ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມັງກອນ ນີວ່າ: ກະຊວງສາທາລະນະສຸກຂອງຍີ່ປຸ່ນ ອອກຖະແຫຼງການເລື່ອງການພົບຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ຈາກຈີນ ເປັນຄົນທຳອິດໃນປະເທດ ເປັນຊາຍອາຍຸປະມານ 30 ປີຢູ່ແຂວງຄານາງາວະ ທາງພາກຕາເວັນອອກກາງຂອງເກາະຮົນຊູ ໂດຍຜູ້ປ່ວຍມີປະ ຫວັດການເດີນທາງກັບຈາກເມືອງອູ່ຮັ່ນ ເມືອງເອກຂອງມົນທົນເຫີເປີ່ຍທາງພາກກາງຂອງຈີນ ເມື່ອບໍ່ນານມານີ້.

ເນື່ອງຈາກວ່າ ເມືອງອູ່ຮັ່ນ ເປັນພື້ນທີ່ພົບການແພ່ລະບາດ ແລະ ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ເປັນແຫ່ງທຳອິດໃນໂລກ ໃນເດືອນທັນວາ ທີ່ຜ່ານມາ, ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ ແລະ ມີຜູ້ປ່ວຍສະສົມຢ່າງເປັນທາງການ ຈຳນວນ 41 ຄົນ ຕາມການເປີດເຜີຍຂອງທາງການອູ່ຮັ່ນ, ເຊິ່ງຢືນຢັນອີກວ່າ ຍັງບໍ່ພົບຜູ້ຕິດເຊື້ອໃນເມອືອງອື່ນໆຂອງຈີນ.

ແນວໃດກໍຕາມ, ຍີ່ປຸ່ນ ຈຶ່ງຖືເປັນປະເທດທີ່ 2 ຂອງໂລກທີ່ພົບຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ຈາກເມືອງອູ່ຮັ່ນ ຕໍ່ຈາກໄທ, ເຊິ່ງຢືນຢັນການພົບຜູ້ປ່ວຍຄົນທຳອິດໃນຕົ້ນອາທິດນີ້. ຂະນະທີ່ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ລັດຖະບານໄທ ຍົກລະດັບມາດຕະການເຝົ້້າລະວັງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ຈາກຈີນ ໂດຍສະເພາະຢ່າງຍິ່ງໃນອາທິດໜ້າທີ່ກົງກັບເທດສະການກຸດຈີນ, ເຊິ່ງເປັນວັນຢຸດຍາວຂອງຊາວຈີນ ແລະ ໄທເປັນປະເທດປາຍທາງອັນດັບຕົ້ນທີ່ນັກທ່ອງທ່ຽວຊາວຈີນ ນິຍົມເດີນທາງໄປທ່ອງທ່ຽວອີກ.

ຂະນະດຽວກັນ, ອົງການອະນາໄມໂລກ ໄດ້ຕັ້ງສົມມຸດຖານວ່າ ມີຄວາມເປັນໄປໄດ້ທີ່ເຊື້ອໄວຣັດໂຄໂຣນາສາຍພັນໃໝ່ຈາກເມືອງອູ່ຮັ່ນ ຈະຕິດຕໍ່ລະຫວ່າງມະນຸດກັບມະນຸດ. ເຖິງແມ່ຍວ່າຕອນນີ້ ບໍ່ມີການຢືນຢັນວ່າ ເຊື້ອໄວຣັດຊະນິດດັ່ງກ່າວ ສາມາດແພ່ຈາກມະນຸດສູ່ມະນຸດໄດ້. ແຕ່ອົງການອະນາໄມໂລກ ແລະ ໜ່ວຍງານພັນທະມິດ ກຽມຄວາມພ້ອມຮັບມືຢ່າງເຕັມທີ່. ນອກຈາກນີ້, ຍັງໄວເກີນໄປທີ່ຈະສະຫຼຸບວ່າ ເຊື້ອໄວຣັດຊະນິດນີ້ຈະແພ່ລະບາດຢ່າງຮຸນແຮງເຊັ່ນດຽວກັນກັບພະຍາດຊາສ ແລະ ພະຍາດເມີສ ຫຼື ບໍ່.