ຈຳເລີຍບໍ່ມີເຈດຕະນາທີ່ດີໃນການເປັນສື່ກາງ ປະສານງານກັບ ພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການເຂົ້າຊ່ວຍເຫຼືອປະຊາຊົນ ແຕ່ເນື້ອແທ້ຂອງການອອກມາເວົ້າຂອງຈຳເລີຍນັ້ນ ເປັນການໃສ່ຮ້າຍປ້າຍສີພາກ-ລັດ, ມີເຈດຕະນາບິດເບືອນ, ເຮັດໃຫ້ສັງຄົມມີຄວາມວຸ້ນວາຍ ແລະ ເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ ແລະ ການບໍລິຫານຂອງລັດ ໃນການເຂົ້າຊ່ວຍເຫຼືອປະຊາຊົນໃນຍາມເກີດໄພພິບັດ, ເຊິ່ງການອອກມາເວົ້າໃນຮູບແບບດັ່ງກ່າວນີ້ ແມ່ນບໍ່ສອດຄ່ອງກັບ ມາດຕາ 41 ຂອງລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະາຊາທິປະໄຕ ປະຊາຊົນລາວ ທີ່ມີເນື້ອໃນວ່າ:

ພົນລະເມືອງລາວ ມີສິດສະເໜີ, ຮ້ອງຟ້ອງ ແລະ ຮ້ອງຂໍຄວາມເປັນທໍາຕໍ່ອົງການກ່ຽວຂ້ອງ ກ່ຽວກັບ ບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫຼື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນ; ຄຳສະເໜີ, ຄຳຮ້ອງຟ້ອງ, ຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 11 ຂໍ້ 1 ຂອງກົດໝາຍ ວ່າດ້ວຍ ການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງ ປີ 2016 ທີ່ກໍານົດວ່າ:

ຜູ້ຮ້ອງທຸກມີສິດຕົ້ນຕໍຄື: ຍື່ນຄໍາຮ້ອງທຸກດ້ວຍຕົນເອງ ຫຼື ໂດຍຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍ ໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາຕໍ່ຈຸດປະສົງ ຫຼື ເປົ້າໝາຍທີ່ຕົນຢາກສະເໜີ ແຕ່ກົງກັນຂ້າມໃນທາງປະຕິບັດຂອງຈຳເລີຍ ແມ່ນບໍ່ໄດ້ປະຕິບັດຕາມຂັ້ນຕອນຕາມກົດໝາຍທີ່ກໍານົດໄວ້.

ສະນັ້ນ, ຕໍ່ກັບການກະທໍາ ຫຼື ພຶດຕິກໍາດັ່ງກ່າວ ຈຶ່ງຜິດຕໍ່ມາດຕາ 117 ຂອງປະມວນກົດໝາຍອາຍາ ສະບັບປັບປຸງ ປີ 2017 ທີ່ລະບຸໄວ້ວ່າ:

ບຸກຄົນໃດ ຫາກໄດ້ໂຄສະນາໃສ່ຮ້າຍປ້າຍສີ ສປປ ລາວ, ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ປ່າວຂ່າວອັກກຸສົນ, ເຮັດໃຫ້ມີຄວາມວຸ້ນວາຍດ້ວຍການເວົ້າ, ການຂຽນ, ການພິມ, ໜັງສືພິມ, ຮູບເງົາ, ວິດີໂອ, ຮູບພາບ, ເອກະສານ, ສື່ທາງເອເລັກໂຕຼນິກ ຫຼື ດ້ວຍຮູບການອື່ນໆ, ເຊິ່ງການກະທໍາຂອງຈຳເລີຍໃນຄັ້ງນີ້ ເປັນການໂຄສະນາດ້ວຍການເວົ້າຜ່ານສື່ອອນລາຍທາງເອເລັກໂຕຼນິກ (ໂທລະສັບມືຖື) ທີ່ເປັນວິທີການໜຶ່ງທີ່ກົດໝາຍໄດ້ຫ້າມ ແລະ ໃນຄວາມເປັນຈິງຕໍ່ເຫດການໄພພິບັດນໍ້າຖ້ວມ ໃນໄລຍະເດືອນກັນຍາ 2019 ທາງການຈັດຕັ້ງພັກ-ລັດ ທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນຊັ້ນຄົນຕ່າງໆໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ຄະນະພັກ, ອົງການປົກຄອງ ແຂວງຈໍາປາສັກ, ກໍາລັງທະຫານ-ຕໍາຫຼວດ ແລະ ປະຊົາຊົນໃນແຂວງ ແມ່ນໄດ້ສຸມໃສ່ຢ່າງຮີບດ່ວນໃນການເຂົ້າຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນັ້ນ.

ຄວາມຜິດທັງໝົດນີ້, ຈໍາເລີຍເອງກໍໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ຕາມຄໍາໃຫ້ການ ເຊິ່ງຄໍາໃຫ້ການດັ່ງກ່າວເມື່ອກວດກາ ແລະ ໄຕ່ຕອງແລ້ວ ເຫັນວ່າ: ຖືກຕ້ອງ ແລະ ສອດຄ່ອງກັບເຫດການຕົວຈິງຂອງຄະດີ ແລະ ສາມາດເຊື່ອຖືໄດ້ຕາມກົດໝາຍ. ສະນັ້ນ, ຈຶ່ງເຫັນໄດ້ວ່າ ການກະທໍາຂອງຈໍາເລີຍໃນຄັ້ງນີ້ ແມ່ນເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ ໃນໝວດທີ 1 ການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ທັ້ງນີ້, ຈຳເລີຍກໍເປັນບຸກຄົນທີ່ມີສະຕິ, ສໍາປະຊັນຍະສົມບູນດີ, ມີອາຍຸກະສຽນທາງອາຍາຢ່າງພຽບພ້ອມ, ສາມາດຄາດຄະເນໄດ້ເຖິງຜົນສະທ້ອນທີ່ອາດຈະເກີດຂຶ້ນ ແຕ່ຈໍາເລີຍຍັງໄດ້ຈົງໃຈເຈດຕະນາສ້າງຂຶ້ນ; ດັ່ງນັ້ນ, ເຫັນຄວນໃຫ້ຈຳເລີຍໄດ້ຮັບການລົງໂທດທາງອາຍາ ຕາມມາດຕາ 117 ຂອງປະມວນກົດໝາຍອາຍາ.

ການຕັດສິນ ນາງ ຮວຍເຮືອງ ຫຼື ໝວຍ (ຈຳເລີຍ) ຈຳຄຸກ 5 ປີ ປັບໃໝ 20.000.000 ກີບ ແມ່ນຄະນະສານໄດ້ອີງຕາມກົດໝາຍ ດັ່ງນີ້:

  • ກົດໝາຍ ວ່າດ້ວຍ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2017 ມາດຕາ 33 ຂໍ້ 5, ມາດຕາ 45 ແລະ ມາດຕາ 46 ຂອງປະມວນກົດໝາຍອາຍາ.
  • ມາດຕາ 53 ແລະ ມາດຕາ 117 ຂອງກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ສະບັບປັບປຸງ 2017.
  • ມາດຕາ 152 ຂໍ້ 5 ແລະ ມາດຕາ 41 ຂອງລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 63/ສພຊ ລົງວັນທີ 8 ທັນວາ 2015.
  • ມາດຕາ 11 ຂໍ້ 1 ຂອງກົດໝາຍ ວ່າດ້ວຍ ການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງ ປີ 2016 ໃນສະຖານການໂຄສະນາຕ້ານ ສປປ ລາວ.