ກອງບັນຊາການ ປກສ ແຂວງວຽງຈັນ, ແຂວງຜົ້ງສາລີ ແລະ ຊຽງຂວາງ ໄດ້ປະກາດອະໄພຍະໂທດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ຜູ້ທີ່ມີຜົນງານດີໃນການປະຕິບັດລະບຽບວິໄນ ແລະ ຮູ້ສຳນຶກກິນແໜງແທງໃຈກ່ຽວ ກັບການກະຂອງພວກກ່ຽວ ເນື່ອງໃນໂອກາດວັນຊາດ ຄົບຮອບ 44 ປີ, ເຊິ່ງລວມມີທັງໝົດ 200 ກວ່າຄົນ ສ່ວນຫຼາຍແມ່ນຄະດີຢາເສບຕິດ.

ໃນນີ້, ຢູ່ຄ້າຍຄຸມຂັງດັດສ້າງ ປກສ ແຂວງວຽງຈັນ ໄດ້ປະກາດໃນວັນທີ 27 ມັງກອນ 2020 ໂດຍ ທ່ານ ທອງໃບ ສຸທຳມະວົງ ຮອງປະທານສານປະຊາຊົນແຂວງວຽງຈັນ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 031/ປປທ ລົງວັນທີ 10 ມັງກອນ 2020 ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ແລະ ຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດວຽກງານອະໄພຍະໂທດ ປະ ຈຳປີ 2019 ທົ່ວແຂວງວຽງຈັນ ມີນັກໂທດທັງໝົດ ຈຳນວນ 717 ຄົນ, ຍິງ 100 ຄົນ. ໃນນີ້, ມີຕ່າງປະ ເທດ 2 ຄົນ, ຍິງ 2 ຄົນ, ນັກໂທດຢາເສບຕິດມີ ຈຳນວນ 484 ຄົນ, ຍິງ 84 ຄົນ, ນັກໂທດປະຫານ ຊີວິດ 1 ຄົນ, ນັກໂທດຕະຫຼອດຊີວິດ 2 ຄົນ, ນັກໂທດຄະດີທົ່ວໄປ 33 ຄົນ, ຍິງ 16 ຄົນ.

ສ່ວນນັກໂທດທີ່ໄດ້ຮັບອະໄພຍະໂທດຕາມດຳລັດຂອງປະທານປະເທດ ປະຈຳປີ 2019 ມີຈຳນວນ 139 ຄົນ, ຍິງ 26 ຄົນ, ນັກໂທດທີ່ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ ມີຈຳນວນ 119 ຄົນ, ຍິງ 22 ຄົນ, ນັກໂທດ ຄະດີຢາເສບຕິດ ມີ 114 ຄົນຍິງ 20 ຄົນ, ນັກໂທດຄະດີທົ່ວໄປ 1 ຄົນ, ນັກໂທດທີ່ໄດ້ຮັບການອະໄພຍະໂທດປ່ອຍຕົວມີ 19 ຄົນ, ຍິງ 4 ຄົນ.

ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຜົ້ງສາລີ ໄດ້ປະກາດໃນວັນທີ 27 ມັງກອນ ມີນັກໂທດທີ່ໄດ້ຮັບອະໄພຍະໂທດ ປະຈຳປີ 2019 ຈຳນວນ 44 ຄົນ ຍິງ 5 ຄົນ. ໃນນີ້, ໂທດຕະຫຼອດຊີວິດຜ່ອນມາ ເປັນໂທດມີກໍານົດ 20 ປີມີ 4 ຄົນ.

ສ່ວນຢູ່ຄ້າຍຄຸມ-ຂັງດັດ ປກສ ແຂວງຊຽງຂວາງ ແມ່ນຈັດຂຶ້ນໃນວັນ 24 ມັງກອນ ຜ່ານມາ, ມີນັກໂທດໄດ້ຮັບການອະໄພຍະໂທດ ທັງໝົດ ມີ 22 ຄົນ ຍິງ 5 ຄົນ, ເຊິ່ງນັກໂທດທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້ ເເມ່ນນັກໂທດທີ່ມີຄວາມຫ້າວຫັນໃນການຝຶກຝົນຫຼໍ່ຫຼອມຕົນເອງ, ປະຕິບັດລະບຽບຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ຮູ້ຍອມຮັບ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນໃນໄລຍະຜ່ານມາ ແລະ ເປັນການປະຕິ ບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນັກໂທດໃນທົ່ວປະເທດ ໃຫ້ມີແນວຄິດຮັກຊາດຮັກບ້ານເກີດເມືອງນອນຂອງຕົນ ແລະ ຮຽກຮ້ອງໃຫ້ນັກໂທດທີ່ໄດ້ຮັບອະໄພຍະໂທດຈົ່ງຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງ, ປັບປຸງປ່ຽນແປງການດໍາລົງຊີວິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.