ເມືອງແກ່ນທ້າວ ປູກຈິດສຳນຶກຫຼຸດຜ່ອນອຸບັດຕິເຫດຕາມຖະໜົນ
ເມືອງແກ່ນທ້າວ ປູກຈິດສຳນຶກຫຼຸດຜ່ອນອຸບັດຕິເຫດຕາມຖະໜົນ

ເພື່ອເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບຽບການສັນຈອນ, ຄຸນສົມບັດ ແລະ ມາລະຍາດທີ່ດີໃນການຂັບຂີ່ ລວມໄປເຖິງເຕັກນິກ ແລະ ວິທີການຂັບຂີ່ທີ່ປອດໄພນັ້ນ; ໃນໄລຍະກາງເດືອນທັນວາ 2019 ຜ່ານມານີ້, ທ່ານ ສຸກສະຫວັນ ວົງສີປະສົມ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ເພື່ອຫຼຸດຜ່ອນອຸບັດຕິເຫດຕາມທາງຫຼວງຢູ່ບ້ານຫ້ວຍເປັດ, ຫ້ວຍຕໍ ແລະ ບ້ານຈອມເພັດ ເຊິ່ງມີຜູ້ເຂົ້້າຮ່ວມຮັບຟັງ 400 ກວ່າຄົນ.

ການລົງໂຄສະນາເຜີຍແຜ່ ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຮູ້ຄວາມຮູ້ພື້ນຖານໃນການຂັບຂີ່ລົດ, ການໃຊ້ລົດ-ໃຊ້ຖະໜົນ ແລະ ເຂົ້າໃຈກ່ຽວກັບປ້າຍສັນຍານຈະລະຈອນຕາມເສັ້ນທາງ, ກົດລະບຽບ ການສັນຈອນ, ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ, ການຊ່ວຍເຫຼືອຄົນເຈັບຂັ້ນພື້ນຖານກໍລະນີຖືກຜົນກະທົບ ແລະ ກໍລະນີອື່ນໆ. ພ້ອມທັງໄດ້ມີການສາທິດການ ຊ່ວຍເຫຼືອຄົນເຈັບໃນເວລາເກີດອຸບັດຕິເຫດ ແລະ ຖາມ- ຕອບຄວາມຮູ້ຮອບຕົວກ່ຽວກັບການຂັບຂີ່ລົດທີ່ປອດໄພໃນການສັນຈອນຕາມເສັ້ນທາງ ແລະ ກົດລະບຽບການສັນຈອນ ຕື່ມອີກ.

ທັງນີ້, ກໍເພື່ອເປັນການປູກຈິດສໍານຶກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ໄດ້ມີຄວາມຮັບຮູ້ເຂົ້າໃຈຕື່ມກ່ຽວກັບການຂັບຂີທີ່ປອດໄພ ແນໃສ່ເພື່ອຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍການສັນຈອນໃຫ້ສູງຂຶ້ນຕື່ມ.