ໃນວັນທີ 3 ກຸມພາ 2018, ກະຊວງວິທະຍາສາດ ແລະ ເຕັນໂນໂລຊີ ໄດ້ຈັດກອງປະຊຸມການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃຕ້ແນວຄວາມຄິດ ” ໜຶ່ງແລວທາງ ໜຶ່ງເສັ້ນທາງ ” ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານຂົງເຂດວຽກງານວິທະຍາສາດ ແລະ ເຕັນໂນໂລຊີ ຕາມຍຸດທະສາດ ( ໜຶ່ງແລວທາງ ໜຶ່ງເສັ້ນທາງ ). ໂດຍການເຂົ້າຮ່ວມຂອງທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ, ມີບັນດາຫົວໜ້າກົມແຜນທີ່ແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດີຈີຕ໋ອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ສປ ຈີນ ທາງດ້ານຂົງເຂດວຽກງານວິທະຍາສາດ ແລະ ເຕັນໂນໂລຊີ ຕາມຍຸດທະສາດ ແລະ ພັດທະນາເສດຖະກິດ-ສັງຄົມ, ການຂະຫຍາຍຕົວຂອງໂຄງລ່າງພື້ນຖານ ແລະ ການນໍາໃຊ້ເຕັກໂນໂລຊີສຶບຢັ່ງທາງໄກ ທີ່ນັບມື້ນັບຫຼາຍຂຶ້ນ, ພັດທະນາເຕັກໂນໂລຊີລະດັບສູງ ແລະ ບໍລິການຮັບໃຊ້ທຸກຂະແໜງວຽກງານຂອງ ສປປ ລາວ ພ້ອມທັງເປັນການປະຕິບັດພາລະບົດບາດໃນການນໍາເອົາວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄໝລະດັບສາກົນເຂົ້າມາພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ້ ສປປ ລາວ. ພ້ອມນັ້ນ, ເຕັກໂນໂລຊີແຜນທີ່ນໍາພາທາງດ້ານການກໍ່ສ້າງ ເປັນວຽກງານໜຶ່ງທີ່ສໍາຄັນໃນການພັດທະນາຂະແໜງການທ່ອງທ່ຽວຂອງ ສປປ ລາວ.

ນອກນີ້, ກະຊວງວິທະຍາສາດ ແລະ ເຕັນໂນໂລຊີ ຍັງໄດ້ຮ່ວມມືເຊັນສັນຍາກັບ ບໍລິສັດ ສະເປັກໄອລາວ 3 ສະບັບ ຄື: ສັນຍາຮ່ວມມືດ້ານເຕັກໂນໂລຊີດາວທຽມສືບຢັ່ງທາງໄກ, ຮ່ວມມືດ້ານແຜນທີ່ນໍາພາທາງ ແລະ ຮ່ວມມືດ້ານການຄົ້ນຄວ້າ, ພັດທະນາ ແລະ ປະກອບສ່ວນຍົນບໍ່ມີຄົນຂັບ ເພື່ອສ້າງແອັບພຣິເຄຊັນ Nav-Laos ( ແຜນທີ່ດີຈິຕອນນໍາພາທາງ) ແລະ Amazing Laos (ແຜນທີ່ດີຈິຕອນນໍາພາທ່ອງທ່ຽວ) ເພື່ອບໍລິການຮັບໃຊ້ປີທ່ອງທ່ຽວຂອງ ສປປ ລາວ ແລະ ຕອບສະໜອງບໍລິການຮັບໃຊ້ປະຊາຊົນລາວ ແລະ ຕ່າງປະເທດ.