ໃນວັນທີ 2 ກຸມພາ 2018, ສະພາວິທະຍາສາດວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ( ວປສ ) ກະຊວງ ປກສ ໄດ້ຈັດພິທີປ້ອງກັນວິທະຍານິພົນຈົບຊັ້ນ ປະລິນຍາໂທ ສາຍວິຊາສະເພາະສັນຕິບານ ຂອງນັກສຶກສາປະລິນຍາໂທ ຮຸ່ນທີ VIII ວປສ; ເປັນກຽດເຂົ້າຮ່ວມໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວປສ ພ້ອມດ້ວຍຄະນະອໍານວຍການ-ຄູອາຈານ, ແຂກຮັບເຊີນ ແລະ ນັກສຶກສາເຂົ້າຮ່ວມ.

ພົຈວ ປອ ວັນເຮືອງ ນັນທະຈັກ ກ່າວວ່າ: ການປ້ອງກັນວິທະຍານິພົນ ຈົບຊັ້ນປະລິນຍາໂທ ຮຸ່ນທີ VIII ຂອງ ວປສ ແມ່ນມີນັກສຶກສາທັງໝົດ 35 ສະຫາຍ ຍິງ 1 ສະຫາຍ, ມີ 35 ຫົວຂໍ້ ໂດຍຈະຂຶ້ນມາລາຍງານຫຍໍ້ກ່ຽວກັບວິທະຍານິພົນຈົບຊັ້ນຂອງແຕ່ລະສະຫາຍ; ຫຼັງຈາກນັ້ນ, ແມ່ນບັນດາຄູ-ອາຈານຖາມ ແລະ ລົງເລິກກ່ຽວກັບບັນດາຫົວຂໍ້ຕ່າງໆ ກໍຄືວຽກງານວິຊາສະເພາະຂອງແຕ່ລະຫົວຂໍ້ ແລະ ບາງເນື້ອໃນທີ່ເຫັນວ່າຍັງບໍ່ທັນມີຄວາມເໝາະສົມ, ຊັດເຈນ.

ສະເພາະການປ້ອງກັນວິທະຍານິພົນຈົບຊັ້ນໃນວັນທີ 2 ກຸມພາ 2018 ມີທັງໝົດ 2 ຫົວຂໍ້ ຄື: ຫົວຂໍ້ທີ 1 ເພີ່ມທະວີການກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານປ້ອງກັນຄວາມສະຫງົບ ຢູ່ບໍລິເວນຊາຍແດນລາວ-ໄທ ແຂວງຈໍາປາສັກ, ຫົວຂໍ້ທີ 2 ຍົກສູງຄຸນນະພາບວຽກງານປ້ອງກັນ-ສະກັດກັ້ນຄົນຕ່າງປະເທດເຄື່ອນໄຫວລະເມີດກົດໝາຍ ຢູ່ນະຄອນຫຼວງວຽງຈັນ; ການປ້ອງກັນວິທະຍານິພົນຈົບຊັ້ນ ແມ່ນເລີ່ມປ້ອງກັນແຕ່ວັນທີ 2 ກຸມພາ 2018 ເປັນຕົ້ນໄປ ແລະ ຄາດວ່າຈະໃຫ້ສໍາເລັດການປ້ອງກັນວິທະຍານິພົນຈົບຊັ້ນ ໃນກາງເດືອນເມສາ ທີ່ຈະມາເຖິງນີ້.