ຊາຍໄວລຸ້ນ ອາຍຸ 20 ປີ ກໍ່ເຫດດຶງກະເປົາຜູ້ຍິງທີ່ກໍາລັງຂີ່ລົດຈັກຈອດລໍຖ້າໄຟແດງຢູ່ເບີ 5 ເຂດບ້ານໂພນງາມໃຕ້ ເມືອງແປກແຂວງຊຽງຂວາງ ແລະ ເຄື່ອນໄຫວທຸບແວນລົດໃຫຍ່ ເສຍຫາຍ 2 ຄັນ ໃນວັນທີ 24 ມັງກອນ 2020 ເພື່ອຊອກເງິນໄປຊື້ຢາບ້າມາເສບ. ແຕ່ກໍໄປບໍ່ລອດ ຖືກເຈົ້າ ໜ້າທີ່ຕິດຕາມຈັບຕົວທັນໃນວັນຕໍ່ມາ.

ເຈົ້າໜ້າທີ່ ປກສ ເມືອງແປກ ໃຫ້ຮູ້ວ່າ: ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ເວລາ 14:00 ໂມງຂອງວັນທີ 24 ມັງກອນ ໄດ້ມີຄົນຮ້າຍມາດຶງສາຍຄໍຄໍາ ຢູ່ໄຟແດງເບີ 5 ເຂດບ້ານໂພນງາມໃຕ້ ແລະ ທຸບແວ່ນລົດໃຫຍ່ ຈໍານວນ 2 ຄັນ ຢູ່ບ້ານທົ່ງມີໄຊ ແລະ ບ້ານໂພນທອງ ເມືອງແປກ ແຂວງຊຽງຂວາງ. ຈາກນັ້ນ, ຈຶ່ງຈັດຕັ້ງກໍາລັງ ຕໍາຫຼວດວິຊາສະເພາະລົງກວດກາສະຖານທີ່ເກີດເຫດ ແລະ ກວດກາເບິ່ງກ້ອງວົງຈອນປິດຢູ່ບໍລິເວນໃກ້
ຄຽງ ພົບເຫັນຜູ້ກໍ່ເຫດຈຶ່ງໄດ້ຕິດຕາມຈັບຕົວ.

ຜ່ານການຕິດຕາມຮອດເວລາ 2:00 ໂມງກາງຄືນຂອງວັນທີ 25 ມັງກອນ 2020, ຈຶ່ງພົບເຫັນຄົນຮ້າຍ ພ້ອມທັງກັກຕົວຄົນຮ້າຍຊື່ ທ້າວ ອວງ ອາຍຸ 20 ປີ ຢູ່ບ້ານທົ່ງມີໄຊ ເມືອງແປກ ແຂວງຊຽງຂວາງ ພ້ອມຂອງກາງສາຍຄໍຄໍາ 1 ເສັ້ນ, ຄ້ອນເຫຼັກຍາວ ປະມານ 1 ແມັດ ແລະ ກ້ອນຫີນ 1 ກ້ອນ ທີ່ໃຊ້ໃນການທຸບແວ່ນລົດ. ຜ່ານການສອບສວນ ທ້າວ ອວງ ຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດດຶງສາຍຄໍຄໍາ ແລະ ທຸບແວ່ນລົດຈໍານວນ 2 ຄັນດັ່ງກ່າວແທ້; ເຊິ່ງໃນມື້ເກີດເຫດ ຜູ້ກ່ຽວໄດ້ຂີ່ລົດຈັກ ໂຊນິກ ໂຄລາວສີ ຟ້າດໍາ ບໍ່ມີແຜ່ນປ້າຍທະບຽນອອກຈາກເຮືອນຂອງຕົນ ມຸ່ງໜ້າໄປທາງຕະຫຼາດ 3 ຊັ້ນ. ພໍໄປຮອດໄຟແດງເບີ 5 ບ້ານໂພນງາມໃຕ້ ໄດ້ພົບເຫັນແມ່ຍິງຄົນໜຶ່ງໃສ່ສາຍຄໍຄໍາ ຂີ່ລົດຈັກກໍາລັງຈອດລໍໄຟຖ້າແດງ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຂີ່ລົດເຂົ້າໄປໃກ້, ແລ້ວດຶງເອົາສາຍຄໍຂອງແມ່ຍິງຄົນດັ່ງກ່າວ ແລ້ວຂີ່ລົດຫຼົບໜີໄປທາງບ້ານໂພນງາມເໜືອ ແລະ ໄດ້ເອົາສາຍຄໍຄໍາດັ່ງກ່າວໄປຊຸກເຊື່ອງໄວ້ໃນປ່າໃກ້ກັບເຮືອນຂອງຜູ້ກ່ຽວ.

ຮອດເວລາ 23:00 ໂມງຂອງວັນດຽວກັນ. ທ້າວ ອວງ ໄດ້ຂີ່ລົດຈັກໄປຊື້ຢາບ້າເສບ ລະຫວ່າງນັ້ນພົບເຫັນລົດບັນທຸກຈອດ ຢູ່ໃກ້ກັບເຮືອນຂອງປະຊາຊົນຢູ່ບ້ານໂພນທອງ ຈຶ່ງໄດ້ນໍາໃຊ້ເຫຼັກຍາວປະມານ 1 ແມັດທຸບໃສ່ແວ່ນລົດເບື້ອງຂວາ ເຮັດໃຫ້ແກ້ວລົດແຕກ ຕົນຈຶ່ງເຂົ້າໄປໃນລົດ ເພື່ອຊອກລັກເອົາຊັບສິນທີ່ມີຄ່າຢູ່ພາຍໃນລົດ. ແຕ່ບໍ່ພົບຫຍັງ. ຈາກນັ້ນ, ໄດ້ຂີ່ລົດຈັກອອກໄປຫ້ອງແຖວແຫ່ງໜຶ່ງຢູ່ບໍລິເວນບ້ານໂພນທອງ. ພໍໄປຮອດໄດ້ພົບເຫັນລົດກະບະຮຸນໃດ ບໍ່ມີປ້າຍທະບຽນຈອດຢູ່ຕໍ່ໜ້າຫ້ອງແຖວດັ່ງກ່າວ ຈຶ່ງໄດ້ນໍາໃຊ້ກ້ອນຫີນໜັກປະມານ 2 ກິໂລ ທຸບໃສ່ແວ່ນລົດຄັນດັ່ງກ່າວ ແລ້ວເຂົ້າໄປຄົ້ນພາຍໃນລົດພົບເຫັນເງິນ 15.000 ກີບ ແລ້ວຈັບເອົາເງິນຈໍານວນດັ່ງກ່າວ ໄປຊື້ຢາບ້າເສບ. ມາຮອດເວລາ 2:00 ໂມງກາງຄືນຂອງວັນທີ 25 ມັງກອນ 2020 ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງແປກ ກັກຕົວໄປດໍາເນີນຄະດີ. ສ່ວນສາເຫດ ແລະ ເເຮງຈຸງໃຈໃນການກໍ່ເຫດຄັ້ງນີ້ແມ່ນກໍ່ເຫດ ເພື່ອຫວັງເອົາເງິນໄປຊື້ຢາບ້າມາເສບ.