ພົທ ວິໄລ ຫຼ້າຄຳຟອງ ຕ້ອນຮັບ ທ່ານ ດໍາຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດໍາຣົງ ໃຄ່ຄວນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດ ຄົນໃໝ່ ປະຈໍາ ສປປ ລາວ ໃນວັນທີ 28 ມັງກອນ 2020.

ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ມີຈຸດປະສົບຄື ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ

ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ ທ່ານ ດໍາຣົງ ໃຄ່ຄວນ ເນື່ອງໃນໂອກາດມາດໍາລົງດໍາແໜ່ງເປັນ ເອກອັກຄະຣາຊະທູດ ຄົນໃໝ່ ປະຈໍາ ສປປ ລາວ ເພື່ອສືບຕໍ່ປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເພີ່ມທະວີຂຶ້ນໃນທຸກລະດັບ.

ພົທ ວິໄລ ຫຼ້າຄຳຟອງ (ຂວາ) – ທ່ານ ດໍາຣົງ ໃຄ່ຄວນ (ຊ້າຍ)

ໂດຍສະເພາະແມ່ນ ທັງສອງຝ່າຍໄດ້ມີທັດສະນະທີ່ເຫັນດີຮ່ວມກັນ ໃນການຮ່ວມມືກັນ, ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ໃນການຕ້ານບັນຫາຢາເສບຕິດ, ບັນຫາການຄ້າມະນຸດ, ບັນຫາການລັກລອບຂ້າມຊາຍແດນ ແລະ ລວມທັງບັນຫາຄ້າຂາຍເຖື່ອນຂ້າມຊາຍແດນຂອງທັງສອງປະເທດ; ເຊິ່ງທັງໝົດ ກໍເພື່ອແນໃສ່ຮັບປະກັນໃຫ້ການທ່ອງທ່ຽວ, ການດຳລົງຊີວິດ, ທຳມາຫາກິນຂອງປະຊາຊົນທັງສອງປະເທດ ທີ່ມີການໄປ-ມາຫາສູ່ກັນ ມີຄວາມສະດວກ ແລະ ສະຫງົບປອດໄພຍິ່ງຂຶ້ນ.

ໃນຕອນທ້າຍ, ທ່ານ ດໍາຣົງ ໃຄ່ຄວນ ໄດ້ສະແດງຄວາມຂອບໃຈ ແລະ ນັບຖືຢ່າງສູງຕໍ່ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທີ່ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ຢ່າງອົບອຸ່ນ.