ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ( 509 ) ກະຊວງ ປກສ ພ້ອມດ້ວຍຄະນະ ໄປຢ້ຽມຢາມກອງກໍ່ສ້າງຮາກຖານ 919, ໃນວັນທີ 1 ມັງກອນ 2018 ມີພະນັກງານກໍ່ສ້າງຮາກຖານ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມຕ້ອນຮັບ.

ພັທ ລັດດາວີ ມະນີວົງ ຫົວໜ້າກອງກໍ່ສ້າງຮາກຖານ 919 ຂຶ້ນຜ່ານບົດລາຍງານຫຍໍ້ວຽກງານກໍ່ສ້າງຮາກຖານໄລຍະຜ່ານມາໃຫ້ຮູ້ວ່າ: ກອງກໍ່ສ້າງຮາກຖານ 919 ຕັ້ງຢູ່ກຸ່ມບ້ານພັດທະນາພູຄຳ ປະກອບມີ 6 ບ້ານຄື: ບ້ານພູຄຳ, ບ້ານປາກໂພຍ, ບ້ານຫີນໂງນ, ບ້ານນໍ້າເຕັກ, ບ້ານໂພນມີໄຊ ແລະ ບ້ານທົ່ງພັນຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ທົ່ວກຸ່ມມີ 97 ໜ່ວຍ, ມີ 1.404 ຫຼັງຄາເຮືອນ, ມີ 1.298 ຄອບຄົວ, ມີຈໍານວນພົນທັງໝົດ 9.718 ຄົນ ຍິງ 4.241 ຄົນ, ມີ 3 ຊົນເຜົ່າ ຄື: ເຜົ່າກຶມມຸມີ 539 ຄອບຄົວ, ເຜົ່າມົ້ງ 618 ຄອບຄົວ ແລະ ເຜົ່າລາວລຸ່ມມີ 141 ຄອບຄົວ, ໄລຍະຜ່ານມາ ກອງກໍ່ສ້າງຮາກຖານ 919 ໄດ້ເອົາເອົາໃຈໃສ່ເຄື່ອນໄຫວວຽກງານປະຕິບັດຕາມທິດຊີ້ນຳທີ່ຖືເອົາການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າຖືເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດສະແດງອອກຄື; ໄດ້ນຳພາພະນັກງານ-ນັກຮົບ ແລະ ສຶກສາອົບຮົມຜູ້ກະທຳຜິດໄດ້ 104 ເລື່ອງ, ມີຜູ້ກະທຳຜິດທັງໝົດ 288 ຄົນ ຍິງ 24 ຄົນ, ເສບຢາເສບຕິດ 118 ເລື່ອງ, ຄ້າຂາຍສັດປ່າ 6 ເລື່ອງ, ລັກລອບຄ້າຂາຍຢາປີ່ນປົວພະຍາດທີ່ບໍ່ຖືກຕ້ອງ 4 ຄົນ, ລັກຊັບພົນລະເມືອງ 7 ຄົນ, ອາລະວາດຕີກັນ 8 ເລື່ອງ, ຂັດແຍ່ງເນື້ອທີ່ດີນ 8 ເລື່ອງ, ລັກລອບແຕ່ງງານກັບຄົນຕ່າງປະເທດ 16 ເລື່ອງ, ມີອາວຸດລ່າເນື້ອປະເພດປືນແກັບ 47 ກະບອກ, ເຄື່ອງຂອງກາງຢາບ້າ 16 ເມັດ, ປືນລູກຊ່ອງ 5 ກະບອກ, ໝໍ້ຊັອດ 46 ເຄື່ອງ, ປືນສັ້ນດັດແປງ 1 ກະບອກ, ຈັກສະຕິນ 14 ເຄື່ອງ ແລະ ເລົາປືນແກັບ 18 ເລົາ, ສົ່ງເຈົ້າໜ້າທີ່ກ່ຽວຂ້ອງສຳເລັດ.

ໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ໄດ້ມີທິດຊີ້ນຳໃຫ້ບັນດາພະນັກງານກໍ່ສ້າງຮາກຖານທຸກສະຫາຍເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າ, ສືບຕໍ່ປັບປຸງກຳລັງ ປກສ-ປກຊ ບ້ານ ແລະ ບຳລຸງພາລະບົດບາດສິດໜ້າທີ່, ແບບແຜນວິທີເຮັດວຽກໃຫ້ໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ກວດກາ ຕິດຕາມ ຄຸ້ມຄອງສຳມະໂນຄົວ, ເກັບກຳການເໜັງຕີງຂອງພົນລະເມືອງ ແລະ ເຄື່ອນໄຫວກວດກາປ້ອງກັນເວນຍາມໃນຂອບເຂດຮັບຜິດຊອບຂອງຕອນໃຫ້ມີຄວາມສະຫງົບປອດໄພ ພ້ອມນີ້ ຍັງໄດ້ມອບເຄື່ອງບໍລິໂພກຈໍານວນໜຶ່ງ.