ວັນທີ 30 ມັງກອນ 2018 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ນຳກຳລັງເຈົ້າໜ້າທີ່ວິຊາສະເພາະເຂົ້າປິດລ້ອມຈັບເປົ້າໝາຍຄ້າຂາຍຢາເສບຕິດ ຫຼັງຈາກສືບຮູ້ວ່າຈະມີການຊື້-ຂາຍຢາເສບຕິດ ຢູ່ເຂດຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.ຜ່ານການປະຕິບັດໃນການແກ້ໄຂລາຍຄະດີດັ່ງກ່າວ ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ພ້ອມຂອງກາງເຮໂຣອິນ 26 ແທ່ງ ນໍ້າໜັກ 10 ກິໂລກຼາມ, ລົດໃຫຍ່ 1 ຄັນ ໄປສອບສວນຂະຫຍາຍຜົນ.

ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເປີດເຜີຍໃຫ້ຮູ້ວ່າ: ຜູ້ຖືກຫາ 3 ຄົນ ຊື່ ທ້າວ ຫຼິເຈຍໝີງ ຫຼື ອາມີງ ອາຍຸ 24 ປີ ຢູ່ບ້ານລາຊີວ ເມືອງລາຊີວ ແຂວງລາຊີວ, ທ້າວ ໄຊສາມຕິບ ອາຍຸ 29 ປີ ຢູ່ບ້ານຈຽງຕຸງ ເມືອງຈຽງຕຸງ ແຂວງຈຽງຕຸງ ປະເທດມ້ຽນມາ ແລະ ທ້າວ ໄຊກູ່ເລົາ ອາຍຸ 43 ປີ ຢູ່ບ້ານ ກາງໃໝ່ ເມືອງສິງ ແຂວງຫຼວງນໍ້າທາ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ໃນເບື່ອງຕົ້ນ ພວກກ່ຽວສາລະພາບວ່າ: ຢາເຮໂຣອິນ ຈໍານວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້, ເຊິ່ງໄດ້ຊື້ມາເພື່ອຈະເອົາມາຂາຍໃຫ້ຜູ້ສັ່ງຊື້ ໂດຍນັດຈັດຊື້-ຂາຍໃຫ້ກັນຢູ່ເຂດຕະຫຼາດ ຊັງຈຽງ ແຕ່ບໍ່ທັນໄດ້ຂາຍ ຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງຈໍານວນດັ່ງກ່າວ. ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນຫາພັກພວກຜູ້ທີ່ເປັນເຄືອຂ່າຍ, ກຸ່ມແກ້ງ ແລະ ຜູ້ເປັນຫົວໂປ່ໂຕການ ເພຶ່ອຕິດຕາມຈັບຕົວໄປດໍາເນີນຄະດີຕາມກົດໝາຍ.