ບາງສະພາບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ ປີໃໝ່ສາກົນ 2020
ບາງສະພາບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ ປີໃໝ່ສາກົນ 2020

ຖືວ່າເປັນສັນຍານທີ່ດີໃນວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບ ປີໃໝ່ສາກົນ 2020 ທົ່ວປະເທດ ມີອຸບັດຕິເຫດ ທັງໝົດ 191 ຄັ້ງ ຄົນເສຍຊີວິດ 27 ຄົນ ທຽບໃສ່ປີຜ່ານມາຫຼຸດລົງ 9 ຄົນ.

ບາງສະພາບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ ປີໃໝ່ສາກົນ 2020
ບາງສະພາບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ ປີໃໝ່ສາກົນ 2020

ອີງຕາມການສະຫຼຸບອຸບັດຕິເຫດ ປີໃໝ່ສາກົນ 2019-2020 ຂອງກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສະຫຼຸບວ່າ: ໃນ 5 ວັນ ຂອງການສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ (29 ທັນ-ວັນທີ 2 ມັງກອນ) ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 191 ຄັ້ງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 3 ຄັ້ງ, ພາຫະນະເປ່ເພທັງໝົດ 338 ຄັນ, ເປ່ເພເລັກໜ້ອຍ 152 ຄັນ, ສົມຄວນ 176 ຄັນ, ໃຊ້ການບໍ່ໄດ້ 10 ຄັນ, ຄົນໄດ້ຮັບບາດເຈັບ 319 ຄົນ, ເລັກໜ້ອຍ 155 ຄົນ, ສົມຄວນ 121 ຄົນ, ສາຫັດ 43 ຄົນ ແລະ ເສຍຊີວິດ ທັງໝົດ 27 ຄົນ, ທຽບໃສ່ໄລຍະດຽວກັນປີຜ່ານມາຍອດຜູ້ເສຍຊີວິດຫຼຸດລົງ 9 ຄົນ; ສຳລັບແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ: ນະຄອນຫຼວງວຽງຈັນ ເກີດຂຶ້ນ 27 ຄັ້ງ, ໄຊຍະບູລີ 23 ຄັ້ງ, ວຽງຈັນ 22 ຄັ້ງ, ຫຼວງພະບາງ 20 ຄັ້ງ, ຈໍາປາສັກ 19 ຄັ້ງ, ສະຫວັນນະເຂດ 13 ຄັ້ງ, ອັດຕະປື 10 ຄັ້ງ, ຫຼວງນ້ໍາທາ 9 ຄັ້ງ, ອຸດົມໄຊ 8 ຄັ້ງ, ບໍ່ແກ້ວ 8 ຄັ້ງ, ເຊກອງ 7 ຄັ້ງ, ບໍລິຄໍາໄຊ 6 ຄັ້ງ, ຜົ້ງສາລີ 6 ຄັ້ງ, ສາລະວັນ 4 ຄັ້ງ, ຫົວພັນ 3 ຄັ້ງ, ຊຽງຂວາງ, ຄໍາມ່ວນ ແລະ ແຂວງໄຊສົມບູນ ເກີດຂຶ້ນແຂວງ ລະ 2 ຄັ້ງ.

ບາງສະພາບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ ປີໃໝ່ສາກົນ 2020
ບາງສະພາບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະ ປີໃໝ່ສາກົນ 2020

ພາຫະນະທີ່ຮ່ວມເກີດອຸບັດຕິເຫດລົດຈັກຕໍາລົດຈັກ ເກີດຂຶ້ນ 51 ຄັ້ງ ເສຍຊີວິດ 6 ຄົນ; ລົດຍົນຕໍາຄົນຍ່າງເກີດຂຶ້ນ 7 ຄັ້ງ ເສຍຊີວິດ 4 ຄົນ; ລົດຈັກຕໍາລົດຍົນ ເກີດຂຶ້ນ 63 ຄັ້ງ ເສຍຊີວິດ 3 ຄົນ; ລົດຍົນຕໍາລົດຍົນ ເກີດຂຶ້ນ 13 ຄັ້ງ ເສຍຊີວິດ 2 ຄົນ; ລົດຍົນປີ້ນເອງເກີດຂຶ້ນ 8 ຄັ້ງ ເສຍຊີວິດ 2 ຄົນ; ລົດຈັກລົ້ມເອງ ເກີດຂຶ້ນ 7 ຄັ້ງ ເສຍຊີວິດ 2 ຄົນ; ລົດຈັກຕໍາລົດບັນທຸກ ເກີດຂຶ້ນ 7 ຄັ້ງ ເສຍ ຊີວິດ 2 ຄົນ; ລົດຈັກຕໍາລົດໄຖນາ ເກີດຂຶ້ນ 3 ຄັ້ງ ເສຍຊີວິດ 1 ຄົນ; ລົດຈັກຕໍາສັດລ້ຽງ ເກີດຂຶ້ນ 6 ຄັ້ງ; ລົດຍົນຕໍາລົດບັນທຸກ ເກີດຂຶ້ນ 5 ຄັ້ງ; ລົດຈັກຕໍາຄົນຍ່າງ ເກີດຂຶ້ນ 5 ຄັ້ງ; ລົດຍົນຕໍາລົດໄຖນາ ເກີດຂຶ້ນ 1 ຄັ້ງ ແລະອື່ນໆ ເກີດຂຶ້ນ 14 ຄັ້ງ ເສຍຊີວິດ 4 ຄົນ.

ແຂວງທີ່ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼາຍກວ່າໝູ່ແມ່ນ: ແຂວງສະຫວັນນະເຂດ ແລະ ຈໍາປາສັກ ເສຍຊີວິດ ແຂວງລະ 4 ຄົນ, ວຽງຈັນ ເສຍຊີວິດ 3 ຄົນ, ນະຄອນຫຼວງວຽງຈັນ, ຫຼວງນ້ຳທາ, ໄຊຍະບູລີ, ຫົວພັນ, ບໍລິຄໍາໄຊ ແລະ ຄໍາມ່ວນ ເສຍຊີວິດ ແຂວງລະ 2 ຄົນ; ສ່ວນແຂວງອຸດົມໄຊ, ຫຼວງພະບາງ, ໄຊສົມບູນ ແລະ ແຂວງອັດຕະປື ເສຍຊີວິດ ແຂວງລະ 1 ຄົນ, ສຳລັບສາເຫດທີ່ພາໃຫ້ເກີດອຸບັດຕິເຫດສ່ວນຫຼາຍແມ່ນ: ນັກຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບລົດພາໃຫ້ເກີດອຸບັດຕິ ເຫດເກີດຂຶ້ນ 91 ຄັ້ງ, ໃຊ້ຄວາມໄວເກີນ ກຳນົດ 72 ຄັ້ງ, ບໍ່ປ່ອຍສິດເກີດຂຶ້ນ 13 ຄັ້ງ, ຊິງບໍ່ຮັບປະກັນ 12 ຄັ້ງ, ເຕັກນິກລົດບໍ່ຮັບປະກັນ 3 ຄັ້ງ.