ເກີດກັງວົນໃຈໃນຂະນະຖືພາ ອາດຈະສົ່ງຜົນຮ້າຍຕໍ່ກັບລູກນ້ອຍໄດ້ໂດຍທີ່ແມ່ບໍ່ຮູ້ຕົວ ແມ່ຍິງຖືພາຫຼາຍຄົນອາດຈະເຄີຍຕັ້ງຄຳຖາມຢູ່ສະເໝີກ່ຽວກັບເລື່ອງນີ້ວ່າ: ຄວາມກັງວົນຈິດໃຈໃນລະຫວ່າງຖືພາ ຈະສົ່ງຜົນກະທົບແນວໃດແດ່ຕໍ່ກັບລູກນ້ອຍໃນທ້ອງ ແລະ ຈະມີວິທີການຈັດການກ່ຽວກັບບັນຫາດັ່ງກ່າວແນວໃດ. ໃນໄລຍະຖືພາເປັນໄລຍະເວລາທີ່ຮ່າງກາຍຂອງຜູ້ເປັນແມ່ມີການປ່ຽນແປງຫຼາຍ ບໍ່ວ່າຈະເປັນການປ່ຽນແປງທາງຮູບຮ່າງ ແລະ ລະດັບຂອງຮໍໂມນພາຍໃນ. ຈຶ່ງເຮັດໃຫ້ຜູ້ຍິງຖືພາບາງຄົນມີອາລົມປ່ຽນແປງງ່າຍ, ຮູ້ສຶກຫງຸດຫງິດງ່າຍ, ບາງຄັ້ງກໍມີຄວາມວິຕົກກັງວົນຕໍ່ກັບເລື່ອງຕ່າງໆ ເຊັ່ນ: ກ່ຽວກັບລູກໃນທ້ອງ, ສຸຂະພາບອະນາໄມ. ນອກນັ້ນ, ຍັງມີປັດໄຈຫຼາຍໆຢ່າງເຊັ່ນ: ເລື່ອງວຽກງານ, ເລື່ອງຄອບຄົວ ແລະ ເລື່ອງຊີວິດປະຈໍາວັນ ເປັນຕົ້ນ.

ນອກນີ້, ອາການທີ່ເກີດຂຶ້ນໃນໄລຍະຖືພາ ເຊັ່ນ: ອາການແພ້ທ້ອງ, ອ່ອນເພ່ຍ, ເຈັບຫຼັງ, ປັດສະວະຫຼາຍຄັ້ງຕໍ່ວັນ ຫຼື ນອນບໍ່ຫຼັບ ກໍເປັນອີກສາເຫດໜຶ່ງທີ່ເຮັດໃຫ້ແມ່ເກີດຄວາມກັງວົນຈິດໃຈໄດ້ງ່າຍ. ຖ້າຫາກວ່າແມ່ຍິງຖືພາເກີດກັງວົນໃຈສະສົມຫຼາຍໆ ຈະເຮັດໃຫ້ຮ່າງກາຍປ່ອຍຮໍໂມນຄໍຕິຊໍ ( ຮໍໂມນແຫ່ງຄວາມເຄັ່ງຕຶງ ) ອອກມາໃນປະລິມານຫຼາຍ ສົ່ງຜົນເຮັດໃຫ້ເກີດອາການເຈັບປວດເຊັ່ນ: ເຈັບຫົວ, ປວດຮາກ, ກິນບໍ່ໄດ້-ນອນບໍ່ຫຼັບ ແລະ ຖ້າແມ່ຍິງຖືພາມີຄວາມກັງວົນໃຈຫຼາຍໆ ອາດເຮັດໃຫ້ພູມຕ້ານທານໃນການຕິດເຊື້ອ ຫຼຸດລົງ, ຄວາມດັນເລືອດສູງ, ຫົວໃຈເຕັ້ນໄວ ແລະ ມີໂອກາດເກີດກ່ອນກໍານົດໄດ້.

ຄວາມກັງວົນໃຈບໍ່ດີສົ່ງຜົນຕໍ່ເດັກໃນທ້ອງຫຼາຍຢ່າງ: ຄວາມກັງວົນໃຈຈະເປັນຕົວທໍາລາຍສຸຂະພາບຂອງແມ່ແລ້ວ ຍັງເປັນຕົວທໍາລາຍສຸຂະພາບຂອງລູກໃນທ້ອງຕື່ມອີກ ເມື່ອແມ່ເກີດຄວາມກັງວົນໃຈສະສົມ ຮ່າງກາຍຈະປ່ອຍສານເຄມີ ແລະ ຮໍໂມນແຫ່ງຄວາມເຄັ່ງຕຶງຫຼາຍຂຶ້ນ ເຮັດໃຫ້ເສັ້ນເລືອດທີ່ໄປລ້ຽງມົດລູກ ແລະ ເດັກເກີດການຫົດຕົວ ຈຶ່ງເຮັດໃຫ້ປະລິມານຂອງອົກຊີແຊນ ທີ່ສົ່ງໄປຫາເດັກນ້ອຍໜ້ອຍລົງ ເຮັດໃຫ້ເດັກນ້ອຍຈະເລີນເຕີບໃຫຍ່ຊ້າ ແລະ ມີໂອກາດຕິດເຊື້ອສູງ ແລະ ມີພາວະສ່ຽງຕໍ່ກັບການລຸລູກໄດ້.

ນອກຈາກນີ້, ເດັກນ້ອຍໃນທ້ອງຍັງສາມາດຮັບຮູ້ອາລົມ ແລະ ຄວາມຮູ້ສຶກຕ່າງໆຂອງແມ່ໄດ້ຈາກສານເຄມີທີ່ປ່ອຍອອກມາຈາກກະແສເລືອດ ຖ້າຫາກແມ່ອາລົມດີ ຮ່າງກາຍກໍຈະປ່ອຍສານເອັນໂດຟິນ ( ຮໍໂມນແຫ່ງຄວາມສຸກ ) ອອກມາ ເຮັດໃຫ້ລູກເຕີບໃຫຍ່ມີພັດທະນາການທີ່ດີ, ຖ້າຫາກແມ່ມີຄວາມຄຽດ, ຫງຸດຫງິດ ຫຼື ຍ້ານກົວ ຮ່າງກາຍຈະປ່ອຍສານອະດຣີນາລິນ ( ຮໍໂມນຄວາມເຄັ່ງຕຶງ ) ເຮັດໃຫ້ລູກຮູ້ສຶກກັງວົນນໍາ; ພ້ອມນັ້ນ, ຍັງເຮັດໃຫ້ເດັກເກີດມາມີນໍ້າໜັກແຮກເກີດຕໍ່າກວ່າເກນ, ມີບັນຫາດ້ານສຸຂະພາບ, ມີພັດທະນາການຊ້າ, ສົ່ງຜົນເຮັດໃຫ້ມີບັນຫາດ້ານການຮຽນຮູ້, ປັບຕົວເຂົ້າກັບສິ່ງແວດລ້ອມອ້ອມຕົວໄດ້ຍາກ. ນອກນັ້ນ, ຍັງມີບັນຫາທາງດ້ານອາລົມ ເຊັ່ນ: ຂີ້ໄຫ້, ຂີ້ຕົກໃຈ, ໃຈຮ້າຍງ່າຍ ເຖິງຂັ້ນກາຍເປັນເດັກລ້ຽງຍາກ ແລະ ອາດເຮັດໃຫ້ເດັກມີພາວະຊຶມເສົ້າໄດ້.

ວິທີກໍາຈັດຄວາມຄຽດສໍາລັບແມ່ຍິງຖືພາ: ແມ່ຍິງຖືພາຕ້ອງເຂົ້າໃຈອາລົມຄວາມຮູ້ສຶກຂອງຕົວເອງ ກ່ອນເຂົ້າໃຈໃນອາການຕ່າງໆທີ່ແມ່ຍິງຖືພາຕ້ອງພົບ ເພື່ອກຽມຄວາມພ້ອມ ແລະ ສາມາດຮັບມືກັບສິ່ງທີ່ຈະເກີດຂຶ້ນໄດ້ ແລະ ຍັງຊ່ວຍຫຼຸດຄວາມຄຽດ ແລະ ຄວາມກັງວົນໃຈໄດ້ຕື່ມອີກ, ທັງນີ້ເມື່ອແມ່ຍິງຖືພາຮູ້ສຶກວ່າຕົວເອງເລີ່ມມີຄວາມກັງວົນໃຈ ຢ່າປ່ອຍໃຫ້ຄວາມກັງວົນນັ້ນສະສົມເປັນເວລາດົນນານ ຄວນຫາວິທີຜ່ອນຄາຍເພື່ອຊ່ວຍເຮັດໃຫ້ອາລົມດີຂຶ້ນ ເຊັ່ນ: ເບິ່ງໜັງ, ຟັງເພງ, ຍ່າງຫຼິ້ນເປີດຫູເປີດຕາ, ພົບປະໝູ່ເພື່ອນ, ຫາອາຫານແຊບໆມາຮັບປະທານ, ເຮັດກິດຈະກໍາທີ່ຕົວເອງມັກ, ອອກກໍາລັງກາຍແບບເບົາໆ, ນັ່ງສະມາທິ ແລະອື່ນໆ ມັນຈະຊ່ວຍໃຫ້ແມ່ມານຫຼຸດຄວາມກັງວົນຈິດໃຈ ແລະ ຄວາມກັງວົນໃຈໄດ້ຫຼາຍ.

ຄວາມກັງວົນຈິດໃຈ, ຄິດຫຼາຍ ຫຼື ບັນຫາອື່ນໆໃນຂະນະຖືພາລູກ ເປັນສິ່ງທີ່ແມ່ມານທຸກຄົນຕ້ອງປະເຊີນເປັນເລື່ອງປົກກະຕິ ຖ້າຫາກແມ່ສາມາດຮັບມື ແລະ ຈັດການກັບພາວະດັ່ງກ່າວໄດ້ດີ ເຖິງແມ່ນວ່າບາງຄັ້ງຈະມີບັນຫາຕ່າງໆທີ່ໃຫຍ່ ແລະ ເລັກໜ້ອຍ ກໍຈະບໍ່ມີຜົນຕໍ່ການຖືພາ, ແຖມຍັງເຮັດໃຫ້ລູກຮູ້ຈັກອົດທົນຕໍ່ກັບຄວາມກັງວົນຈິດໃຈ, ແຕ່ທາງກົງກັນຂ້າມ ຖ້າຫາກແມ່ເກີດຄວາມກັງວົນໃຈສູງຫຼາຍ ກໍອາດຈະສົ່ງຜົນກະທົບຕໍ່ກັບຕົວຂອງແມ່ ແລະ ລູກໃນທ້ອງໄດ້.