ປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕໍາຫຼວດ

0
4923
ປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ

ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນໂທ ຂຶ້ນເປັນ ພັນເອກ ໃຫ້ນາຍຕໍາຫຼວດ ໃນວັນທີ 28 ມັງກອນ 2020, ເປັນປະທານ ແລະ ປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ, ໂດຍມີ ຮອງລັດຖະມົນຕີ, ຄະນະປະຈຳພັກກະຊວງ, ຫົວໜ້າກົມ-ຮອງກົມ, ວິທະຍາຄານ, ລັດວິສາຫະກິດ ແລະ ນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ການເລື່ອນຊັ້ນ ພັນໂທ ຂຶ້ນເປັນ ພັນເອກ ໃນຄັ້ງນີ້ ມີຈໍານວນ 23 ສະຫາຍ

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 47-69/ນຍ ລົງວັນທີ 15 ມັງກອນ 2020 ວ່າດ້ວຍ ການເລື່ອນຊັ້ນ ພັນໂທ ຂຶ້ນເປັນ ພັນເອກ ຈໍານວນ 23 ສະຫາຍ ຄື:

  • ພັອ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ
  • ພັອ ປອ ຫຸມພັນ ຜິວເຂັມພອນ ຫົວໜ້າກົມພັກ ກົມໃຫຍ່ການເມືອງ ປກສ
  • ພັອ ປອ ຄໍາເສັງ ໄຊສົມພົງ ຮອງຫົວໜ້າກົມ 209 ກົມໃຫຍ່ສັນຕິບານ
  • ພັອ ຈັນທະວົງ ພະສຸນົນ ຮອງຫົວໜ້າຫ້ອງການ ກົມໃຫຍ່ສັນຕິບານ
  • ພັອ ພູທອນ ວົງພະໄຕ ຮອງຫົວໜ້າກົມ 200 ກົມໃຫຍ່ສັນຕິບານ
  • ພັອ ວົງລິດ ອິນສຸມັງ ຮອງຫົວໜ້າກົມ 201 ກົມໃຫຍ່ສັນຕິບານ
  • ພັອ ວາດສະໜາ ວິລະວົງ ຮອງຫົວໜ້າກົມຕໍາຫຼວດສືບຂ່າວອາຍາ ກົມໃຫຍ່ຕໍາຫຼວດ
  • ພັອ ຄອນສີ ເນົາວະລາດ ຫົວໜ້າກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ ກົມໃຫຍ່ຕໍາຫຼວດ
  • ພັອ ທອງຂັນ ສີສຸພັນທອງ ຫົວໜ້າກົມຕໍາຫຼວດສາກົນ ກົມໃຫຍ່ຕໍາຫຼວດ
  • ພັອ ວິທອງ ພົມທະວີ ຮອງຫົວໜ້າກົມເສນາທິການ ຫ້ອງວ່າການ ກະຊວງ ປກສ
  • ພັອ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າກົມເລຂາ ຫ້ອງວ່າການ ກະຊວງ ປກສ
  • ພັອ ລຸນທອງ ເພັງມີໄຊ ຮອງຫົວໜ້າກົມກົດລັບ ຫ້ອງວ່າການ ກະຊວງ ປກສ
  • ພັອ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ
  • ພັອ ສຸວັນນີ ສິດທິໄຊ ຮອງຫົວໜ້າກົມບໍລິຫານ ຫ້ອງວ່າການ ກະຊວງ ປກສ
  • ພັອ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ກົມໃຫຍ່ພະລາທິການ
  • ພັອ ບຸນມີ ວົງຄໍາແສນ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ
  • ພັອ ປອ ສີພອນ ພັນທະວົງ ຫົວໜ້າຫ້ອງການເມືອງ ວິທະຍາຄານສັນຕິບານປະຊາຊົນ
  • ພັອ ປອ ຈິດວິໄຊ ແກ້ວມະນີວົງ ຫົວໜ້າຫ້ອງຄຸ້ມຄອງວິທະຍາສາດ ວິທະຍາຄານຕໍາຫຼວດປະຊາຊົນ
  • ພັອ ປອ ໂອໄດ ທິລັນດາ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ ວິທະຍາຄານຕໍາຫຼວດປະຊາຊົນ
  • ພັອ ໂອລົມ ອິນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ
  • ພັອ ກາຍຍະສອນ ສິງວິໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ
  • ພັອ ສີວອນ ໄຊຍະວົງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ
  • ພັອ ທອງຂຽວ ທໍາມະວົງ ຮອງຫົວໜ້າກົມ 203 ກົມໃຫຍ່ສັນຕິບານ

ທັ້ງນີ້, ພົທ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຕະຫຼອດຮອດ ຄະນະພັກ-ຄະນະນໍາແຕ່ລະຂັ້ນ ຈົ່ງພ້ອມກັນເພີ່ມທະວີຮັກສາຄວາມສາມັກຄີພາຍໃນ ໃຫ້ໜັກແໜ້ນ ກໍຄື ຄວາມສາມັກຄີໃນລະບຽບຫຼັກການ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີຄວາມເປັນເອກະພາບພາຍໃນພັກ, ເປັນກໍາລັງແຮງອັນດຽວກັນ ເຊິ່ງຈະເປັນເງື່ອນໄຂພື້ນຖານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ໃຫ້ມີຜົນສໍາເລັດ ເພື່ອຫຼີກລ່ຽງຫາງສຽງ ແລະ ຮັບປະກັນຜົນປະໂຫຍດອັນຊອບທໍາ ໃນກົມກອງຂອງຕົນ.