານີຢູ່ສະຖານີລົດຂົນສົ່ງໂດຍສານສາຍເໜືອ ແລະ ສາຍໃຕ້ເປັນປົກກະຕິ; ສືບຕໍ່ລົງຕິດຕາມກວດກາບັນດາສູນກວດກາເຕັກນິກລົດຍົນໃນນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຄຸນນະ ພາບຕາມລະບຽບການທີ່ກະຊວງໂຍທາ ທິການ ແລະ ຂົນສົ່ງໄດ້ວາງໄວ້. ເຊິ່ງຕິດຕາມກວດກາສູນກວດກາເຕັກຕິກລົດ ຈໍານວນ 3 ສູນ ມີລົດເຂົ້າກວດກາເຕັກນິກ ທັງໝົດ 318.518 ເທື່ອຄັນ, ກວດ ກາເອກະສານລົດຍົກຍ້າຍເຂົ້າທັງໝົດ 5.875 ຄັນ, ຍົກຍ້າຍອອກໄປຕ່າງແຂວງ 5.700 ຄັນ; ຕິດຕາມການຂຶ້ນທະບຽນພາຫະນະນໍາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ໄດ້ 955.521 ຄັນ ແລະ ຕິດຕາມກວດ ກາເຕັກນິກລົດກ່ອນປ່ອຍລົດອອກຈາກ ສະຖານີໂດຍສານໄດ້ ທັງໝົດ 192. 720 ເທື່ອຄັນ.

ມີພາຫະນະ 3 ແສນກວ່າຄັນ ເຂົ້າກວດກາສະພາບເຕັກນິກ ໃນ 5 ປີທີ່ຜ່ານມາ
ມີພາຫະນະ 3 ແສນກວ່າຄັນ ເຂົ້າກວດກາສະພາບເຕັກນິກ ໃນ 5 ປີທີ່ຜ່ານມາ

ໃນຕໍ່ໜ້າ, ຄະນະບັນຊາຂະແໜງ ຄຸ້ມຄອງຂົນສົ່ງຈະູສືບຕໍ່ຊີ້ນໍາ-ນຳພາໜ່ວຍງານຄຸ້ມຄອງພາຫະນະ ແລະ ກົນຈັກຂົນສົ່ງ ສືບຕໍ່ຕິດຕາມກວດກາການຂຶ້ນທະບຽນລົດ, ກວດກາເອກກະສານລົດຍົກຍ້າຍມາແຕ່ຕ່າງແຂວງ, ອອກອະນຸຍາດ ແລະ ຄຸ້ມຄອງກວດກາສູນກວດກາເຕັກນິກລົດຍົນ, ສືບຕໍ່ຕິດຕາມກວດກາຮ້ານສ້ອມແປງລົດໃນນະຄອນຫຼວງວຽງຈັນ, ລົງກວດກາສະພາບເຕັກນິກລົດຂົນສົ່ງໂດຍສານກ່ອນປ່ອຍລົດອອກຈາກສະຖານີຢູ່ສະຖານີລົດຂົນສົ່ງ ໂດຍສານສາຍເໜືອ ແລະ ສາຍໃຕ້ເປັນປົກກະຕິ ເພື່ອຮັບປະກັນໃນເວລາສັນຈອນ; ນອກນີ້, ສືບຕໍ່ລົງຕິດຕາມກວດກາບັນ ດາສູນກວດກາເຕັກນິກລົດຍົນໃນນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຄຸນນະພາບຕາມລະບຽບການທີ່ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ວາງໄວ້ ແລະ ຂະຫຍາຍສູນກວດກາເຕັກນິກພາຫະນະ ແລະ ຈຸດສອບເສັງໃບຂັບຂີ່ໃຫ້ທົ່ວເຖິງແຕ່ລະເມືອງ ເພື່ອສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ.