ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ ກົມໃຫຍ່ຕຳຫຼວດ ຈົ່ງເອົາໃຈໃສ່ຕັ້ງໜ້າປັບປຸງບໍາລຸງ-ກໍ່ສ້າງ ແລະ ສຶກສາອົບຮົມພະນັກງານ-ເຫຼົ່າຮົບວິຊາສະເພາະໃນວຽກງານຕໍາຫຼວດ ໃຫ້ຮັບປະກັນພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຮັບຮອງກັບໜ້າທີ່ການເມືອງໃນໄລຍະໃໝ່.

ການໃຫ້ທິດຊີ້ນໍາຄັ້ງນີ້ ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈໍາປີ 2017 ແລະ ວາງທິດທາງວຽກງານຈຸດສຸມ ປະຈໍາປີ 2018 ທີ່ຈັດຂຶ້ນໃນລະຫວ່າງວັນທີ 1-2 ກຸມພານີ້, ໂດຍການເປັນປະທານຂອງ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ແລະ ແຂກຮັບເຊີນເຂົ້າຮ່ວມ; ເຊິ່ງທ່ານໄດ້ກ່າວວ່າ: ຄະນະພັກ-ຄະນະບັນຊາກົມໃຫຍ່ຕຳຫຼວດ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກໍາລັງຕໍາຫຼວດ ແຕ່ສູນກາງລົງຮອດທ້ອງຖິ່ນ ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຂອງກຸ່ມຄົນບໍ່ດີ ດ້ວຍຫຼາຍຮູບຫຼາຍສີໃຫ້ແທດເຖິງ ແລະ ເປັນປົກກະຕິ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ພາຍໃນ ເຮັດໃຫ້ບັນຫາຕ່າງໆຢູ່ພາຍໃນກົມກອງ ແລະ ໜ່ວຍພັກ ກໍຄືເຫຼົ່າຮົບວິຊາສະເພາະຕໍາຫຼວດ ມີການປ່ຽນແປງເຂົ້າສູ່ຄຸນນະພາບໃໝ່ຢ່າງແທ້ຈິງ ໂດຍຕັ້ງໜ້າປັບປຸງບໍາລຸງ-ກໍ່ສ້າງ ແລະ ເອົາໃຈໃສ່ສຶກສາອົບຮົມພະນັກງານ-ເຫຼົ່າຮົບວິຊາສະເພາະໃນວຽກງານຕໍາຫຼວດ ໃຫ້ຮັບປະກັນພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຮັບຮອງກັບໜ້າທີ່ການເມືອງໃນໄລຍະໃໝ່.

ພ້ອມນີ້, ກໍຕ້ອງເອົາໃຈໃສ່ຂອດຮັບກໍາລັງໃໝ່, ກໍາລັງທົດແທນ ຕາມຂໍ້ຕົກລົງທີ່ລັດຖະມົນຕີກະຊວງ ປກສ ໄດ້ເຊັນຮັບຮອງແລ້ວນັ້ນ, ຮັບປະກັນມາດຕະຖານ-ເງື່ອນໄຂ, ໄດ້ຄົນດີ-ຄົນເກັ່ງ, ການບັນຈຸຈັດວາງຖັນແຖວພະນັກງານຕ້ອງຖືກຕາມວິຊາສະເພາະທີ່ຮຽນຈົບມາ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ຂອງແຕ່ລະກົມກອງ-ເຫຼົ່າຮົບວິຊາສະເພາະ ຮັບປະກັນຄຸນທາດການເມືອງໜັກແໜ້ນ.