ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2019

0
2001

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2020 ເປັນປະທານໂດຍ ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ, ພ້ອມທັງມີ ບັນດາຄະນະປະທານກວດກາກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ແຂກຮັບເຊີນ, ຄະນະກົມ ແລະ ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.

ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ໄດ້ສະຫຼຸບຜົນການເຄື່ອນໄຫວຕິດຕາມ-ກວດກາວຽກງານ ໃນປີ 2019 ຜ່ານມາວ່າ:

ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາ ແຕ່ລະຂັ້ນ ໄດ້ພ້ອມກັນບຸກບືນປະຕິບັດວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ປັບປຸງການຈັດຕັ້ງຢູ່ຂັ້ນຂອງຕົນ ມີຜົນສໍາເລັດຫຼາຍດ້ານ ພ້ອມທັງຍົກໃຫ້ເຫັນດ້ານດີທີ່ຕ້ອງເສີມຂະຫຍາຍ ແລະ ຊອກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນ ວຽກງານຕິດຕາມ-ກວດກາພາຍໃນພັກ, ການຄຸ້ມຄອງການບໍລິຫານລັດ ດ້ວຍກົດໝາຍ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ແລະອື່ນໆ.

+ ສໍາລັບທິດທາງແຜນການ ປີ 2020

  • ຈະສືບຕໍ່ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ
  • ການແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ປັບປຸງກົງຈັກ
  • ບໍາລຸງກໍ່ສ້າງພະນັກງານກວດກາ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ
  • ປະກອບສ່ວນເຮັດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີຄວາມສັກສິດ

ນອກຈາກນີ້, ການພັດທະນາເສດຖະກິດ-ສັງຄົມ ກໍໃຫ້ດໍາເນີນໄປຢ່າງຖືກຕ້ອງ ຕາມລະບຽບກົດໝາຍ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອບັນລຸຕາມລະດັບຄາດໝາຍທີ່ພວກເຮົາວາງໄວ້ ໂດຍມີເປົ້າໝາຍເຮັດໃຫ້ການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພ້ອມທັງໃຫ້ໄດ້ຮັບການປະຕິບັດ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ທັງຕິດພັນກັບ ການບໍາລຸງ-ກໍ່ສ້າງພະນັກງານປະເພດຕ່າງໆ ເປັນຕົ້ນແມ່ນ ພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ເພື່ອກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງ ອົງຄະນະພັກຂັ້ນເມືອງ, ຂັ້ນແຂວງ, ກະຊວງ-ອົງການ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຮົາ.

ສຸດທ້າຍ, ທ່ານ ປອ ບຸນທອງ ຈິດມະນີ ຍັງໄດ້ຮຽກຮ້ອງໃຫ້ ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນ ຢ່າງກົງໄປ-ກົງມາ, ພາວະວິໄສ, ຖືກຕ້ອງ, ເລິກເຊິ່ງ, ສ່ອງແສງເຖິງຄວາມເປັນຈິງ ແລະ ມີຄວາມເປັນເອກະພາບ ກ່ຽວກັບ ທິດທາງທີ່ຕ້ອງສູ້ຊົນປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບໝາກຜົນສູງ; ເຊິ່ງກອງປະຊຸມດັ່ງກ່າວ ຈະດໍາເນີນເປັນເວລາ 3 ວັນ (8-10 ມັງກອນ) ຈຶ່ງຈະສໍາເລັດ.